3 ໃຫ້ເອົານົກຊະນິດລະເຈັດຄູ່ເຊັ່ນດຽວກັນ. ເຮົາຢາກໃຫ້ສັດເຫຼົ່ານີ້ມີຊີວິດຢູ່ ແລະອອກແມ່ແຜ່ລູກຕໍ່ໄປເທິງແຜ່ນດິນໂລກ.
ຈົ່ງເອົາສັດທີ່ບໍ່ເປັນມົນທິນ ແນວລະເຈັດຄູ່, ແຕ່ສັດທີ່ເປັນມົນທິນນັ້ນໃຫ້ເອົາແນວລະຄູ່.
ໃນເຈັດວັນຂ້າງໜ້ານີ້ ເຮົາຈະໃຫ້ຝົນຕົກລົງມາ ຊຶ່ງຈະຕົກເປັນເວລາສີ່ສິບວັນສີ່ສິບຄືນ ເພື່ອທຳລາຍທຸກສິ່ງທີ່ມີຊີວິດ ຊຶ່ງເຮົາໄດ້ສ້າງຂຶ້ນມານັ້ນໃຫ້ຈິບຫາຍໄປໝົດ.”
ສັດແລະນົກ ໂຕຜູ້ແລະໂຕແມ່ແຕ່ລະຊະນິດ ທັງໂຕທີ່ເປັນມົນທິນ ແລະບໍ່ເປັນມົນທິນ
ແລ້ວໂນອາກໍໄດ້ສ້າງແທ່ນບູຊາແທ່ນໜຶ່ງ ຖວາຍແກ່ພຣະເຈົ້າຢາເວ; ເພິ່ນເອົາສັດແລະນົກແນວລະໂຕ ທີ່ບໍ່ເປັນມົນທິນ ຂ້າເຜົາຖວາຍທັງໂຕເທິງແທ່ນບູຊາ.
ສັດເຊັ່ນນັ້ນຖືວ່າເປັນມົນທິນ. ຢ່າກິນສັດເຫຼົ່ານັ້ນ ຫລືແມ່ນແຕ່ແຕະຕ້ອງຊາກສັດຕາຍ.