Biblia Todo Logo
Internet tuqin Biblia

- Anuncios ukanaka -




ປະຖົມມະການ 6:4 - ພຣະຄຳພີສັກສິ

4 ໃນ​ສະໄໝ​ນັ້ນ ແລະ​ທັງ​ສະໄໝ​ຕໍ່ມາ ມີ​ຄົນ​ຮູບຮ່າງ​ໃຫຍ່​ທີ່​ເທິງ​ແຜ່ນດິນ​ໂລກ. ຄົນ​ພວກ​ນີ້​ເກີດ​ຈາກ​ຜູ້ຍິງ​ກັບ​ລູກຊາຍ​ທັງຫລາຍ​ຂອງ​ພຣະເຈົ້າ. ພວກເຂົາ​ເປັນ​ຄົນ​ເກັ່ງກ້າ​ສາມາດ​ຫລາຍ ແລະ​ເປັນ​ຄົນ​ທີ່​ມີ​ຊື່ສຽງ​ດີ​ໃນ​ສະໄໝ​ບູຮານ.

Uka jalj uñjjattʼäta Copia luraña




ປະຖົມມະການ 6:4
8 Jak'a apnaqawi uñst'ayäwi  

ພວກເຂົາ​ເວົ້າ​ວ່າ, “ບັດ​ນີ້ ຈົ່ງ​ພາກັນ​ສ້າງ​ເມືອງ​ກັບ​ທັງ​ໃຫ້​ມີ​ຫໍຄອຍ​ທີ່​ມີ​ຍອດ​ສູງ​ຈຸ​ຟ້າ​ສະຫວັນ ເພື່ອ​ພວກເຮົາ​ຈະ​ໄດ້​ສ້າງ​ຊື່ສຽງ​ໄວ້ ແລະ​ຈະ​ບໍ່​ຖືກ​ພັດພາກ​ຈາກ​ກັນ​ໄປ​ທົ່ວ​ເທິງ​ແຜ່ນດິນ​ໂລກນີ້.”


ແລະ​ຄົນ​ຮູບຮ່າງ​ໃຫຍ່​ສູງ​ທີ່​ເປັນ​ເຊື້ອສາຍ​ຂອງ​ຊາວ​ອານາກີມ​ກໍ​ອາໄສ​ຢູ່​ໃນ​ບ່ອນນັ້ນ. ພວກເຮົາ​ເລີຍ​ເບິ່ງ​ເປັນ​ດັ່ງ​ຕັກແຕນ​ໃນ​ສາຍ​ຕາ​ຂອງ​ຄົນ​ເຫຼົ່ານັ້ນ.”


ໄດ້​ຮ່ວມ​ມື​ກັບ​ລາວ​ໂດຍ​ມີ​ຜູ້ນຳ 250 ຄົນ ທີ່​ມີ​ຊື່ສຽງ​ດີ​ໃນ​ທ່າມກາງ​ຊຸມນຸມ​ເປັນ​ຜູ້​ສະໜັບ​ສະໜູນ.


ໃຜໆ​ກໍ​ເອີ້ນ​ພວກເຂົາ​ວ່າ ເຣຟາອິມ​ເໝືອນ​ດັ່ງ​ທີ່​ໄດ້​ມີ​ພວກ​ອານາກີມ ແຕ່​ຊາວ​ໂມອາບ​ເອີ້ນ​ພວກ​ນີ້​ວ່າ ເອມິມ.


ເຈົ້າໂອກ​ແມ່ນ​ກະສັດ​ຄົນ​ສຸດທ້າຍ​ຂອງ​ຊາວ​ເຣຟາອິມ. ບ່ອນ​ໃສ່​ສົບ ຂອງ​ເພິ່ນ​ເຮັດ​ດ້ວຍ​ຫີນ ຍາວ 4 ແມັດ ແລະ​ກວ້າງ​ປະມານ 2 ແມັດ ຊຶ່ງ​ຍັງ​ມີ​ຄົນ​ເຫັນ​ຢູ່​ໃນ​ເມືອງ​ຣັບບາ​ຂອງ​ຊາວ​ອຳໂມນ.)”


ຍັງ​ມີ​ຊາຍ​ຈາກ​ເມືອງກາດ​ຄົນ​ໜຶ່ງ​ຊື່​ວ່າ ໂກລີອາດ; ລາວ​ໄດ້​ອອກ​ຈາກ​ຄ້າຍ​ຂອງ​ພວກ​ຟີລິດສະຕິນ​ມາ​ທ້າທາຍ​ພວກ​ອິດສະຣາເອນ. ລາວ​ເປັນ​ຄົນ​ສູງ​ໃຫຍ່​ເກືອບ​ເຖິງ​ສາມ​ແມັດ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka