5 ຝ່າຍໂນອາກໍໄດ້ເຮັດຕາມທີ່ພຣະເຈົ້າຢາເວໄດ້ສັ່ງໄວ້ທຸກປະການ.
ໂນອາໄດ້ເຮັດຕາມທີ່ພຣະເຈົ້າໄດ້ສັ່ງໄວ້ທຸກປະການ.
ຫລັງຈາກຈັດສັດທຸກຊະນິດ ແລະທຸກສິ່ງທີ່ມີຊີວິດພ້ອມກັບໂນອາເຂົ້າໃນເຮືອ ຕາມທີ່ພຣະເຈົ້າໄດ້ສັ່ງແລ້ວ ພຣະເຈົ້າຢາເວກໍໄດ້ອັດປະຕູເຮືອ.
ຖ້າຂ້ານ້ອຍເອົາໃຈໃສ່ຕໍ່ຂໍ້ຄຳສັ່ງທຸກຢ່າງຂອງພຣະອົງ ຂ້ານ້ອຍກໍຈະບໍ່ໄດ້ຖືກອັບອາຍຂາຍໜ້າ.
ໃນທີ່ສຸດ ການສ້າງຫໍເຕັນສັກສິດ, ຫໍເຕັນບ່ອນຊຸມນຸມ ກໍສຳເລັດລົງທຸກຢ່າງ. ຊາວອິດສະຣາເອນໄດ້ເຮັດທຸກສິ່ງຕາມທີ່ພຣະເຈົ້າຢາເວໄດ້ສັ່ງໄວ້ກັບໂມເຊທຸກປະການ.
ໂມເຊກໍເຮັດທຸກສິ່ງຕາມທີ່ພຣະເຈົ້າຢາເວໄດ້ສັ່ງໄວ້.
ໂມເຊ ແລະອາໂຣນກໍປະຕິບັດຕາມ ສິ່ງທີ່ພຣະເຈົ້າຢາເວໄດ້ສັ່ງໄວ້ນັ້ນທຸກປະການ.
ແຕ່ພຣະເຢຊູເຈົ້າຊົງຕອບລາວວ່າ, “ບັດນີ້ ຈົ່ງຍອມໃຫ້ເປັນໄປຢ່າງນີ້ສາ ເພາະສົມຄວນທີ່ເຮົາຈະເຮັດຢ່າງນີ້ໃຫ້ສຳເລັດຕາມຄວາມຊອບທຳທຸກຢ່າງທີ່ພຣະເຈົ້າປະສົງ.” ດັ່ງນັ້ນ ໂຢຮັນຈຶ່ງຍອມ.
ພຣະອົງຕອບພວກເຂົາວ່າ, “ແມ່ແລະນ້ອງຂອງເຮົານັ້ນ ແມ່ນຜູ້ທີ່ໄດ້ຍິນພຣະທຳຂອງພຣະເຈົ້າ ແລະປະຕິບັດຕາມ.”
ເມື່ອເຈົ້າທັງຫລາຍຮູ້ຄວາມຈິງນີ້ແລ້ວ ພວກເຈົ້າເຮັດຕາມ ພວກເຈົ້າກໍເປັນສຸກ.
ແມ່ຂອງພຣະອົງຈຶ່ງບອກຕໍ່ຄົນຮັບໃຊ້ວ່າ, “ເພິ່ນບອກພວກເຈົ້າໃຫ້ເຮັດອັນໃດ ຈົ່ງເຮັດຕາມເດີ.”
ແລະເມື່ອຊົງປາກົດພຣະອົງ ໃນສະພາບມະນຸດແລ້ວ ພຣະອົງກໍຊົງຖ່ອມພຣະອົງລົງ. ຍອມເຊື່ອຟັງຈົນເຖິງຄວາມມໍຣະນາ ຄືເຖິງຄວາມມໍຣະນາທີ່ໄມ້ກາງແຂນ.
ເຖິງແມ່ນວ່າ ພຣະອົງຊົງເປັນພຣະບຸດ ກໍຍັງຊົງຮຽນຮູ້ທີ່ຈະນ້ອມຍອມເຊື່ອຟັງ ໂດຍຄວາມທຸກລຳບາກທີ່ພຣະອົງຊົງທົນນັ້ນ.