12 ຝົນໄດ້ຕົກລົງມາສູ່ໂລກບໍ່ຂາດສາຍ ເປັນເວລາສີ່ສິບວັນສີ່ສິບຄືນ.
ນໍ້າໄດ້ຖ້ວມສືບຕໍ່ກັນຕະຫລອດສີ່ສິບວັນສີ່ສິບຄືນ. ນໍ້າມາກຂຶ້ນເລື້ອຍໆຈົນເຮືອຂອງໂນອາຟູຢູ່ເໜືອໜ້າດິນ.
ໃນເຈັດວັນຂ້າງໜ້ານີ້ ເຮົາຈະໃຫ້ຝົນຕົກລົງມາ ຊຶ່ງຈະຕົກເປັນເວລາສີ່ສິບວັນສີ່ສິບຄືນ ເພື່ອທຳລາຍທຸກສິ່ງທີ່ມີຊີວິດ ຊຶ່ງເຮົາໄດ້ສ້າງຂຶ້ນມານັ້ນໃຫ້ຈິບຫາຍໄປໝົດ.”
ຮູນໍ້າໃຕ້ພື້ນດິນ ແລະປ່ອງນໍ້າເທິງຟ້າສະຫວັນ ຖືກອັດໝົດ ຝົນເຊົາຕົກ
ເອລີຢາກໍລຸກຂຶ້ນກິນແລະດື່ມ; ດ້ວຍອາຫານນັ້ນໄດ້ເຮັດໃຫ້ເພິ່ນມີເຫື່ອແຮງຍ່າງໄດ້ສີ່ສິບວັນ ໄປສູ່ພູເຂົາຊີນາຍ ພູຂອງພຣະເຈົ້າ.
ໂມເຊໄດ້ຍ່າງຂຶ້ນໄປເທິງພູເຂົາ ແລະເຂົ້າໄປໃນເມກນັ້ນ. ເພິ່ນໄດ້ຢູ່ໃນທີ່ນັ້ນເປັນເວລາສີ່ສິບວັນ ແລະສີ່ສິບຄືນ.
ຫລັງຈາກອົດອາຫານໄດ້ສີ່ສິບວັນສີ່ສິບຄືນແລ້ວ ພຣະເຢຊູເຈົ້າກໍຢາກອາຫານ.
“ຂ້າພະເຈົ້າໄດ້ພັກຢູ່ເທິງພູ ເໝືອນດັ່ງຄາວກ່ອນສີ່ສິບວັນສີ່ສິບຄືນ. ອີກເທື່ອໜຶ່ງ ພຣະເຈົ້າຢາເວໄດ້ຟັງຂ້າພະເຈົ້າ ແລະພຣະເຈົ້າຢາເວກໍໄດ້ຕົກລົງໃຈບໍ່ທຳລາຍພວກເຈົ້າ.
ແລ້ວອີກເທື່ອໜຶ່ງ ຂ້າພະເຈົ້າໄດ້ໝູບໜ້າລົງຊ້ອງໜ້າພຣະເຈົ້າຢາເວ ເປັນເວລາສີ່ສິບວັນສີ່ສິບຄືນໂດຍບໍ່ໄດ້ກິນແລະບໍ່ໄດ້ດື່ມຫຍັງ. ຂ້າພະເຈົ້າເຮັດເຊັ່ນນີ້ກໍເພາະວ່າ ພວກເຈົ້າໄດ້ເຮັດບາບຕໍ່ສູ້ພຣະເຈົ້າຢາເວແລະເຮັດໃຫ້ພຣະອົງໂກດຮ້າຍ.
ຂ້າພະເຈົ້າໄດ້ຂຶ້ນໄປເທິງພູ ເພື່ອຮັບເອົາແຜ່ນຫີນ ຊຶ່ງເປັນແຜ່ນຫີນແຫ່ງພັນທະສັນຍາທີ່ພຣະເຈົ້າຢາເວໄດ້ເຮັດໄວ້ກັບພວກເຈົ້າ. ຂ້າພະເຈົ້າໄດ້ຢູ່ທີ່ນັ້ນສີ່ສິບວັນສີ່ສິບຄືນ ໂດຍບໍ່ໄດ້ກິນແລະດື່ມຫຍັງ.
ດ້ວຍນໍ້ານັ້ນແຫຼະ ມະນຸດສະໂລກໃນສະໄໝບູຮານ ຈຶ່ງຖືກທຳລາຍດ້ວຍນໍ້າຖ້ວມ.