4 ແຕ່ມີສິ່ງໜຶ່ງທີ່ເຈົ້າບໍ່ຕ້ອງກິນຄື: ຊີ້ນທີ່ມີເລືອດ; ເພາະເລືອດແມ່ນຫລັກສຳຄັນແຫ່ງຊີວິດ.
ຈົ່ງບອກພວກເຂົາເຖິງສິ່ງທີ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວວ່າ: ‘ພວກເຈົ້າກິນຊີ້ນທີ່ຍັງມີເລືອດຢູ່. ພວກເຈົ້າຂາບໄຫວ້ບັນດາຮູບເຄົາຣົບ. ພວກເຈົ້າຂ້າຄົນ. ແມ່ນຫຍັງທີ່ເຮັດໃຫ້ພວກເຈົ້າຄິດວ່າ ດິນແດນນັ້ນເປັນຂອງພວກເຈົ້າ?
ຢ່າກິນຊີ້ນທີ່ຍັງມີເລືອດຢູ່ໃນນັ້ນ. ຢ່າຝຶກເວດມົນຄາຖາຊະນິດໃດໆທັງສິ້ນ.
ຢ່າໃຫ້ຊາວອິດສະຣາເອນຄົນໃດກິນໄຂມັນ ຫລືກິນເລືອດ; ອັນນີ້ແມ່ນລະບຽບການ ທີ່ຊາວອິດສະຣາເອນຕ້ອງຢຶດຖືຕະຫລອດໄປບໍ່ວ່າພວກເຂົາຈະອາໄສຢູ່ທີ່ໃດກໍຕາມ.
ຊາວອິດສະຣາເອນບໍ່ວ່າພວກເຂົາຈະຢູ່ບ່ອນໃດກໍຕາມ ຢ່າເອົາເລືອດນົກຫລືເລືອດສັດ ມາກິນເປັນອາຫານ.
ແຕ່ເຮົາຈົ່ງສັ່ງພວກເຂົາເປັນລາຍລັກອັກສອນ ໃຫ້ເວັ້ນເສຍຈາກສິ່ງຊົ່ວມົວໝອງ ເນື່ອງດ້ວຍພະທຽມ, ຈາກການຫລິ້ນຊູ້, ຈາກການກິນສັດຕາຍຮັດຄໍ ແລະຈາກການກິນເລືອດ.
ສະນັ້ນ ພວກເຮົາຈຶ່ງໄດ້ມາປະຊຸມຕົກລົງກັນ ແລະເຫັນພ້ອມພຽງກັນວ່າ ໃຫ້ເລືອກເອົາບາງຄົນມາຫາພວກທ່ານ, ພ້ອມກັບບາຣະນາບາ ແລະ ໂປໂລ.
ຄືໃຫ້ງົດເວັ້ນເສຍຈາກກິນອາຫານທີ່ຖວາຍບູຊາແກ່ຮູບເຄົາຣົບແລ້ວ, ໃຫ້ງົດຈາກການກິນເລືອດ, ໃຫ້ງົດຈາກການກິນສັດທີ່ຕາຍເພາະຖືກຮັດຄໍ ແລະໃຫ້ຫລີກເວັ້ນຈາກການຫລິ້ນຊູ້, ຖ້າພວກທ່ານງົດຈາກສິ່ງເຫຼົ່ານີ້ໄດ້ ພວກທ່ານກໍຢູ່ເຢັນເປັນສຸກ ຈົ່ງຈະເລີນເທີ້ນ.”
ແຕ່ພວກເຈົ້າບໍ່ຕ້ອງກິນເລືອດສັດສຳລັບເປັນອາຫານ; ໃຫ້ເທລົງດິນເໝືອນດັ່ງເທນໍ້າ.
ແຕ່ຢ່າກິນຊີ້ນທີ່ຍັງມີເລືອດຢູ່ໃນນັ້ນ ເພາະຊີວິດແມ່ນຢູ່ໃນເລືອດ ແລະພວກເຈົ້າບໍ່ຕ້ອງກິນຊີວິດພ້ອມກັບຊີ້ນ.
ຢ່າກິນສັດໃດໆທີ່ຕາຍເອງ. ພວກເຈົ້າອາດຈະເອົາໃຫ້ຊາວຕ່າງດ້າວທີ່ອາໄສຢູ່ທ່າມກາງພວກເຈົ້າກິນໄດ້ ຫລືຂາຍໃຫ້ຄົນຕ່າງດ້າວພວກອື່ນໆໄດ້. ສ່ວນພວກເຈົ້າເປັນພວກບໍຣິສຸດຂອງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ. ຢ່າຕົ້ມຊີ້ນລູກແກະຫລືລູກແບ້ດ້ວຍນໍ້ານົມຂອງແມ່ມັນ.”
ຢ່າໃຊ້ເລືອດສັດສຳລັບເປັນອາຫານ ແຕ່ໃຫ້ເທລົງດິນເໝືອນດັ່ງເທນໍ້າ.”
ສິ່ງສາລະພັດທີ່ພຣະເຈົ້າສ້າງໄວ້ນັ້ນ ເປັນຂອງດີທັງໝົດ ບໍ່ຄວນປະຖິ້ມສິ່ງໃດເລີຍ ແຕ່ຈົ່ງຮັບເອົາທຸກສິ່ງດ້ວຍການໂມທະນາຂອບພຣະຄຸນ,
ດັ່ງນັ້ນ ພວກເຂົາຈຶ່ງຟ້າວແລ່ນໄປຢຶດເອົາສິ່ງຂອງ ທີ່ພວກຕົນຢຶດມາໄດ້ຈາກສັດຕູນັ້ນ ຄືໄດ້ເອົາແກະແລະງົວໄປຂ້າກັບບ່ອນ ແລະກິນຊີ້ນທີ່ຍັງມີເລືອດ.