ປະຖົມມະການ 7:11 - ພຣະຄຳພີສັກສິ11 ເມື່ອໂນອາອາຍຸໄດ້ 600 ປີ, ຄືໃນວັນທີສິບເຈັດຂອງເດືອນທີສອງ ຟ້າສະຫວັນໄດ້ຖອກເທຫ່າຝົນລົງມາສູ່ໂລກ; ນໍ້າໃນບໍ່ ໃນເຫວ ແລະໃນຫ້ວຍຮ່ອງກໍໄດ້ພຸ່ງຂຶ້ນ; Uka jalj uñjjattʼäta |
ເຮົາແມ່ນພຣະເຈົ້າຢາເວ ເປັນຫຍັງພວກເຈົ້າຈຶ່ງບໍ່ຢຳເກງເຮົາ? ເປັນຫຍັງພວກເຈົ້າຈຶ່ງບໍ່ຢ້ານກົວຕົວສັ່ນຕໍ່ໜ້າເຮົາ? ເຮົາເປັນຜູ້ຈັດສັນດິນຊາຍໄວ້ເປັນເຂດອ້ອມທະເລ ເພື່ອໃຫ້ເປັນເຄື່ອງກີດກັ້ນອັນຖາວອນບໍ່ໃຫ້ນໍ້າທະເລຜ່ານໄປໄດ້. ນໍ້າທະເລອາດໂຍກຂຶ້ນໂຍກລົງ ແຕ່ກໍເລີຍຂອບເຂດນັ້ນໄປບໍ່ໄດ້; ຄື້ນທະເລອາດດັງກ້ອງສະໜັ່ນ ແຕ່ກໍຜ່ານໄປບໍ່ໄດ້.
ຈົ່ງນຳໜຶ່ງສ່ວນສິບເຕັມຈຳນວນມາທີ່ວິຫານຂອງເຮົາ ເພື່ອວ່າໃນທີ່ນັ້ນຈະມີອາຫານຢ່າງເຕັມບໍຣິບູນ. ຈົ່ງລອງເຮັດຢ່າງນັ້ນກັບເຮົາເບິ່ງ ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ກ່າວວ່າ ແລະພວກເຈົ້າຈະເຫັນວ່າ ເຮົາຈະໄຂປະຕູສະຫວັນ ແລະຖອກເທພຣະພອນນາໆຊະນິດ ຈົນບໍ່ມີຫ້ອງໃສ່ໄວ້ໃນເຮືອນຂອງພວກເຈົ້າ.