Biblia Todo Logo
Internet tuqin Biblia

- Anuncios ukanaka -




ປະຖົມມະການ 7:7 - ພຣະຄຳພີສັກສິ

7 ໂນອາ​ພ້ອມ​ດ້ວຍ​ເມຍ ລູກຊາຍ​ພ້ອມ​ລູກໃພ້​ທັງໝົດ ກໍ​ພາກັນ​ເຂົ້າ​ໄປ​ໃນ​ເຮືອ​ເພື່ອ​ໜີ​ນໍ້າ​ຖ້ວມ.

Uka jalj uñjjattʼäta Copia luraña




ປະຖົມມະການ 7:7
10 Jak'a apnaqawi uñst'ayäwi  

ແຕ່​ເຮົາ​ຈະ​ຕັ້ງ​ພັນທະສັນຍາ​ໄວ້​ກັບ​ເຈົ້າ. ຈົ່ງ​ເອົາ​ເມຍ, ລູກຊາຍ ແລະ​ພວກ​ລູກໃພ້​ຂອງ​ເຈົ້າ​ເຂົ້າ​ໄປ​ໃນ​ເຮືອ.


ພຣະເຈົ້າຢາເວ​ໄດ້​ບອກ​ໂນອາ​ວ່າ, “ຈົ່ງ​ເຂົ້າ​ໄປ​ໃນ​ເຮືອ​ກັບ​ຄອບຄົວ​ທັງໝົດ​ຂອງ​ເຈົ້າ; ເຮົາ​ເຫັນ​ແລ້ວ​ວ່າ ແມ່ນ​ເຈົ້າ​ຜູ້​ດຽວ​ເທົ່ານັ້ນ​ໃນ​ໝົດ​ທັງ​ໂລກນີ້​ທີ່​ເຮັດ​ສິ່ງ​ຊອບທຳ.


ຄົນ​ທີ່​ຢັ່ງຮູ້​ຍ່ອມ​ເຫັນ​ຄວາມ​ເດືອດຮ້ອນ​ຈະ​ມາ​ເຖິງ ຈຶ່ງ​ຮູ້ຈັກ​ຊ່ອນຊົ້ນ​ຕົນ​ຫລົບຫລີກ​ມັນ​ໄດ້, ແຕ່​ຄົນ​ບໍ່​ຄິດ​ຈະ​ຍ່າງ​ກົງ​ເຂົ້າໄປ​ແລະ​ກໍ​ເສຍໃຈ​ຕໍ່ມາ​ພາຍຫລັງ.


ກ່ອນ​ວັນ​ນໍ້າ​ໄດ້​ຖ້ວມ​ໂລກ​ນັ້ນ ປະຊາຊົນ​ໄດ້​ກິນ​ແລະ​ໄດ້​ດື່ມ ແລະ​ໄດ້​ເອົາ​ກັນ​ເປັນ​ຜົວ​ເປັນ​ເມຍ ຈົນເຖິງ​ວັນ​ທີ່​ໂນອາ​ໄດ້​ເຂົ້າ​ໄປ​ໃນ​ເຮືອ,


ຄົນ​ທັງຫລາຍ​ໄດ້​ກິນ​ໄດ້​ດື່ມ ແລະ​ຊາຍ​ຍິງ​ໄດ້​ແຕ່ງງານ​ກັນ ຈົນເຖິງ​ວັນ​ທີ່​ໂນອາ​ໄດ້​ເຂົ້າ​ໄປ​ໃນ​ເຮືອ​ໃຫຍ່ ນໍ້າ​ຈຶ່ງ​ໄດ້​ຖ້ວມ​ທຳລາຍ​ລ້າງຜານ​ທຸກສິ່ງ​ໃຫ້​ຈິບຫາຍ​ໝົດ.


ເພາະ​ໂນອາ​ມີ​ຄວາມເຊື່ອ​ແບບ​ນີ້ ພຣະເຈົ້າ​ຈຶ່ງ​ຊົງ​ຕັກເຕືອນ​ໃຫ້​ຮູ້​ເຖິງ​ເຫດການ​ທີ່​ຍັງ​ບໍ່​ປາກົດ ເພິ່ນ​ຈຶ່ງ​ຢຳເກງ​ແລະ​ສ້າງ​ເຮືອ ເພື່ອ​ໃຫ້​ຄອບຄົວ​ຂອງຕົນ​ພົ້ນ​ຈາກ​ຄວາມ​ຕາຍ ດ້ວຍເຫດນີ້ ເພິ່ນ​ຈຶ່ງ​ຕັດສິນ​ລົງໂທດ​ໃສ່​ມະນຸດ​ສະໂລກ ແລະ​ໄດ້​ກາຍເປັນ​ຜູ້​ຮັບ​ມໍຣະດົກ ຄື​ຄວາມ​ຊອບທຳ ຊຶ່ງ​ເກີດ​ມາ​ຈາກ​ຄວາມເຊື່ອ.


ເພື່ອ​ວ່າ​ໂດຍ​ສອງ​ປະການ​ທີ່​ປ່ຽນແປງ​ບໍ່ໄດ້ (ເພາະ​ພຣະເຈົ້າ​ຈະ​ກ່າວ​ຄຳ​ຕົວະ​ບໍ່ໄດ້) ເຮົາ ຜູ້​ທີ່​ໄດ້​ໜີ​ໄພ​ຮ້ອນ​ໄປ​ເພີ່ງ​ເຢັນ ຈຶ່ງ​ໄດ້​ຮັບ​ຄວາມ​ຊູໃຈ​ອັນ​ແຮງກ້າ ໃນ​ການ​ທີ່​ຈະ​ຢຶດຖື​ຄວາມຫວັງ ຊຶ່ງ​ມີ​ຢູ່​ຕໍ່ໜ້າ​ເຮົາ​ນັ້ນ.


ຊຶ່ງ​ເມື່ອ​ກ່ອນ​ນັ້ນ​ບໍ່ໄດ້​ຍອມ​ເຊື່ອຟັງ​ພຣະເຈົ້າ ຄື​ເມື່ອ​ພຣະເຈົ້າ​ຊົງ​ສຳແດງ​ຄວາມ​ອົດທົນ​ດົນນານ. ໃນ​ສະໄໝ​ຂອງ​ໂນອາ ຂະນະທີ່​ເພິ່ນ​ກຳລັງ​ສ້າງ​ເຮືອ​ຢູ່ ໃນ​ເຮືອ​ມີ​ຄົນ​ຈຳນວນ​ໜ້ອຍ ຄື​ແປດ​ຄົນ​ທີ່​ໄດ້​ຜ່ານ​ພົ້ນ​ນໍ້າ​ຖ້ວມ​ນັ້ນ.


ພຣະເຈົ້າ​ບໍ່ໄດ້​ຊົງ​ຍົກເວັ້ນ​ມະນຸດສະໂລກ​ຄາວ​ບູຮານ ແຕ່​ໄດ້​ຮັກສາ​ໂນອາ​ຜູ້​ປະກາດ​ຄວາມ​ຊອບທຳ ກັບ​ຄົນອື່ນ​ອີກ​ເຈັດ​ຄົນ ເມື່ອ​ພຣະອົງ​ໄດ້​ຊົງ​ບັນດານ​ໃຫ້​ນໍ້າ​ຖ້ວມ​ໂລກ ຂອງ​ຄົນ​ບໍ່​ນັບຖື​ພຣະເຈົ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka