2 ສັດທຸກຊະນິດ, ນົກທຸກໂຕ, ສັດເລືອຄານ ແລະປາທຸກຊະນິດຈະມີຊີວິດຢູ່ໂດຍຢ້ານກົວພວກເຈົ້າ.
ດັ່ງນັ້ນ ພຣະເຈົ້າຈຶ່ງໄດ້ນິຣະມິດສ້າງສັດທະເລຂະໜາດໃຫຍ່ ພ້ອມກັບບັນດາສັດນໍ້າທີ່ມີຊີວິດເຄື່ອນໄຫວໄປມາຕາມຊະນິດຂອງມັນ ເກີດຂື້ນຢ່າງບໍຣິບູນໃນນໍ້ານັ້ນ; ນົກທຸກປະເພດຕາມຊະນິດຂອງມັນ. ແລະພຣະເຈົ້າໄດ້ເຫັນວ່າສິ່ງນັ້ນດີ.
ແລ້ວພຣະເຈົ້າໄດ້ກ່າວວ່າ, “ບັດນີ້ ເຮົາຈະສ້າງມະນຸດໃຫ້ມີຮູບລັກສະນະຄືເຮົາ, ຕາມແບບຢ່າງຂອງເຮົາ; ເຂົາຈະມີອຳນາດເໜືອປາ, ນົກ, ສັດທັງໝົດ; ບໍ່ວ່າສັດລ້ຽງຫລືສັດປ່າ, ສັດໃຫຍ່ຫລືສັດນ້ອຍກໍດີ.”
ພຣະເຈົ້າໄດ້ອວຍພອນພວກເຂົາ ແລະພຣະເຈົ້າໄດ້ກ່າວແກ່ພວກເຂົາວ່າ, “ຈົ່ງມີລູກຫລານໃຫ້ແຜ່ຜາຍຂະຫຍາຍທະວີຄູນຫລາຍຂຶ້ນ ເພື່ອເຊື້ອສາຍຂອງເຈົ້າຈະມີຢູ່ທົ່ວທຸກແຫ່ງຫົນ ແລະປົກຄອງທຸກສິ່ງເທິງແຜ່ນດິນໂລກນີ້. ເຮົາໃຫ້ເຈົ້າມີອຳນາດເໜືອປາ, ນົກ ແລະສັດປ່າທຸກຊະນິດ.”
ແລ້ວພຣະເຈົ້າຢາເວພຣະເຈົ້າຈຶ່ງເອົາຂີ້ດິນຈາກພື້ນດິນ ມາປັ້ນເປັນຮູບສັດຕ່າງໆທີ່ຢູ່ໃນທົ່ງ ແລະນົກທັງຫລາຍທີ່ຢູ່ໃນອາກາດ ແລະໄດ້ນຳສັດເຫຼົ່ານັ້ນມາໃຫ້ຊາຍນັ້ນເບິ່ງວ່າ ລາວຈະໃສ່ຊື່ໃຫ້ຢ່າງໃດ ແລະຊື່ໃດທີ່ລາວຕັ້ງໃຫ້ສັດທັງຫລາຍທີ່ມີຊີວິດຈຶ່ງເປັນຊື່ຕໍ່ໆມາ.
ເມື່ອຢາໂຄບພ້ອມກັບລູກຊາຍກຳລັງອອກເດີນທາງໄປນັ້ນ ຊາວເມືອງໃກ້ຄຽງກໍເກີດຄວາມຢ້ານກົວຫຼາຍ ແລະບໍ່ກ້າໄລ່ຕິດຕາມພວກເຂົາໄປ.
ພຣະເຈົ້າໄດ້ອວຍພອນແກ່ໂນອາ ແລະພວກລູກຊາຍທັງສາມຄົນຂອງລາວວ່າ, “ຈົ່ງມີລູກຫລານໃຫ້ມາກຫລາຍ ເພື່ອວ່າເຊື້ອສາຍຂອງເຈົ້າຈະມີຊີວິດຢູ່ທົ່ວເທິງແຜ່ນດິນໂລກນີ້.
ບັດນີ້ ເຈົ້າກິນສັດນັ້ນ ແລະພືດໃບຂຽວໄດ້ ເພາະເຮົາໄດ້ໃຫ້ສິ່ງເຫຼົ່ານີ້ແກ່ພວກເຈົ້າເປັນອາຫານ.
ເຈົ້າເພິ່ງກຳລັງອັນຍິ່ງໃຫຍ່ຂອງມັນໄດ້ບໍ? ເຈົ້າຫວັງໃຫ້ມັນມາເຮັດວຽກໜັກໃຫ້ເຈົ້າໄດ້ຫລືບໍ່?
ເຮົາຈະເຮັດພັນທະສັນຍາປະກັນຄວາມປອດໄພໃຫ້ແກ່ພວກເຂົາ. ເຮົາຈະກຳຈັດສັດຮ້າຍທັງໝົດອອກໄປຈາກດິນແດນ ເພື່ອແກະຂອງເຮົາຈະໄດ້ຢູ່ຢ່າງປອດໄພຕາມທົ່ງນາຫລືໃນປ່າ.
ໃນເວລານັ້ນ ເຮົາຈະເຮັດພັນທະສັນຍາກັບສັດປ່າແລະຝູງນົກທັງປວງ ເພື່ອວ່າພວກມັນຈະບໍ່ທຳຮ້າຍປະຊາຊົນຂອງເຮົາ. ເຮົາຈະເອົາອາວຸດແຫ່ງການຮົບເສິກໜີໄປຈາກດິນແດນ ຄືດາບແລະລູກທະນູ ແລະຈະໃຫ້ປະຊາຊົນຂອງເຮົາມີຊີວິດຢູ່ຢ່າງສຸກສະບາຍ ແລະປອດໄພ.
ເຮົາຈະໃຫ້ສັດຮ້າຍມາທຳຮ້າຍລູກຂອງພວກເຈົ້າໃຫ້ຕາຍ ຝູງສັດຂອງພວກເຈົ້າຈະຈິບຫາຍ ຈົນຕາມຖະໜົນຫົນທາງບໍ່ມີຄົນທຽວໄປມາເລີຍ.
ເຮົາຈະນຳຄວາມສະຫງົບສຸກມາສູ່ດິນແດນຂອງພວກເຈົ້າ ແລະພວກເຈົ້າກໍຈະສາມາດນອນຫລັບສະບາຍຢ່າງຫາຍກັງວົນ. ເຮົາຈະກຳຈັດຝູງສັດທີ່ນຳອັນຕະລາຍມາສູ່ທີ່ດິນແດນທຳມາຫາກິນຂອງພວກເຈົ້າ ແລະໃນທີ່ນັ້ນເສິກສົງຄາມຈະບໍ່ມີອີກຕໍ່ໄປ.
ມະນຸດສາມາດຝຶກແອບສັດທັງໝົດໄດ້ ບໍ່ວ່າສັດປ່າແລະນົກ ສັດເລືອຄານແລະປາ.