1 ພຣະເຈົ້າບໍ່ໄດ້ລືມໂນອາພ້ອມທັງສັດຊະນິດຕ່າງໆທີ່ຢູ່ໃນເຮືອ; ພຣະອົງໄດ້ເຮັດໃຫ້ມີລົມພັດມາ ແລະນໍ້າກໍບົກລົງ.
ແຕ່ເມື່ອພຣະເຈົ້າທຳລາຍເມືອງຕ່າງໆໃນຮ່ອມພູ ບ່ອນທີ່ໂລດອາໄສຢູ່ນັ້ນ; ພຣະອົງຍັງຈື່ຈຳຄຳຂໍຮ້ອງຂອງອັບຣາຮາມ ແລະຊ່ວຍໂລດໃຫ້ພົ້ນຈາກອັນຕະລາຍ.
ແລ້ວພຣະເຈົ້າກໍຄິດເຖິງນາງຣາເຊັນ; ພຣະອົງຕອບຄຳພາວັນນາອະທິຖານຂອງນາງແລະໃຫ້ນາງມີລູກ.
ແລະທຸກສິ່ງທີ່ມີຊີວິດເຊັ່ນ: ນົກທຸກຊະນິດ ແລະສັດທຸກຊະນິດ ຄືທຸກໆສິ່ງທີ່ອອກມາຈາກເຮືອນຳເຈົ້ານັ້ນ.
ຂ້າແດ່ພຣະເຈົ້າຂອງຂ້ານ້ອຍ ຂໍຊົງໂຜດຈົດຈຳສິ່ງດີໆທັງໝົດເຫຼົ່ານີ້ ທີ່ຂ້ານ້ອຍໄດ້ເຮັດສຳລັບວິຫານຂອງພຣະເຈົ້າຂອງຂ້ານ້ອຍ ແລະການຮັບໃຊ້ພຣະອົງໃນທີ່ນັ້ນດ້ວຍເຖີດ.
ຂ້າພະເຈົ້າສັ່ງໃຫ້ຊາວເລວີຊຳລະຕົວ ແລະໄປເຝົ້າຍາມປະຕູ ເພື່ອໃຫ້ແນ່ໃຈວ່າວັນຊະບາໂຕໄດ້ຖືກຮັກສາໄວ້ໃຫ້ບໍຣິສຸດ. ໂອ ພຣະເຈົ້າຂອງຂ້ານ້ອຍເອີຍ ໂຜດລະນຶກເຖິງຂ້ານ້ອຍໃນເລື່ອງນີ້ເຊັ່ນດຽວກັນແດ່ທ້ອນ ແລະຂໍຊົງໂຜດເອັນດູຂ້ານ້ອຍດ້ວຍ ເພາະເຫັນແກ່ຄວາມຮັກອັນຍິ່ງໃຫຍ່ຂອງພຣະອົງ.
ຂ້າແດ່ພຣະເຈົ້າຂອງຂ້ານ້ອຍເອີຍ ໂຜດຈົດຈຳສິ່ງທີ່ຄົນເຫຼົ່ານັ້ນ ໄດ້ດູໝິ່ນປະໝາດຕຳແໜ່ງປະໂຣຫິດແລະພັນທະສັນຍາ ທີ່ພຣະອົງໄດ້ເຮັດໄວ້ກັບພວກປະໂຣຫິດ ແລະຊາວເລວີດ້ວຍເຖີດ.
ຂ້າພະເຈົ້າຈັດແຈງໃຫ້ພວກເຂົາຫາຟືນ ເພື່ອເຜົາເຄື່ອງບູຊາໃຫ້ໄດ້ຕາມກຳນົດ ແລະໃຫ້ປະຊາຊົນນຳພືດຜົນ ແລະໝາກໄມ້ສຸກເທື່ອທຳອິດມາຖວາຍ. ຂ້າແດ່ພຣະເຈົ້າຂອງຂ້ານ້ອຍເອີຍ ຂໍໂຜດນັບສິ່ງທັງໝົດນີ້ວ່າ ເປັນກິດຈະການອັນດີຂອງຂ້ານ້ອຍດ້ວຍເທີ້ນ.
ເມື່ອພຣະອົງກັກຝົນ ຄວາມແຫ້ງແລ້ງກໍມີຂຶ້ນ; ເມື່ອພຣະອົງໃຫ້ຝົນລິນຫລັ່ງ ນໍ້າຖ້ວມກໍມາເຖິງ.
ຂ້ານ້ອຍຢາກໃຫ້ຖືກເຊື່ອງໄວ້ທີ່ໂລກຄົນຕາຍ ຄືເຊື່ອງຂ້ານ້ອຍໄວ້ໃນແດນມໍຣະນາພຸ້ນ; ຈົນໃຫ້ເຖິງວັນທີ່ພຣະອົງເຊົາໂກດຮ້າຍຂ້ານ້ອຍ ຊຶ່ງພຣະອົງຈະຈົດຈຳຂ້ານ້ອຍໄດ້ຄືເກົ່າ.
ພຣະອົງໄດ້ລະນຶກເຖິງພຣະສັນຍາອັນສັກສິດ ທີ່ມີຕໍ່ອັບຣາຮາມຜູ້ຮັບໃຊ້ຂອງພຣະອົງ.
ຂ້າແດ່ພຣະເຈົ້າຢາເວ ຂໍຊົງໂຜດລະນຶກເຖິງຂ້ານ້ອຍດ້ວຍ ເມື່ອພຣະອົງຊ່ວຍເຫຼືອໄພ່ພົນຂອງພຣະອົງ. ຂໍຊົງໂຜດຮວມເອົາຂ້ານ້ອຍເຂົ້ານຳ ເມື່ອພຣະອົງຊ່ວຍພວກເຂົາໃຫ້ພົ້ນ.
ພຣະເຈົ້າຢາເວລະນຶກເຖິງພວກເຮົາ ແລະຈະອວຍພອນພວກເຮົາ ພຣະອົງຈະອວຍພອນພວກອິດສະຣາເອນ ແລະປະໂຣຫິດທຸກຄົນດ້ວຍ.
ຂ້າແດ່ພຣະເຈົ້າຢາເວ ຂໍຢ່າລືມໄລດາວິດ ແລະຄວາມລຳບາກທຸກຢ່າງທີ່ເພິ່ນໄດ້ທົນນັ້ນ.
ເມື່ອພວກເຮົາປະລາໄຊ ພຣະອົງບໍ່ໄດ້ລືມໄລພວກເຮົາ ຄວາມຮັກໝັ້ນຄົງຂອງພຣະອົງດຳລົງຢູ່ສືບໄປເປັນນິດ.
ຂ້າແດ່ພຣະເຈົ້າຢາເວ ຂໍຈົ່ງຈົດຈຳສິ່ງທີ່ຊາວເອໂດມໄດ້ເຮັດ ໃນມື້ທີ່ນະຄອນເຢຣູຊາເລັມໄດ້ຖືກຢຶດນັ້ນ. ຂໍຈົ່ງຈົດຈຳຖ້ອຍຄຳທີ່ພວກເຂົາເວົ້າກັນຢູ່ສະເໝີວ່າ, “ຈົ່ງທຳລາຍມັນຖິ້ມໃຫ້ດັບສູນ”.
ພຣະເຈົ້າຢາເວປົກຄອງເໜືອນໍ້າເລິກທັງຫລາຍ ພຣະເຈົ້າຢາເວນັ່ງປົກຄອງດັ່ງກະສັດຕະຫຼອດໄປເປັນນິດ.
ຄວາມຊອບທຳຂອງພຣະອົງນັ້ນສູງສົ່ງດັ່ງພູເຂົາ ແລະຄວາມຍຸດຕິທຳກໍເປັນດັ່ງທະເລເລິກ. ມວນມະນຸດແລະຝູງສັດທັງປວງ ກໍຢູ່ໃຕ້ການຄຸ້ມຄອງຂອງພຣະເຈົ້າຢາເວທັງນັ້ນ.
ໂມເຊໄດ້ເດ່ມືຂອງຕົນອອກໄປສູ່ທະເລ ແລະພຣະເຈົ້າຢາເວໄດ້ບັນດານ ໃຫ້ລົມຮ້ອນທາງທິດຕາເວັນອອກພັດທະເລຕະຫລອດຄືນ. ລົມໄດ້ພັດທະເລຢູ່ຢ່າງລຽນຕິດຈົນເຫັນພື້ນດິນແຫ້ງ. ນໍ້າໄດ້ແຍກອອກຈາກກັນເປັນທາງຍ່າງ
ເມື່ອພຣະອົງຫາຍໃຈ ພຽງຄັ້ງດຽວເທົ່ານັ້ນ ຊາວເອຢິບກໍຈົມລົງສູ່ທ້ອງທະເລທັງດີ້ນ. ພວກເຂົາຈົມລົງດິ່ງໆເໝືອນດັ່ງກ້ອນຂີ້ກົ່ວ ຕົນຕົວຈົມລົງສູ່ພື້ນທະເລກວ້າງຄຶກຄະນອງ.
ພຣະເຈົ້າໄດ້ຍິນສຽງຮ້ອງໄຫ້ຄວນຄາງຂອງພວກເຂົາ ແລະລະນຶກເຖິງພັນທະສັນຍາ ທີ່ພຣະອົງໄດ້ໃຫ້ໄວ້ກັບອັບຣາຮາມ, ອີຊາກ ແລະຢາໂຄບ.
ລົມທິດເໜືອນຳເອົາຝົນມາສັນໃດ ຄົນປາກບອນກໍນຳເອົາຄວາມໂກດຮ້າຍມາສັນນັ້ນ.
ເຮົາສັ່ງພື້ນນໍ້າບ່ອນເລິກສຸດຂອງທ້ອງທະເລວ່າ, ‘ໃຫ້ນໍ້າແຫ້ງໄປໝົດແລະປະດິນແຫ້ງໄວ້.’
ໃຫ້ຄວາມແຫ້ງແລ້ງມາສູ່ດິນແດນນີ້ສາ ໃຫ້ແມ່ນໍ້າໃນປະເທດນີ້ບົກແຫ້ງໝົດ. ບາບີໂລນມີຮູບເຄົາຣົບໜ້າຢ້ານຫລວງຫລາຍ ຊຶ່ງເຮັດໃຫ້ຄົນຫລົງໄຫລພາກັນເປັນບ້າຍ້ອນ.
ພຣະເຈົ້າຢາເວໄດ້ສາບານໄວ້ໂດຍກຽດສັກສີຂອງຢາໂຄບວ່າ, “ເຮົາຈະບໍ່ລືມການກະທຳອັນຊົ່ວຊ້າຂອງພວກເຂົາ.
ແລ້ວເຮົາກໍສົມຄວນມີຄວາມເມດຕາຕໍ່ນີເນເວເມືອງໃຫຍ່ນີ້ ຫລາຍກວ່າມັນເທົ່າໃດ. ຈົ່ງພິຈາລະນາເບິ່ງໃຫ້ດີ ເມືອງນີ້ມີເດັກນ້ອຍທີ່ບໍ່ຮູ້ດຽງສາຫຼາຍກວ່າແສນສອງໝື່ນຄົນ ແລະມີສັດລ້ຽງເປັນຈຳນວນຫລວງຫລາຍອີກດ້ວຍ.”
ພຣະອົງສັ່ງທະເລກວ້າງ ແລະກໍເຫືອດແຫ້ງລົງ ທັງເຮັດໃຫ້ແມ່ນໍ້າທັງຫລາຍບົກແຫ້ງໝົດສິ້ນ. ທົ່ງບາຊານກໍແຫ້ງແລ້ງ ພູກາເມນກໍເຫລືອງຫລ່າ ມວນມາລາໃນເລບານອນກໍຫ່ຽວແຫ້ງຕາຍໄປ.
ຂ້າແດ່ພຣະເຈົ້າຢາເວ ຂ້ານ້ອຍໄດ້ຍິນເຖິງສິ່ງທີ່ຊົງໄດ້ກະທຳ, ຂ້ານ້ອຍຈຶ່ງເຕັມໄປດ້ວຍຄວາມຢຳເກງຍິ່ງ. ບັດນີ້ ໂຜດຮື້ຟື້ນໃໝ່ໃນສະໄໝພວກຂ້ານ້ອຍແດ່ນາ ກິດຈະການອັນຍິ່ງໃຫຍ່ທີ່ພຣະເຈົ້າຢາເວໄດ້ກະທຳນັ້ນ ເຖິງວ່າເມື່ອພຣະອົງລົງໂທດໂກດຮ້າຍກໍຕາມ ໂຜດເມດຕາສົງສານພວກຂ້ານ້ອຍແດ່ທ້ອນ.
ເມື່ອພວກເຂົາຜ່ານທະເລທີ່ໃຫ້ຄວາມເດືອດຮ້ອນໃຈ ພຣະອົງຈະຕີຄື້ນໃຫ້ສະຫງັດງຽບ ສ່ວນທ້ອງນໍ້າເລິກຂອງແມ່ນໍ້ານິນ ກໍຈະບົກລົງ ແລະເຫືອດແຫ້ງໄປຈົນກ້ຽງ. ອັດຊີເຣຍຜູ້ທີ່ຈອງຫອງຈະອ່ອນນ້ອມຖ່ອມຕົວ ແລະປະເທດເອຢິບຜູ້ທີ່ມີກຳລັງກໍຈະສູນເສຍອຳນາດ.
ເມື່ອອອກໄປເຮັດເສິກໃນດິນແດນຂອງພວກເຈົ້າທີ່ສັດຕູເຂົ້າມາໂຈມຕີ ຈົ່ງເປົ່າແກນີ້ເປັນສັນຍານສູ້ຮົບ. ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າຈະລະນຶກຄິດເຖິງພວກເຈົ້າ ແລະຈະຊ່ວຍພວກເຈົ້າໃຫ້ພົ້ນຈາກເຫຼົ່າສັດຕູທັງຫລາຍ.
ເທວະດາຂອງພຣະເຈົ້າຢາເວໄດ້ຖາມລາວວ່າ, “ເປັນຫຍັງເຈົ້າຈຶ່ງຕີລໍຂອງເຈົ້າເຖິງສາມເທື່ອເຊັ່ນນີ້? ເຮົາມາທີ່ນີ້ເພື່ອຂັດຂວາງເຈົ້າໄວ້ ເພາະເຮົາເຫັນວ່າເຈົ້າບໍ່ຄວນຈະໄປ.
ມະຫານະຄອນໄດ້ແຍກອອກເປັນສາມສ່ວນ ແລະເມືອງທັງຫລາຍໃນທຸກປະເທດໄດ້ຖືກທຳລາຍ. ພຣະເຈົ້າບໍ່ໄດ້ລືມມະຫານະຄອນບາບີໂລນ ແລະໄດ້ຊົງໃຫ້ນະຄອນນີ້ດື່ມເຫຼົ້າອະງຸ່ນ ແຫ່ງຄວາມໂກດຮ້າຍຂອງພຣະອົງ.
ເພາະການບາບຂອງນະຄອນນັ້ນ ກອງສູງຂຶ້ນພຽງຟ້າແລ້ວ ແລະພຣະເຈົ້າໄດ້ຊົງຈື່ຈຳການກະທຳ ອັນຊົ່ວຊ້າຂອງມັນໄວ້ແລ້ວ.
ເຊົ້າມື້ໃໝ່ມາ ເອນການາພ້ອມທັງຄອບຄົວໄດ້ລຸກແຕ່ເຊົ້າ. ຫລັງຈາກນະມັດສະການຕໍ່ໜ້າພຣະເຈົ້າຢາເວແລ້ວ ພວກເຂົາກໍໄດ້ກັບຄືນເມືອເຮືອນຂອງພວກເຂົາທີ່ຣາມາ. ເອນການາໄດ້ສົມສູ່ກັບນາງຮັນນາເມຍຂອງຕົນ ແລະພຣະເຈົ້າຢາເວກໍໄດ້ຊົງລະນຶກເຖິງນາງ.