Biblia Todo Logo
Internet tuqin Biblia

- Anuncios ukanaka -




ປະຖົມມະການ 9:1 - ພຣະຄຳພີສັກສິ

1 ພຣະເຈົ້າ​ໄດ້​ອວຍພອນ​ແກ່​ໂນອາ ແລະ​ພວກ​ລູກຊາຍ​ທັງ​ສາມ​ຄົນ​ຂອງ​ລາວ​ວ່າ, “ຈົ່ງ​ມີ​ລູກຫລານ​ໃຫ້​ມາກ​ຫລາຍ ເພື່ອ​ວ່າ​ເຊື້ອສາຍ​ຂອງ​ເຈົ້າ​ຈະ​ມີ​ຊີວິດ​ຢູ່​ທົ່ວ​ເທິງ​ແຜ່ນດິນ​ໂລກ​ນີ້.

Uka jalj uñjjattʼäta Copia luraña




ປະຖົມມະການ 9:1
13 Jak'a apnaqawi uñst'ayäwi  

ພຣະເຈົ້າ​ໄດ້​ອວຍພອນ​ສັດ​ເຫຼົ່ານັ້ນ ໃຫ້​ພາກັນ​ແຜ່ຜາຍ​ຂະຫຍາຍ​ພັນ​ທະວີຄູນ​ຫລາຍ​ຂຶ້ນ​ຢູ່​ເຕັມ​ນໍ້າ​ທະ​ເລ ແລະ​ທັງ​ໃຫ້​ມີ​ຝູງ​ນົກ​ແຜ່ຜາຍ​ຂະຫຍາຍ​ພັນ​ທະວີຄູນ​ຫລາຍ​ຂຶ້ນ​ຢູ່​ເຕັມ​ແຜ່ນດິນ​ໂລກ.


ພຣະເຈົ້າ​ໄດ້​ອວຍພອນ​ພວກເຂົາ ແລະ​ພຣະເຈົ້າ​ໄດ້ກ່າວ​ແກ່​ພວກເຂົາ​ວ່າ, “ຈົ່ງ​ມີ​ລູກຫລານ​ໃຫ້​ແຜ່ຜາຍ​ຂະຫຍາຍ​ທະວີຄູນ​ຫລາຍ​ຂຶ້ນ ເພື່ອ​ເຊື້ອສາຍ​ຂອງ​ເຈົ້າ​ຈະ​ມີ​ຢູ່​ທົ່ວ​ທຸກ​ແຫ່ງຫົນ ແລະ​ປົກຄອງ​ທຸກສິ່ງ​ເທິງ​ແຜ່ນດິນ​ໂລກ​ນີ້. ເຮົາ​ໃຫ້​ເຈົ້າ​ມີ​ອຳນາດ​ເໜືອ​ປາ, ນົກ ແລະ​ສັດປ່າ​ທຸກ​ຊະນິດ.”


ຄົນ​ເຫຼົ່ານີ້​ແມ່ນ​ເຊື້ອສາຍ​ຂອງ​ໂນອາ ທີ່​ແຍກ​ອອກ​ເປັນ​ຊົນຊາດ​ທີ່​ແຕກຕ່າງ​ກັນ​ໃນ​ໂລກ. ຫລັງຈາກ​ນໍ້າ​ຖ້ວມ​ໂລກ​ແລ້ວ ຊົນຊາດ​ທັງໝົດ​ທີ່​ຢູ່​ເທິງ​ແຜ່ນດິນ​ໂລກ ແມ່ນ​ສືບ​ເຊື້ອສາຍ​ມາ​ຈາກ​ໂນອາ​ແລະ​ລູກຊາຍ.


ພຣະເຈົ້າ​ອວຍພອນ​ມື້​ທີ​ເຈັດ ແລະ​ຕັ້ງ​ໄວ້​ໃຫ້​ເປັນ​ວັນ​ສັກສິດ​ບໍຣິສຸດ ເພາະ​ໃນ​ມື້ນັ້ນ ພຣະອົງ​ໄດ້​ຢຸດ​ພັກ​ຈາກ​ການ​ນິຣະມິດ​ສ້າງ ແລະ​ຢຸດ​ກິດຈະການ​ທັງ​ສິ້ນ.


ກ່ອນ​ຈະ​ຈາກ​ໄປ ພວກເຂົາ​ໄດ້​ອວຍພອນ​ນາງ​ເຣເບກາ​ດ້ວຍ​ຖ້ອຍຄຳ​ດັ່ງນີ້: “ນ້ອງເອີຍ ຂໍ​ໃຫ້​ເຈົ້າ​ເປັນ​ແມ່ ຂອງ​ຄົນ​ຫລາຍ​ແສນ; ຂໍ​ໃຫ້​ແມ່ນ​ເຊື້ອສາຍ​ຂອງ​ເຈົ້າ ທີ່​ຊະນະ​ສັດຕູ​ຕາມ​ເມືອງ​ຕ່າງໆ.”


ແລ້ວ​ພຣະອົງ​ກໍ​ກ່າວ​ອີກ​ວ່າ, “ເຮົາ​ແມ່ນ​ພຣະເຈົ້າ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່. ຈົ່ງ​ມີ​ລູກຫລານ​ໃຫ້​ຫລວງຫລາຍ ເພື່ອ​ວ່າ​ເຊື້ອສາຍ​ຂອງ​ເຈົ້າ​ຈະ​ກາຍເປັນ​ຫລາຍ​ຊົນຊາດ ແລະ​ສືບ​ເຊື້ອສາຍ​ໃຫ້​ກະສັດ​ຫລາຍ​ຄົນ.


ຈົ່ງ​ປ່ອຍ​ນົກ ແລະ​ສັດ​ທັງຫລາຍ​ທີ່​ຢູ່​ໃນ​ເຮືອ​ອອກ​ໄປ​ໝົດ ເພື່ອ​ໃຫ້​ອອກ​ແມ່​ແຜ່​ລູກ​ຫລາຍ​ຂຶ້ນ​ຢູ່​ເທິງ​ແຜ່ນດິນ​ໂລກ.”


ລູກຊາຍ​ທັງ​ສາມ​ຂອງ​ໂນອາ​ນີ້​ເປັນ​ບັນພະບຸລຸດ​ຂອງ​ປະຊາຊາດ​ທັງໝົດ​ທີ່​ເທິງ​ແຜ່ນດິນ​ໂລກ.


ສັດ​ທຸກ​ຊະນິດ, ນົກ​ທຸກ​ໂຕ, ສັດ​ເລືອຄານ ແລະ​ປາ​ທຸກ​ຊະນິດ​ຈະ​ມີ​ຊີວິດ​ຢູ່​ໂດຍ​ຢ້ານກົວ​ພວກເຈົ້າ.


ຈົ່ງ​ມີ​ລູກຫລານ​ໃຫ້​ມາກ​ຫລາຍ ເພື່ອ​ວ່າ​ເຊື້ອສາຍ​ຂອງ​ເຈົ້າ​ຈະ​ມີ​ຊີວິດ​ຢູ່​ທົ່ວ​ໄປ​ເທິງ​ແຜ່ນດິນ​ໂລກ.”


ຈົ່ງ​ຍ້ອງຍໍ​ສັນລະເສີນ​ພຣະເຈົ້າຢາເວ. ຄວາມສຸກ​ເປັນ​ຂອງ​ຜູ້​ທີ່​ຢຳເກງ​ພຣະເຈົ້າຢາເວ ຄື​ຜູ້​ທີ່​ເຊື່ອຟັງ​ຂໍ້ຄຳສັ່ງ​ຂອງ​ພຣະອົງ​ດ້ວຍ​ໃຈ​ຊົມຊື່ນ​ຍິນດີ.


ຈົ່ງ​ຄິດເຖິງ​ບັນພະບຸລຸດ​ພວກເຈົ້າ​ຄື​ອັບຣາຮາມ ແລະ​ນາງ​ຊາຣາ​ຜູ້​ທີ່​ສືບ​ເຊື້ອສາຍ​ໃຫ້​ພວກເຈົ້າ. ເມື່ອ​ເຮົາ​ໄດ້​ເອີ້ນ​ອັບຣາຮາມ​ນັ້ນ​ລາວ​ບໍ່ມີ​ລູກ​ເລີຍ ແຕ່​ເຮົາ​ໄດ້​ອວຍພອນ​ລາວ​ໃຫ້​ໄດ້​ມີ​ລູກ; ເຮົາ​ໄດ້​ໃຫ້​ອັບຣາຮາມ​ກາຍເປັນ​ບັນພະບຸລຸດ​ຜູ້ໜຶ່ງ ຜູ້​ທີ່​ສືບ​ເຊື້ອສາຍ​ໃຫ້​ຊົນຊາດ​ທັງຫລາຍ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka