5 ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ກ່າວວ່າ: ພວກເຈົ້າບໍ່ເຫັນຫລືວ່າ ແມ່ນຫຍັງກຳລັງເກີດຂຶ້ນກັບພວກເຈົ້າ?
ຈົ່ງສັງເກດເບິ່ງກຳແພງເມືອງແລະກວດກາເບິ່ງປ້ອມປ້ອງກັນເມືອງ ເພື່ອພວກເຈົ້າຈະບອກຄົນລຸ້ນຫລັງຕໍ່ໆໄປໄດ້ວ່າ,
ເພິ່ນບໍ່ສົນໃຈໃນເຫດການນັ້ນເລີຍ ແຕ່ກັບຄືນເມືອວັງຂອງເພິ່ນດ້ວຍທ່າທີ່ອັນເບີດເສີຍ.
ແຕ່ຄົນອື່ນທີ່ບໍ່ສົນໃຈຕໍ່ຖ້ອຍຄຳຂອງພຣະເຈົ້າຢາເວ ກໍປ່ອຍໃຫ້ພວກທາດຮັບໃຊ້ ແລະຝູງສັດຂອງພວກເຂົາຢູ່ທົ່ງນາກາງແຈ້ງ.
ຂໍໃຫ້ພວກເຮົາສຳຫລວດທາງຊີວິດຂອງພວກເຮົາ ແລະຫັນກັບຄືນມາຫາພຣະເຈົ້າຢາເວ.
ລາວສຳນຶກໄດ້ເຖິງສິ່ງທີ່ຕົນກຳລັງເຮັດ ແລະລາວກໍເຊົາເຮັດບາບ; ສະນັ້ນ ລາວຈຶ່ງຈະບໍ່ຕາຍແຕ່ຈະມີຊີວິດຢູ່ຢ່າງແນ່ນອນ.
ຊາຍຜູ້ນັ້ນໄດ້ກ່າວແກ່ຂ້າພະເຈົ້າວ່າ, “ມະນຸດເອີຍ ຈົ່ງເຝົ້າເບິ່ງເຖີດ. ຈົ່ງຕັ້ງໃຈຟັງແລະເອົາໃຈໃສ່ຕໍ່ທຸກໆສິ່ງທີ່ເຮົາສຳແດງໃຫ້ເຈົ້າເຫັນ; ດ້ວຍເຫດນີ້ແຫຼະ ເຈົ້າຈຶ່ງຖືກນຳມາທີ່ນີ້. ເຈົ້າຈະຕ້ອງໄປບອກປະຊາຊົນອິດສະຣາເອນໃຫ້ຮູ້ທຸກໆສິ່ງທີ່ເຈົ້າເຫັນນີ້.”
ຕໍ່ມາ ເພິ່ນໄດ້ກ່າວຕໍ່ໄປວ່າ, “ດານີເອນເອີຍ ຢ່າສູ່ຢ້ານກົວເລີຍ. ມື້ທຳອິດທີ່ເຈົ້າຕັດສິນໃຈຖ່ອມຕົວລົງພາວັນນາອະທິຖານ ແລະຂໍຄວາມເຂົ້າໃຈຕໍ່ໜ້າພຣະເຈົ້າຂອງເຈົ້າ ພຣະອົງໄດ້ຮັບຟັງຄຳພາວັນນາອະທິຖານຂອງເຈົ້າແລ້ວ. ເຮົາມາກໍເພື່ອຕອບຄຳພາວັນນາອະທິຖານຂອງເຈົ້າ.
ເມື່ອກະສັດໄດ້ຍິນດັ່ງນີ້ ເພິ່ນກໍເປັນທຸກໃຈ ແລະຄິດຫາຊ່ອງທາງຊ່ວຍເຫລືອດານີເອນ. ເພິ່ນຄິດຫາຊ່ອງທາງຢູ່ຈົນຕາເວັນຕົກດິນ.
“ປະຊາຊົນຂອງເຮົາເອີຍ ເປັນຫຍັງພວກເຈົ້າຈຶ່ງຢູ່ໃນເຮືອນທີ່ກໍ່ສ້າງຢ່າງດີ ໃນເມື່ອວິຫານຂອງເຮົາຍັງຮົກຮ້າງເພພັງຢູ່?
ພວກເຈົ້າຫວ່ານເມັດພືດຢ່າງຫລວງຫລາຍ ແຕ່ເກັບກ່ຽວໄດ້ໜ້ອຍດຽວ. ພວກເຈົ້າມີອາຫານ ແຕ່ກໍກິນບໍ່ພໍອີ່ມ. ພວກເຈົ້າມີເຫຼົ້າອະງຸ່ນ ແຕ່ກໍດື່ມບໍ່ພໍເມົາ ພວກເຈົ້າມີເຄື່ອງນຸ່ງຫົ່ມ ແຕ່ກໍອົບອຸ່ນບໍ່ພຽງພໍ. ຄົນເຮັດວຽກໜັກກໍລ້ຽງຊີບຕົນບໍ່ພໍກຸ້ມ.
ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ກ່າວວ່າ: ພວກເຈົ້າເຫັນບໍ່ວ່າ ເປັນຫຍັງເຫດການເຊັ່ນນີ້ຈຶ່ງເກີດຂຶ້ນ?
ໃນທີ່ສຸດ ລາວກໍສຳນຶກຕົວໄດ້ ແລະເວົ້າກັບຕົນເອງວ່າ, ‘ລູກຈ້າງທຸກຄົນຂອງພໍ່ເຮົາ ກໍຍັງມີອາຫານກິນຢ່າງເຫລືອເຟືອ ສ່ວນເຮົາກຳລັງຕາຍຫິວຢູ່ທີ່ນີ້
ຈົ່ງພິຈາລະນາເບິ່ງຕົນເອງວ່າ, ພວກເຈົ້າຕັ້ງຢູ່ໃນຄວາມເຊື່ອຫລືບໍ? ຈົ່ງພິສູດຕົວເອງສາ ເຈົ້າທັງຫລາຍບໍ່ຮູ້ຫລືວ່າ ພຣະເຢຊູຄຣິດເຈົ້າຊົງສະຖິດຢູ່ໃນພວກເຈົ້າ ເວັ້ນເສຍແຕ່ພວກເຈົ້າຈະຜ່ານການພິສູດນັ້ນບໍ່ໄດ້.
ແຕ່ລະຄົນຄວນສຳຫລວດເບິ່ງການງານຂອງຕົນເອງ ຖ້າການງານດີ ກໍຈົ່ງພູມໃຈໃນການງານນັ້ນ ໂດຍບໍ່ຕ້ອງປຽບທຽບໃສ່ກັບການງານຂອງຄົນອື່ນ.