Biblia Todo Logo
Internet tuqin Biblia

- Anuncios ukanaka -




ຮັກກາຍ 1:2 - ພຣະຄຳພີສັກສິ

2 ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ຕໍ່​ຮັກກາຍ​ວ່າ, “ປະຊາຊົນ​ເຫຼົ່ານີ້​ເວົ້າ​ວ່າ, ‘ຍັງ​ບໍ່​ເຖິງ​ເວລາ​ເທື່ອ ທີ່​ຈະ​ສ້າງ​ວິຫານ​ຂອງ​ພຣະເຈົ້າຢາເວ​ຂຶ້ນ​ໃໝ່.”’

Uka jalj uñjjattʼäta Copia luraña




ຮັກກາຍ 1:2
14 Jak'a apnaqawi uñst'ayäwi  

ດັ່ງນັ້ນ ກະສັດ​ໂຢອາດ​ຈຶ່ງ​ເອີ້ນ​ປະໂຣຫິດ​ເຢໂຮຍອາດາ​ແລະ​ປະໂຣຫິດ​ຄົນອື່ນໆ​ມາ ຖາມ​ວ່າ, “ເປັນຫຍັງ​ພວກທ່ານ​ຈຶ່ງ​ບໍ່​ສ້ອມແປງ​ພຣະວິຫານ? ຕັ້ງແຕ່​ເວລາ​ນີ້​ຕໍ່ໄປ ພວກທ່ານ​ຢ່າ​ເກັບ​ເງິນ​ທີ່​ພວກທ່ານ​ໄດ້​ຮັບ​ມາ​ນັ້ນ​ໄວ້, ແຕ່​ຈົ່ງ​ມອບ​ເງິນ​ນັ້ນ​ໃຫ້​ຕໍ່ໄປ ເພື່ອ​ຈະ​ໄດ້​ນຳ​ໄປ​ໃຊ້​ໃນ​ການ​ສ້ອມແປງ​ພຣະວິຫານ.”


ພໍ​ຈົດໝາຍ​ຂອງ​ກະສັດ​ອາກຕາເຊເຊັດ​ຖືກ​ອ່ານ​ສູ່​ເຣຮູມ, ຊິມໄຊ ແລະ​ຜູ້​ຮ່ວມງານ​ຂອງ​ພວກເຂົາ; ພວກເຂົາ​ກໍ​ຟ້າວ​ໄປ​ທີ່​ນະຄອນ​ເຢຣູຊາເລັມ ແລະ​ໃຊ້​ອຳນາດ​ບັງຄັບ​ຊາວຢິວ​ໃຫ້​ຢຸດເຊົາ​ການ​ກໍ່ສ້າງ​ເມືອງ.


ຊາວ​ຢູດາ​ມັກ​ຮ້ອງເພງ​ບົດໜຶ່ງ​ຊຶ່ງ​ມີ​ຖ້ອຍຄຳ​ດັ່ງນີ້: “ເຫື່ອແຮງ​ພວກເຮົາ​ເກືອບ​ຈະ​ໝົດສິ້ນໄປ ຍ້ອນ​ພາລະໜັກ​ທີ່​ພວກເຮົາ​ພວມ​ແບກ ຫີນ​ແຕກ​ຫາມ​ໄປ​ຖິ້ມ​ມີ​ຫລາຍ​ເຫລືອລົ້ນ ວັນ​ນີ້​ພວກເຮົາ​ຈະ​ສ້າງ​ກຳແພງ​ເມືອງ​ໄດ້​ຢ່າງໃດ?”


ຄົນ​ຂີ້ຄ້ານ​ມັກ​ແຕ່​ຢູ່​ໃນ​ເຮືອນ ລາວ​ເວົ້າ​ບິດເບືອນ​ວ່າ​ມີ​ໂຕສິງ​ຢູ່​ນອກບ້ານ ແລະ​ສິງ​ອາດ​ຄຸບ​ກິນ​ລາວ​ຕາມ​ທາງ​ກໍໄດ້.


ຜູ້​ທີ່​ກັງວົນ​ນຳ​ຄົນ​ເວົ້າ​ໃຫ້ ກໍ​ເປັນ​ອັນຕະລາຍ, ແຕ່​ຜູ້​ທີ່​ໄວ້ວາງໃຈ​ໃນ​ພຣະເຈົ້າຢາເວ ກໍ​ມີ​ຄວາມ​ປອດໄພ.


ຖ້າ​ເຈົ້າ​ລໍຖ້າ​ໃຫ້​ລົມ​ແລະ​ອາກາດ​ເໝາະ​ກ່ອນ ເຈົ້າ​ກໍ​ຈະ​ບໍ່ໄດ້​ປູກຝັງ​ແລະ​ໄດ້​ເກັບກ່ຽວ​ຫຍັງ​ຈັກເທື່ອ.


ເວລາ​ສຳລັບ​ຂ້າ ແລະ​ເວລາ​ສຳລັບ​ປິ່ນປົວ​ໃຫ້​ດີ ເວລາ​ສຳລັບ​ມ້າງລົງ ແລະ​ເວລາ​ສຳລັບ​ກໍ່ສ້າງ​ຂຶ້ນ.


ບໍ່​ວ່າ​ຈະ​ເຮັດ​ສິ່ງໃດ​ກໍຕາມ ຈົ່ງ​ເຮັດ​ສິ່ງ​ນັ້ນ​ຢ່າງ​ເຕັມ​ກຳລັງ ເພາະ​ໃນ​ແດນ​ຂອງ​ຄົນຕາຍ​ນັ້ນ​ຈະ​ບໍ່ມີ​ການກະທຳ, ບໍ່ມີ​ຄວາມຄິດ, ບໍ່ມີ​ຄວາມຮູ້, ບໍ່ມີ​ປັນຍາ​ໃດໆ ແລະ​ໃນ​ບ່ອນນັ້ນແຫລະ​ທີ່​ພວກເຈົ້າ​ຈະ​ໄປ.


ໃນ​ປີ​ທີ​ສອງ ທີ່​ດາຣິອຸດ​ໄດ້​ຂຶ້ນ​ເປັນ​ຈັກກະພັດ​ແຫ່ງ​ເປີເຊຍ ອັນ​ກົງ​ກັບ​ວັນ​ທີ​ໜຶ່ງ​ຂອງ​ເດືອນ​ທີ​ຫົກ; ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ໄດ້​ມາເຖິງ​ໂດຍ​ທາງ​ຜູ້ທຳນວາຍ​ຮັກກາຍ. ຖ້ອຍຄຳ​ນີ້​ແມ່ນ​ສຳລັບ​ເຊຣຸບບາເບນ​ລູກຊາຍ​ຂອງ​ເຊອານຕີເອນ ທີ່​ເປັນ​ຜູ້​ປົກຄອງ​ຊາດ​ຢູດາຍ ແລະ​ສຳລັບ​ເຢຊູອາ​ລູກຊາຍ​ຂອງ​ໂຢຊາດັກ ຜູ້​ເປັນ​ມະຫາ​ປະໂຣຫິດ.


ແລ້ວ​ພຣະເຈົ້າຢາເວ​ກໍ​ມອບ​ຖ້ອຍຄຳ​ນີ້​ໃຫ້​ແກ່​ປະຊາຊົນ ໂດຍ​ຜ່ານ​ທາງ​ຜູ້ທຳນວາຍ​ຮັກກາຍ​ວ່າ:


ແຕ່​ພວກ​ທີ່​ໄດ້​ໄປ​ນຳ​ກາເລັບ​ນັ້ນ​ຕ່າງ​ກໍ​ຕອບ​ວ່າ, “ບໍ່ແມ່ນ ພວກເຮົາ​ບໍ່​ເຂັ້ມແຂງ​ພໍ​ເພື່ອ​ຈະ​ໂຈມຕີ​ພວກເຂົາ​ໄດ້; ຄົນ​ຢູ່​ໃນ​ທີ່ນັ້ນ​ມີ​ກຳລັງ​ເຂັ້ມແຂງ​ຫລາຍກວ່າ​ພວກເຮົາ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka