Biblia Todo Logo
Internet tuqin Biblia

- Anuncios ukanaka -




ປະຖົມມະການ 7:9 - ພຣະຄຳພີສັກສິ

9 ກໍ​ຖືກ​ຕ້ອນ​ເຂົ້າ​ໄປ​ໃນ​ເຮືອ​ພ້ອມ​ກັບ​ໂນອາ​ຕາມ​ພຣະເຈົ້າ​ໄດ້​ສັ່ງ.

Uka jalj uñjjattʼäta Copia luraña




ປະຖົມມະການ 7:9
12 Jak'a apnaqawi uñst'ayäwi  

ແລ້ວ​ພຣະເຈົ້າຢາເວ​ພຣະເຈົ້າ​ຈຶ່ງ​ເອົາ​ຂີ້ດິນ​ຈາກ​ພື້ນດິນ ມາ​ປັ້ນ​ເປັນ​ຮູບ​ສັດ​ຕ່າງໆ​ທີ່​ຢູ່​ໃນ​ທົ່ງ ແລະ​ນົກ​ທັງຫລາຍ​ທີ່​ຢູ່​ໃນ​ອາກາດ ແລະ​ໄດ້​ນຳ​ສັດ​ເຫຼົ່ານັ້ນ​ມາ​ໃຫ້​ຊາຍ​ນັ້ນ​ເບິ່ງ​ວ່າ ລາວ​ຈະ​ໃສ່​ຊື່​ໃຫ້​ຢ່າງໃດ ແລະ​ຊື່​ໃດ​ທີ່​ລາວ​ຕັ້ງ​ໃຫ້​ສັດ​ທັງຫລາຍ​ທີ່ມີ​ຊີວິດ​ຈຶ່ງ​ເປັນ​ຊື່​ຕໍ່ໆມາ.


ໂນອາ​ໄດ້​ເຮັດ​ຕາມ​ທີ່​ພຣະເຈົ້າ​ໄດ້​ສັ່ງ​ໄວ້​ທຸກປະການ.


ເຈັດ​ວັນ​ຕໍ່ມາ ນໍ້າ​ກໍໄດ້​ຖ້ວມ​ແຜ່ນດິນ​ໂລກ.


ສັດ​ໂຕຜູ້​ແລະ​ໂຕ​ແມ່ ຕາມ​ແຕ່ລະ​ຊະນິດ​ຂອງ​ມັນ​ໄດ້​ເຂົ້າ​ໄປ​ຢູ່​ໃນ​ເຮືອ​ກັບ​ໂນອາ


ຫລັງຈາກ​ຈັດ​ສັດ​ທຸກ​ຊະນິດ ແລະ​ທຸກສິ່ງ​ທີ່​ມີ​ຊີວິດ​ພ້ອມ​ກັບ​ໂນອາ​ເຂົ້າ​ໃນ​ເຮືອ ຕາມ​ທີ່​ພຣະເຈົ້າ​ໄດ້​ສັ່ງ​ແລ້ວ ພຣະເຈົ້າຢາເວ​ກໍໄດ້​ອັດ​ປະຕູ​ເຮືອ.


ສັດ​ແລະ​ນົກ ໂຕ​ຜູ້​ແລະ​ໂຕ​ແມ່​ແຕ່ລະ​ຊະນິດ ທັງ​ໂຕ​ທີ່​ເປັນ​ມົນທິນ ແລະ​ບໍ່​ເປັນ​ມົນທິນ


ໝາປ່າ​ແລະ​ລູກແກະ​ຈະ​ກິນ​ຮ່ວມກັນ ສິງ​ຈະ​ກິນ​ເຟືອງ​ເໝືອນ​ງົວ ແລະ​ງູພິດ​ກໍ​ຈະ​ກິນ​ຂີ້ດິນ​ຢ່າງ​ພໍໃຈ. ທີ່​ຊີໂອນ​ເທິງ​ເນີນພູ​ສັກສິດ​ຂອງເຮົາ ຈະ​ບໍ່ມີ​ສິ່ງ​ອັນຕະລາຍ​ຫລື​ຊົ່ວຮ້າຍ​ເລີຍ.” ພຣະເຈົ້າຢາເວ​ກ່າວ​ດັ່ງນັ້ນ.


ແມ່ນແຕ່​ນົກ​ຍາງ​ຢູ່​ເທິງ​ຟ້າ​ຍັງ​ຮູ້ຈັກ​ຍາມ​ກັບ​ມາ; ນົກ​ກາງແກ, ນົກ​ແອ່ນ ແລະ​ນົກ​ຂຽນ ກໍ​ຍັງ​ຮູ້ຈັກ​ເວລາ​ຍົກຍ້າຍ​ມາ. ແຕ່​ປະຊາຊົນ​ຂອງເຮົາ ພວກເຈົ້າ​ບໍ່​ຮູ້ຈັກ​ກົດບັນຍັດ​ທັງຫລາຍ​ຂອງເຮົາ​ທີ່​ໃຊ້​ປົກຄອງ​ພວກເຈົ້າ.


ດັ່ງນັ້ນ ຈຶ່ງ​ບໍ່ມີ​ຄວາມ​ແຕກຕ່າງ​ອັນ​ໃດ ລະຫວ່າງ​ຄົນ​ຢິວ​ແລະ​ຄົນຕ່າງຊາດ ລະຫວ່າງ​ທາດ​ແລະ​ອິດສະຫລະ ລະຫວ່າງ​ຊາຍ​ແລະ​ຍິງ ເພາະ​ພວກເຈົ້າ​ທຸກຄົນ​ເປັນ​ອັນ​ໜຶ່ງ​ອັນ​ດຽວກັນ​ໃນ​ພຣະຄຣິດເຈົ້າ​ເຢຊູ.


ດັ່ງນັ້ນ ຈຶ່ງ​ບໍ່ມີ​ຄວາມ​ແຕກຕ່າງ​ກັນ​ອີກ​ຕໍ່ໄປ ລະຫວ່າງ​ຄົນຕ່າງຊາດ​ກັບ​ຄົນ​ຢິວ, ຄົນ​ຮັບ​ພິທີຕັດ​ກັບ​ຄົນ​ບໍ່​ຮັບ​ພິທີຕັດ, ຄົນ​ສີວິໄລ, ຄົນ​ປ່າເຖື່ອນ, ເປັນ​ທາດຮັບໃຊ້ ຫລື​ເປັນ​ອິດສະຫລະ ແຕ່​ພຣະຄຣິດ​ເປັນ​ເຈົ້າ​ຂອງ​ສັບພະທຸກສິ່ງ ແລະ​ຊົງ​ສະຖິດ​ຢູ່​ໃນ​ພວກເຈົ້າ​ທຸກຄົນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka