2 ຮູນໍ້າໃຕ້ພື້ນດິນ ແລະປ່ອງນໍ້າເທິງຟ້າສະຫວັນ ຖືກອັດໝົດ ຝົນເຊົາຕົກ
ເມື່ອໂນອາອາຍຸໄດ້ 600 ປີ, ຄືໃນວັນທີສິບເຈັດຂອງເດືອນທີສອງ ຟ້າສະຫວັນໄດ້ຖອກເທຫ່າຝົນລົງມາສູ່ໂລກ; ນໍ້າໃນບໍ່ ໃນເຫວ ແລະໃນຫ້ວຍຮ່ອງກໍໄດ້ພຸ່ງຂຶ້ນ;
ຝົນໄດ້ຕົກລົງມາສູ່ໂລກບໍ່ຂາດສາຍ ເປັນເວລາສີ່ສິບວັນສີ່ສິບຄືນ.
ໃນເຈັດວັນຂ້າງໜ້ານີ້ ເຮົາຈະໃຫ້ຝົນຕົກລົງມາ ຊຶ່ງຈະຕົກເປັນເວລາສີ່ສິບວັນສີ່ສິບຄືນ ເພື່ອທຳລາຍທຸກສິ່ງທີ່ມີຊີວິດ ຊຶ່ງເຮົາໄດ້ສ້າງຂຶ້ນມານັ້ນໃຫ້ຈິບຫາຍໄປໝົດ.”
ເຈົ້າເຄີຍໄປທີ່ນໍ້າພຸໃນພື້ນທະເລເລິກບໍ? ເຈົ້າເຄີຍຍ່າງເທິງໜ້ານໍ້າໃນມະຫາສະໝຸດຫລືບໍ່?
ຜູ້ໃດແດ່ມີປັນຍາ ພໍທີ່ຈະນັບກ້ອນເມກໄດ້ນໍ? ແລະງ່ຽງໄຫນໍ້າແຫ່ງຟ້າສະຫວັນໄດ້?
ເມື່ອຊົງເຮັດໃຫ້ມີເມກໃນທ້ອງຟ້າ ໄຂບໍ່ນໍ້າທັງຫລາຍຂອງມະຫາສະໝຸດນັ້ນ
ພຣະອົງໄດ້ໂຍນຂ້ານ້ອຍລົງໄປໃນບ່ອນເລິກ ສູ່ພື້ນທ້ອງຂອງທະເລເລິກນັ້ນເອງ ບ່ອນທີ່ກະແສນໍ້າອ້ອມຂ້ານ້ອຍໄວ້ທຸກແຈ ແລະຄື້ນແຮງໜັກກໍໄດ້ມ້ວນຂ້ານ້ອຍໄວ້.
ຂ້ານ້ອຍເອງຢູ່ໃຕ້ບັງຄັບບັນຊາຂອງຜູ້ເປັນນາຍ ແລະຂ້ານ້ອຍກໍມີທະຫານຢູ່ໃຕ້ບັງຄັບບັນຊາຂອງຂ້ານ້ອຍດ້ວຍ ຂ້ານ້ອຍສັ່ງວ່າ, ‘ໄປ’ ເຂົາກໍໄປ, ຂ້ານ້ອຍສັ່ງວ່າ ‘ມາ’ ເຂົາກໍມາ ແລະຂ້ານ້ອຍສັ່ງຄົນໃຊ້ວ່າ ‘ເຮັດອັນນີ້’ ເຂົາກໍເຮັດ.”