4 ໃນເຈັດວັນຂ້າງໜ້ານີ້ ເຮົາຈະໃຫ້ຝົນຕົກລົງມາ ຊຶ່ງຈະຕົກເປັນເວລາສີ່ສິບວັນສີ່ສິບຄືນ ເພື່ອທຳລາຍທຸກສິ່ງທີ່ມີຊີວິດ ຊຶ່ງເຮົາໄດ້ສ້າງຂຶ້ນມານັ້ນໃຫ້ຈິບຫາຍໄປໝົດ.”
ຕົ້ນໄມ້ກັບກໍຫຍ້າບໍ່ທັນມີເທິງແຜ່ນດິນໂລກ ເພາະພຣະເຈົ້າຢາເວພຣະເຈົ້າຍັງບໍ່ໃຫ້ຝົນຕົກລົງມາ ແລະຍັງບໍ່ທັນມີຈັກຄົນທີ່ທຳມາຫາກິນຢູ່ເທິງແຜ່ນດິນໂລກ,
ພຣະເຈົ້າໄດ້ບອກໂນອາວ່າ, “ເຮົາໄດ້ຕັດສິນໃຈທີ່ຈະດັບສູນມະນຸດຊາດທັງໝົດແລ້ວ. ເຮົາຈະທຳລາຍພວກເຂົາຢ່າງໝົດສິ້ນ ເພາະໂລກນີ້ເຕັມໄປດ້ວຍການກະທຳອັນຊົ່ວຊ້າຂອງພວກເຂົາ. ຈົ່ງສ້າງເຮືອລຳໜຶ່ງດ້ວຍໄມ້ແກ່ນທີ່ໜາແໜ້ນສຳລັບເຈົ້າເອງ;
ເຮົາຈະເຮັດໃຫ້ມີນໍ້າຖ້ວມເທິງແຜ່ນດິນໂລກເພື່ອທຳລາຍທຸກສິ່ງທີ່ມີຊີວິດຢູ່. ທຸກໆສິ່ງເທິງແຜ່ນດິນໂລກຈະດັບສູນໄປ
ເມື່ອພຣະເຈົ້າຢາເວເຫັນດັ່ງນັ້ນ ຈຶ່ງກ່າວວ່າ, “ເຮົາຈະບໍ່ອະນຸຍາດໃຫ້ມະນຸດມີຊີວິດຢູ່ຕະຫລອດໄປ ເພາະພວກເຂົາເປັນມະນຸດທີ່ຕ້ອງຕາຍ, ແຕ່ບັດນີ້ໄປ ພວກເຂົາຈະມີອາຍຸບໍ່ເກີນ 120 ປີ.”
ພຣະເຈົ້າຢາເວຈຶ່ງກ່າວວ່າ, “ເຮົາຈະທຳລາຍມະນຸດເຫຼົ່ານີ້ ທີ່ເຮົາໄດ້ສ້າງມາພ້ອມກັບສັດທັງຫລາຍ ແລະນົກຕ່າງໆເພາະເຮົາເສຍໃຈທີ່ໄດ້ສ້າງພວກເຂົາ.”
ເຈັດວັນຕໍ່ມາ ນໍ້າກໍໄດ້ຖ້ວມແຜ່ນດິນໂລກ.
ຝົນໄດ້ຕົກລົງມາສູ່ໂລກບໍ່ຂາດສາຍ ເປັນເວລາສີ່ສິບວັນສີ່ສິບຄືນ.
ນໍ້າໄດ້ຖ້ວມສືບຕໍ່ກັນຕະຫລອດສີ່ສິບວັນສີ່ສິບຄືນ. ນໍ້າມາກຂຶ້ນເລື້ອຍໆຈົນເຮືອຂອງໂນອາຟູຢູ່ເໜືອໜ້າດິນ.
ໃຫ້ເອົານົກຊະນິດລະເຈັດຄູ່ເຊັ່ນດຽວກັນ. ເຮົາຢາກໃຫ້ສັດເຫຼົ່ານີ້ມີຊີວິດຢູ່ ແລະອອກແມ່ແຜ່ລູກຕໍ່ໄປເທິງແຜ່ນດິນໂລກ.
ເຈັດວັນຕໍ່ມາ ເພິ່ນໄດ້ປ່ອຍນົກເຂົາອອກໄປອີກ.
ເຈັດວັນຕໍ່ມາ ເພິ່ນໄດ້ປ່ອຍນົກເຂົາອອກໄປອີກ, ແຕ່ໃນເທື່ອນີ້ມັນບໍ່ໄດ້ກັບຄືນມາ.
ຮູນໍ້າໃຕ້ພື້ນດິນ ແລະປ່ອງນໍ້າເທິງຟ້າສະຫວັນ ຖືກອັດໝົດ ຝົນເຊົາຕົກ
ແມ່ນວ່າກ່ອນເວລາຂອງພວກເຂົາມາຮອດມາເຖິງ ພວກເຂົາກໍຖືກນໍ້າຖ້ວມກວາດລ້າງໄປຈົນໝົດສິ້ນ.
ເມື່ອພຣະເຈົ້າໄດ້ໃຫ້ອຳນາດແກ່ລົມພັດຜ່ານ ແລະໄດ້ກຳນົດເຂດໝາຍຂອງທ້ອງທະເລກວ້າງ.
ໃນທະບຽນແຫ່ງຊີວິດຂໍໃຫ້ຊື່ຂອງພວກເຂົາຖືກລຶບ ຂໍຢ່າຈົດຊື່ຂອງພວກເຂົາເຂົ້າໃນທະບຽນແຫ່ງບັນດາຄົນຊອບທຳ.
ສະນັ້ນ ພຣະເຈົ້າຢາເວຈຶ່ງກ່າວວ່າພຣະອົງຈະກຳຈັດເຈົ້າ. ກ່ອນໝົດປີນີ້ ເຈົ້າຈະຕາຍເພາະເຈົ້າໄດ້ບອກປະຊາຊົນໃຫ້ກະບົດຕໍ່ສູ້ພຣະເຈົ້າຢາເວ.”
“ເຮົາບໍ່ໃຫ້ຝົນຕົກຕາມທີ່ເຄື່ອງປູກຂອງຝັງຂອງພວກເຈົ້າຕ້ອງການທີ່ສຸດ. ເຮົາໃຫ້ຝົນຕົກໃສ່ເມືອງໜຶ່ງ, ແຕ່ບໍ່ໃຫ້ຕົກໃສ່ອີກເມືອງໜຶ່ງ. ຝົນຕົກລົງໃສ່ທົ່ງນາແຫ່ງໜຶ່ງ ແຕ່ທົ່ງນາແຫ່ງອື່ນພັດແຫ້ງແລ້ງ.
ຜູ້ທີ່ມີໄຊຊະນະ ຜູ້ນັ້ນຈະໄດ້ຫົ່ມເຄື່ອງຂາວ ແລະເຮົາຈະບໍ່ລຶບຊື່ຂອງຜູ້ນັ້ນອອກຈາກທະບຽນແຫ່ງຊີວິດ, ແຕ່ເຮົາຈະຮັບຮອງຊື່ຜູ້ນັ້ນຊ້ອງພຣະພັກພຣະບິດາເຈົ້າຂອງເຮົາ ແລະຕໍ່ໜ້າຝູງເທວະດາຂອງພຣະອົງ.