4 ໃນວັນທີສິບເຈັດຂອງເດືອນທີເຈັດ ເຮືອຂອງໂນອາໄດ້ຄ້າງຄາຢູ່ທີ່ເທິງພູເຂົາອາຣາຣັດ.
ໃນທີ່ສຸດ ນໍ້າໄດ້ຖ້ວມພູເຂົາໜ່ວຍສູງທີ່ສຸດຂຶ້ນໄປອີກເຈັດແມັດ.
ນໍ້າໄດ້ບົກລົງເລື້ອຍໆ ຈົນຮອດວັນທີໜຶ່ງຂອງເດືອນທີສິບແລ້ວ ຈອມພູທັງຫລາຍກໍໄດ້ປາກົດຂຶ້ນ.
ວັນໜຶ່ງ ເມື່ອເພິ່ນກຳລັງຂາບໄຫວ້ພະທີ່ວິຫານພະນີຊະຣົກພະຂອງເພິ່ນ; ອັດຣຳເມເລັກແລະຊາເຣເຊກໍໄດ້ຂ້າເພິ່ນເສຍ. ສອງຄົນນີ້ເປັນລູກຊາຍຂອງເພິ່ນເອງ. ແລ້ວພວກເຂົາກໍປົບໜີໄປປະເທດອາຣາຣັດ. ລູກຊາຍຂອງເພິ່ນອີກຄົນໜຶ່ງຊື່ວ່າ ເອສາຮັດໂດນ ໄດ້ຂຶ້ນປົກຄອງແທນ.
ວັນໜຶ່ງ ໃນຂະນະທີ່ເພິ່ນກຳລັງຂາບໄຫວ້ນີຊະໂລກ ພະຂອງຕົນຢູ່ໃນວິຫານ ອັດຣຳເມເລັກແລະຊາເຣເຊ ລູກຊາຍສອງຄົນຂອງເພິ່ນ ໄດ້ສັງຫານເພິ່ນດ້ວຍດາບຂອງພວກເຂົາ ແລ້ວກໍປົບໜີໄປໃນດິນແດນອາຣາຣັດ. ເອສາຮັດໂດນລູກຊາຍອີກຄົນໜຶ່ງຂອງເພິ່ນໄດ້ຂຶ້ນເປັນກະສັດແທນ.
“ຈົ່ງໃຫ້ສັນຍານໂຈມຕີ ຈົ່ງເປົ່າແກຂຶ້ນເພື່ອຊົນຊາດຕ່າງໆຈະໄດ້ຍິນ ຈົ່ງໃຫ້ຊົນຊາດທັງຫລາຍຕຽມເຮັດເສິກຕໍ່ສູ້ບາບີໂລນ ຈົ່ງບອກໃຫ້ອານາຈັກອາຣາຣັດ, ມິນນີ ແລະອັດຊະເກນາດ ຕຽມໂຈມຕີ. ຈົ່ງແຕ່ງຕັ້ງນາຍທະຫານຜູ້ໜຶ່ງໃຫ້ນຳພາການໂຈມຕີ. ຈົ່ງນຳຝູງມ້າມາໃຫ້ຫລາຍດັ່ງຝູງຕັກແຕນ.