3 ເມື່ອພຣະເຈົ້າຢາເວເຫັນດັ່ງນັ້ນ ຈຶ່ງກ່າວວ່າ, “ເຮົາຈະບໍ່ອະນຸຍາດໃຫ້ມະນຸດມີຊີວິດຢູ່ຕະຫລອດໄປ ເພາະພວກເຂົາເປັນມະນຸດທີ່ຕ້ອງຕາຍ, ແຕ່ບັດນີ້ໄປ ພວກເຂົາຈະມີອາຍຸບໍ່ເກີນ 120 ປີ.”
ລູກຊາຍທັງຫລາຍຂອງພຣະເຈົ້າ ທີ່ເຫັນວ່າຍິງສາວເຫຼົ່ານີ້ງາມຫລາຍ. ສະນັ້ນ ຈຶ່ງພາກັນຫາເລືອກເອົາເປັນເມຍຕາມໃຈມັກ.
ເປັນເວລາຫລາຍປີແລ້ວ ທີ່ພຣະອົງໄດ້ຕັກເຕືອນພວກເພິ່ນ ໂດຍບັນດານໃຈຜູ້ທຳນວາຍໃຫ້ກ່າວຕັກເຕືອນພວກເພິ່ນ; ແຕ່ປະຊາຊົນຂອງພຣະອົງຫູໜວກ ແລະຫູຕຶງ ສະນັ້ນ ພຣະອົງຈຶ່ງປ່ອຍໃຫ້ພວກເພິ່ນຖືກພ່າຍແພ້.
ພຣະອົງນຶກໄດ້ວ່າພວກເຂົາເປັນພຽງແຕ່ມະນຸດທີ່ຕາຍເປັນ ດັ່ງລົມທີ່ພັດຜ່ານມາແລະພັດລ່ວງຫາຍໄປເທົ່ານັ້ນ.
ພວກຂ້ານ້ອຍມີຊີວິດຢູ່ພຽງແຕ່ເຈັດສິບປີ ອາດຮອດແປດສິບປີຖ້າມີເຫື່ອແຮງຢູ່ ແຕ່ຊ່ວງໄລຍະອາຍຸນັ້ນກໍພົບຄວາມລຳບາກ ແລະເຮັດໃຫ້ລະທົມທຸກໃຈ ໃນບໍ່ຊ້າຊີວິດຈະຈົບລົງແລະຕາຍໄປເທົ່ານັ້ນ.
ມີອັນໃດແດ່ ທີ່ຂ້ອຍບໍ່ໄດ້ເຮັດສຳລັບສວນນີ້? ແລ້ວເປັນຫຍັງໝາກອະງຸ່ນຈຶ່ງສົ້ມໝົດ ທັງໆທີ່ຂ້ອຍຫວັງໄວ້ວ່າຈະໄດ້ໝາກຫວານດີ?
ເຮົາໄດ້ໃຫ້ຊີວິດແກ່ປະຊາຊົນຂອງເຮົາ ແລະເຮົາຈະບໍ່ສືບຕໍ່ກ່າວຫາຫລືໂກດຮ້າຍພວກເຂົາຕະຫລອດໄປ.
ແຕ່ພວກເຂົາໄດ້ກະບົດຕໍ່ພຣະອົງ ແລະເຮັດໃຫ້ພຣະວິນຍານຂອງພຣະອົງເສົ້າໝອງ. ສະນັ້ນ ອົງພຣະຜູ້ເປັນເຈົ້າຈຶ່ງໄດ້ກາຍເປັນສັດຕູຂອງພວກເຂົາ ແລະຕໍ່ສູ້ພວກເຂົາ.
ສະນັ້ນ ເຮົາຄືພຣະເຈົ້າຢາເວຈຶ່ງເຕືອນພວກເຂົາວ່າ ເຮົາກຳລັງຈະນຳໄພພິບັດມາສູ່ພວກເຂົາ ແລະພວກເຂົາຈະຫລົບຫລີກໜີໄປບໍ່ໄດ້. ເມື່ອພວກເຂົາຮ້ອງຂໍເຮົາໃຫ້ຊ່ວຍເຫລືອ ເຮົາຈະບໍ່ຟັງສຽງຂອງພວກເຂົາ.
ເມື່ອເຮົາໄດ້ນຳບັນພະບຸລຸດຂອງພວກເຂົາອອກມາຈາກປະເທດເອຢິບນັ້ນ ເຮົາໄດ້ເຕືອນພວກເຂົາຢ່າງເດັດຂາດໃຫ້ເຊື່ອຟັງເຮົາ ແລະເຮົາໄດ້ສືບຕໍ່ເຕືອນພວກເຂົາຈົນເຖິງທຸກວັນນີ້.
ເຮົາຈະລົງມາກ່າວແກ່ເຈົ້າຢູ່ໃນທີ່ນັ້ນ ແລະເຮົາຈະເອົາພຣະວິນຍານບາງສ່ວນ ທີ່ເຮົາໄດ້ປະທານໃຫ້ເຈົ້າ ແລະມອບໃຫ້ພວກເຂົາ. ແລ້ວພວກເຂົາກໍຈະຊ່ວຍເຈົ້າຮັບຜິດຊອບປະຊາຊົນເຫຼົ່ານີ້ ເພື່ອເຈົ້າຈະບໍ່ຕ້ອງຮັບພາລະນີ້ຜູ້ດຽວ.
ຜູ້ທີ່ເກີດຈາກເນື້ອໜັງກໍເປັນເນື້ອໜັງ ແລະຜູ້ທີ່ເກີດຈາກພຣະວິນຍານກໍເປັນວິນຍານ.
ພວກເຈົ້າຊ່າງດື້ດ້ານແທ້ນໍ ໃຈຂອງພວກເຈົ້າຊ່າງຄືກັບໃຈຄົນທີ່ບໍ່ນັບຖືພຣະເຈົ້າ ຫູຂອງພວກເຈົ້າຊ່າງໜັກຕໍ່ພຣະຄຳແທ້ໆ ບັນພະບຸລຸດຂອງພວກເຈົ້າເປັນຢ່າງໃດ ພວກເຈົ້າກໍເປັນຢ່າງນັ້ນ ຄືເຈົ້າທັງຫລາຍຂັດຂວາງພຣະວິນຍານບໍຣິສຸດເຈົ້າຢູ່ສະເໝີ.
ຢ່າຫັກຫ້າມພຣະວິນຍານ,