ຮັກກາຍ 1:1 - ພຣະຄຳພີສັກສິ1 ໃນປີທີສອງ ທີ່ດາຣິອຸດໄດ້ຂຶ້ນເປັນຈັກກະພັດແຫ່ງເປີເຊຍ ອັນກົງກັບວັນທີໜຶ່ງຂອງເດືອນທີຫົກ; ຖ້ອຍຄຳຂອງພຣະເຈົ້າຢາເວໄດ້ມາເຖິງໂດຍທາງຜູ້ທຳນວາຍຮັກກາຍ. ຖ້ອຍຄຳນີ້ແມ່ນສຳລັບເຊຣຸບບາເບນລູກຊາຍຂອງເຊອານຕີເອນ ທີ່ເປັນຜູ້ປົກຄອງຊາດຢູດາຍ ແລະສຳລັບເຢຊູອາລູກຊາຍຂອງໂຢຊາດັກ ຜູ້ເປັນມະຫາປະໂຣຫິດ. Uka jalj uñjjattʼäta |
ກະສັດເຢໂຣໂບອາມທີສອງໄດ້ຢຶດເອົາເຂດແດນທັງໝົດ ທີ່ເປັນຂອງຊາວອິດສະຣາເອນຄືນ ຕັ້ງແຕ່ທາງຜ່ານຊ່ອງແຄບຮາມັດຢູ່ທາງເໜືອ ຈົນເຖິງທະເລໃນອາຣາບາ. ເຫດການນີ້ເປັນໄປຕາມຖ້ອຍຄຳທີ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງຊາດອິດສະຣາເອນໄດ້ກ່າວໄວ້ ຜ່ານທາງຜູ້ຮັບໃຊ້ຂອງພຣະອົງ ຄືຜູ້ທຳນວາຍໂຢນາ ລູກຊາຍຂອງອາມິດໄຕ ຊາວເມືອງກາດເຮເຟ.
ເຢຊູອາລູກຊາຍຂອງໂຢຊາດັກ, ໝູ່ເພື່ອນປະໂຣຫິດຂອງລາວ ແລະເຊຣຸບບາເບນລູກຊາຍຂອງເຊອານຕີເອນພ້ອມທັງຍາດຕິພີ່ນ້ອງ, ໄດ້ສ້າງແທ່ນບູຊາສຳລັບພຣະເຈົ້າຂອງຊາດອິດສະຣາເອນຂຶ້ນໃໝ່ ເພື່ອວ່າພວກເຂົາຈະໄດ້ເຜົາເຄື່ອງບູຊາຖວາຍທີ່ເທິງແທ່ນນັ້ນ ຕາມຄຳແນະນຳທີ່ມີຂຽນໄວ້ໃນກົດບັນຍັດຂອງໂມເຊຄົນຂອງພຣະເຈົ້າ.
ສະນັ້ນ ໃນເດືອນທີສອງຂອງປີຕໍ່ມາ ເມື່ອກັບມາຮອດບ່ອນຕັ້ງວິຫານຂອງພຣະເຈົ້າທີ່ນະຄອນເຢຣູຊາເລັມແລ້ວ ພວກເຂົາກໍໄດ້ລົງມືເຮັດວຽກໂລດ. ພວກເຫຼົ່ານີ້ມີດັ່ງນີ້: ເຊຣຸບບາເບນລູກຊາຍຂອງເຊອານຕີເອນ, ເຢຊູອາລູກຊາຍຂອງໂຢຊາດັກ, ພີ່ນ້ອງຮ່ວມຊາດທີ່ເຫຼືອຢູ່, ບັນດາປະໂຣຫິດຊາວເລວີ ແລະທຸກຄົນທີ່ເປັນຊະເລີຍໃນຕ່າງຖິ່ນ ທີ່ໄດ້ກັບຄືນມາສູ່ນະຄອນເຢຣູຊາເລັມ ກໍໄດ້ຊ່ວຍໃນວຽກການນີ້. ຊາວເລວີທຸກຄົນທີ່ມີອາຍຸຊາວປີຂຶ້ນໄປ ກໍມີໜ້າທີ່ຮັບຜິດຊອບຕໍ່ການສ້າງວິຫານຂອງພຣະເຈົ້າຢາເວຂຶ້ນໃໝ່.
ດັ່ງນັ້ນ ພວກເຂົາຈຶ່ງໄປຫາເຊຣຸບບາເບນ ແລະພວກຫົວໜ້າຂອງຕະກຸນຕ່າງໆ ແລະກ່າວວ່າ, “ຂໍໃຫ້ພວກເຮົາໄດ້ຮ່ວມຊ່ວຍສ້າງພຣະວິຫານດ້ວຍ. ພວກເຮົາແລະພວກທ່ານກໍນະມັດສະການພຣະເຈົ້າອົງດຽວກັນ ແລະເຄີຍໄດ້ເຜົາເຄື່ອງບູຊາແກ່ພຣະອົງ ຕັ້ງແຕ່ຄາວທີ່ກະສັດເອສາຮັດໂດນແຫ່ງອັດຊີເຣຍໄດ້ສົ່ງພວກເຮົາມາຢູ່ທີ່ນີ້.”
ເມື່ອພວກເຂົາໄດ້ຍິນຂໍ້ຄວາມທີ່ກົດບັນຍັດນັ້ນຮຽກຮ້ອງໃຫ້ເຮັດ ຕ່າງກໍຮູ້ສຶກຕື້ນຕັນໃຈ ແລະຮ້ອງໄຫ້ຂຶ້ນ. ສະນັ້ນ ເນເຫມີຢາຜູ້ທີ່ເປັນຜູ້ປົກຄອງ ແລະເອຊະຣາຜູ້ທີ່ເປັນທັງປະໂຣຫິດ ແລະເປັນນັກຮຽນຮູ້ດ້ານກົດບັນຍັດຕະຫລອດທັງຄົນເລວີທີ່ເປັນຜູ້ອະທິບາຍກົດບັນຍັດ ຈຶ່ງບອກປະຊາຊົນທັງໝົດວ່າ, “ວັນນີ້ເປັນວັນສັກສິດສຳລັບພຣະເຈົ້າຢາເວ ພຣະເຈົ້າຂອງພວກທ່ານ; ສະນັ້ນ ຈຶ່ງບໍ່ສົມຄວນທີ່ພວກທ່ານຈະໄວ້ທຸກ ຫລືຮ້ອງໄຫ້.
ແລ້ວເຊຣຸບບາເບນລູກຊາຍຂອງເຊອານຕີເອນ, ເຢຊູອາລູກຊາຍຂອງໂຢຊາດັກ ມະຫາປະໂຣຫິດ ແລະປະຊາຊົນທັງໝົດ ຜູ້ທີ່ໄດ້ກັບມາຈາກການເປັນຊະເລີຍໃນຕ່າງຖິ່ນ ໃນບາບີໂລນ ກໍເຮັດຕາມພຣະເຈົ້າຢາເວ ພຣະເຈົ້າຂອງພວກຕົນໄດ້ບອກ. ພວກເຂົາຢ້ານກົວພຣະເຈົ້າຢາເວຈຶ່ງເຊື່ອຟັງຜູ້ທຳນວາຍຮັກກາຍ ຜູ້ນຳຂ່າວຂອງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຂົາສົ່ງມາເຖິງເພິ່ນ.
ພຣະເຈົ້າຢາເວໄດ້ບັນດົນໃຈທຸກຄົນໃຫ້ຊ່ວຍກັນສ້າງພຣະວິຫານ: ເຊຣຸບບາເບນລູກຊາຍຂອງເຊອານຕີເອນ ຜູ້ປົກຄອງຢູດາຍ; ເຢຊູອາລູກຊາຍຂອງໂຢຊາດັກ ມະຫາປະໂຣຫິດ, ຕະຫລອດທັງປະຊາຊົນທຸກຄົນ ທີ່ໄດ້ກັບມາຈາກການເປັນຊະເລີຍໃນຕ່າງຖິ່ນ. ພວກເຂົາໄດ້ເລີ່ມສ້າງວິຫານຂອງພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ ພຣະເຈົ້າຂອງພວກເຂົາ
ເມື່ອພວກເຈົ້ານຳສັດຕາບອດ ຫລືສັດເຈັບໂຊ ຫລືສັດຂາພິການ ມາຖວາຍແກ່ເຮົາ ພວກເຈົ້າຄິດວ່າເປັນການຖືກຕ້ອງແລ້ວບໍ? ຈົ່ງລອງນຳສັດເຊັ່ນນັ້ນໄປໃຫ້ຜູ້ປົກຄອງຂອງພວກເຈົ້າເບິ່ງດູ ເພິ່ນຈະພໍໃຈນຳພວກເຈົ້າບໍ? ຫລືພວກເຈົ້າຈະໄດ້ຮັບຄວາມດີຄວາມຊອບຫຍັງແດ່ຈາກເພິ່ນ?” ພຣະເຈົ້າຢາເວຊົງຣິດອຳນາດຍິ່ງໃຫຍ່ກ່າວດັ່ງນັ້ນແຫຼະ.