Biblia Todo Logo
Internet tuqin Biblia

- Anuncios ukanaka -




ປະຖົມມະການ 6:2 - ພຣະຄຳພີສັກສິ

2 ລູກຊາຍ​ທັງຫລາຍ​ຂອງ​ພຣະເຈົ້າ ທີ່​ເຫັນ​ວ່າ​ຍິງ​ສາວ​ເຫຼົ່ານີ້​ງາມ​ຫລາຍ. ສະນັ້ນ ຈຶ່ງ​ພາກັນ​ຫາ​ເລືອກ​ເອົາ​ເປັນ​ເມຍ​ຕາມ​ໃຈ​ມັກ.

Uka jalj uñjjattʼäta Copia luraña




ປະຖົມມະການ 6:2
31 Jak'a apnaqawi uñst'ayäwi  

ເມື່ອ​ໃກ້​ຈະ​ຮອດ​ດ່ານ​ເຂົ້າ​ປະເທດ ເພິ່ນ​ຈຶ່ງ​ເວົ້າ​ກັບ​ເມຍ​ຂອງຕົນ​ວ່າ, “ຊາຣາຍ ນ້ອງ​ເປັນ​ຍິງ​ທີ່​ສວຍງາມ.


ຂ້ອຍ​ຢາກ​ໃຫ້​ເຈົ້າ​ສາບານ​ໃນ​ນາມ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ແຫ່ງ​ສະຫວັນ​ແລະ​ແຜ່ນດິນ​ໂລກ​ວ່າ, ເຈົ້າ​ຈະ​ບໍ່​ຫາ​ເມຍ​ທີ່​ການາອານ​ນີ້​ໃຫ້​ລູກຊາຍ​ຂອງຂ້ອຍ.


ລູກໃພ້​ສອງ​ຄົນ​ນີ້​ເຮັດ​ໃຫ້​ອີຊາກ​ແລະ​ນາງ​ເຣເບກາ ບໍ່ມີ​ຄວາມ​ສຸກໃຈ​ເລີຍ.


ນາງ​ເຣເບກາ​ເວົ້າ​ຕໍ່​ອີຊາກ​ວ່າ, “ຂ້ອຍ​ເບື່ອໜ່າຍ​ທີ່​ເອຊາວ​ເອົາ​ເມຍ​ຄົນຕ່າງຊາດ. ຖ້າ​ຢາໂຄບ​ເອົາ​ສາວ​ຊາວ​ຮິດຕີ​ມາ​ເປັນ​ເມຍ​ອີກ ກໍ​ໃຫ້​ຂ້ອຍ​ຕາຍ​ເສຍ​ດີກວ່າ.”


ຜູ້ຍິງ​ເຫັນ​ວ່າ ຕົ້ນໄມ້​ນັ້ນ​ຊ່າງ​ງາມ​ແທ້ ແລະ​ໝາກໄມ້​ກໍ​ເປັນ​ຕາ​ຢາກ​ກິນ​ອີຫລີ ທັງ​ຄິດ​ວ່າ ຖ້າ​ຕົນ​ສະຫລາດ​ຂຶ້ນ​ອີກ​ກໍ​ຄົງ​ດີ​ຫລາຍ. ດັ່ງນັ້ນ ນາງ​ຈຶ່ງ​ປິດ​ເອົາ​ໝາກໄມ້​ມາ​ກິນ ແລ້ວ​ກໍ​ຍື່ນໃຫ້​ຜົວ​ຂອງຕົນ​ກິນ​ນຳ​ດ້ວຍ ລາວ​ກໍໄດ້​ກິນ.


ເຊດ​ມີ​ລູກຊາຍ​ຜູ້ໜຶ່ງ​ຊື່​ວ່າ ເອໂນດ. ຕັ້ງແຕ່​ນັ້ນ​ມາ ມະນຸດ​ກໍ​ເລີ່ມຕົ້ນ​ຮ້ອງທູນ​ໂດຍ​ອອກ​ພຣະນາມຊື່​ບໍຣິສຸດ​ຂອງ​ພຣະເຈົ້າຢາເວ.


ເມື່ອ​ມະນຸດ​ໄດ້​ເພີ່ມ​ທະວີ​ຫລາຍ​ຂຶ້ນ​ຢູ່​ໃນ​ທົ່ວ​ແຜ່ນດິນ​ໂລກ ແລະ​ພວກ​ລູກ​ຍິງ​ກໍໄດ້​ເກີດ​ມາ,


ເມື່ອ​ພຣະເຈົ້າຢາເວ​ເຫັນ​ດັ່ງນັ້ນ ຈຶ່ງ​ກ່າວ​ວ່າ, “ເຮົາ​ຈະ​ບໍ່​ອະນຸຍາດ​ໃຫ້​ມະນຸດ​ມີ​ຊີວິດ​ຢູ່​ຕະຫລອດໄປ ເພາະ​ພວກເຂົາ​ເປັນ​ມະນຸດ​ທີ່​ຕ້ອງ​ຕາຍ, ແຕ່​ບັດນີ້​ໄປ ພວກເຂົາ​ຈະ​ມີ​ອາຍຸ​ບໍ່​ເກີນ 120 ປີ.”


ໃນ​ຕອນ​ຂ້ອນ​ບ່າຍ​ວັນ​ໜຶ່ງ ກະສັດ​ດາວິດ​ຕື່ນ​ຂຶ້ນ​ຈາກ​ນອນ ແລະ​ຂຶ້ນ​ໄປ​ເທິງ​ຫລັງຄາ​ພຽງ​ຂອງ​ຣາຊວັງ. ໃນຂະນະທີ່​ເພິ່ນ​ຍ່າງ​ໄປມາ​ນັ້ນ ເພິ່ນ​ເລີຍ​ຫລຽວເຫັນ​ຍິງ​ຄົນ​ໜຶ່ງ​ກຳລັງ​ອາບນໍ້າ. ນາງ​ເປັນ​ຄົນ​ງາມ​ຫລາຍ.


ພວກເພິ່ນ​ໄດ້​ບອກ​ວ່າ, ພວກ​ຂ້ານ້ອຍ​ບໍ່​ຕ້ອງ​ແຕ່ງງານ​ກັບ​ຄົນ​ເຫຼົ່ານີ້​ເລີຍ ແລະ​ຢ່າ​ຊ່ວຍ​ພວກເຂົາ​ໃຫ້​ຈະເລີນ ຫລື​ປະສົບ​ຄວາມ​ສຳເລັດ​ແຕ່​ຢ່າງໃດ ຖ້າ​ພວກ​ຂ້ານ້ອຍ​ຢາກ​ມີ​ຄວາມ​ຊົມຊື່ນ​ໃນ​ດິນແດນ ແລະ​ຢາກ​ໃຫ້​ດິນແດນ​ນີ້​ຕົກທອດ​ໄປ​ເຖິງ​ພວກ​ລູກຫລານ​ຕະຫລອດໄປ.


ເມື່ອ​ເຖິງ​ວັນ​ທີ່​ພວກ​ເທວະດາ​ຂອງ​ພຣະເຈົ້າ ເຂົ້າ​ມາ​ຊ້ອງໜ້າ​ພຣະເຈົ້າຢາເວ ມານຊາຕານ ກໍ​ມາ​ໃນ​ທ່າມກາງ​ພວກເຂົາ​ດ້ວຍ.


ຂ້ອຍ​ໄດ້​ເຮັດ​ສັນຍາ​ຢ່າງ​ໜຶ່ງ​ໜັກແໜ້ນ​ຈິງໃຈ ຄື​ບໍ່​ແນມເບິ່ງ​ຜູ້ຍິງ​ດ້ວຍ​ຕັນຫາ​ຄວາມຢາກ.


ລູກຊາຍ​ຂອງ​ພວກເຈົ້າ​ອາດ​ແຕ່ງງານ​ກັບ​ຍິງສາວ​ຊາວ​ຕ່າງດ້າວ​ເຫຼົ່ານັ້ນ ຊຶ່ງ​ອາດ​ພາ​ໃຫ້​ລູກຊາຍ​ຂອງ​ພວກເຈົ້າ​ບໍ່​ສັດຊື່​ຕໍ່​ເຮົາ ແລະ​ໜີໄປ​ຂາບໄຫວ້​ບັນດາ​ພະ​ຂອງ​ຄົນ​ເຫຼົ່ານັ້ນ​ກໍໄດ້.


ພຣະອົງ​ເປັນ​ພຣະບິດາ​ຂອງ​ພວກ​ຂ້ານ້ອຍ. ອັບຣາຮາມ​ແລະ​ຢາໂຄບ ບັນພະບຸລຸດ​ຂອງ​ພວກ​ຂ້ານ້ອຍ​ບໍ່​ຍອມ​ຮັບຮູ້​ພວກ​ຂ້ານ້ອຍ; ແຕ່​ພຣະອົງ​ຄື​ພຣະເຈົ້າຢາເວ​ເປັນ​ພຣະບິດາ​ຂອງ​ພວກ​ຂ້ານ້ອຍ ນາມຊື່​ຂອງ​ພຣະອົງ​ແມ່ນ​ພຣະຜູ້ໄຖ່​ຂອງ​ພວກ​ຂ້ານ້ອຍ​ຕະຫລອດ​ມາ.


ປະຊາຊົນ​ຢູດາ​ໄດ້​ລະເມີດ​ພັນທະສັນຍາ​ທີ່​ມີ​ຕໍ່​ພຣະເຈົ້າ ແລະ​ໄດ້​ເຮັດ​ສິ່ງ​ອັນ​ໜ້າກຽດຊັງ​ໃນ​ນະຄອນ​ເຢຣູຊາເລັມ​ແລະ​ໃນ​ທົ່ວ​ປະເທດ. ພວກເຂົາ​ໄດ້​ເຮັດ​ໃຫ້​ພຣະວິຫານ​ທີ່​ພຣະເຈົ້າຢາເວ​ຮັກ​ນັ້ນ​ເປັນ​ມົນທິນ. ພວກ​ຜູ້ຊາຍ​ໄດ້​ແຕ່ງງານ​ກັບ​ພວກ​ແມ່ຍິງ ທີ່​ນັບຖື​ພະ​ຂອງ​ຊາວ​ຕ່າງຊາດ.


ພຣະເຈົ້າ​ບໍ່ໄດ້​ເຮັດ​ໃຫ້​ເຈົ້າ​ມີ​ເນື້ອກາຍ ແລະ​ມີ​ຈິດໃຈ​ເປັນ​ອັນໜຶ່ງ​ອັນ​ດຽວກັນ​ກັບ​ນາງ​ບໍ? ຄວາມປະສົງ​ຂອງ​ພຣະອົງ​ກ່ຽວກັບ​ເລື່ອງ​ນີ້​ແມ່ນ​ຫຍັງ? ກໍ​ເພື່ອ​ຢາກ​ໃຫ້​ພວກເຈົ້າ​ນັ້ນ​ມີ​ລູກ ທີ່​ເປັນ​ປະຊາຊົນ​ຂອງ​ພຣະເຈົ້າ​ຢ່າງ​ແທ້ຈິງ. ດັ່ງນັ້ນ ຈົ່ງ​ໃຫ້​ແນ່ໃຈ​ວ່າ​ຜູ້ໃດ​ຜູ້ໜຶ່ງ​ໃນ​ພວກເຈົ້າ ບໍ່ໄດ້​ລະເມີດ​ຄຳສັນຍາ​ທີ່​ມີ​ຕໍ່​ເມຍ​ຂອງຕົນ.


ຕາບໃດ​ທີ່​ຜົວ​ຍັງ​ມີ​ຊີວິດ​ຢູ່ ເມຍ​ຕ້ອງ​ຢູ່​ກັບ​ຜົວ ແຕ່​ຖ້າ​ຜົວ​ຕາຍໄປ​ແລ້ວ ນາງ​ກໍ​ເປັນ​ອິດສະຫລະ ຈະ​ແຕ່ງງານ​ກັບ​ຊາຍ​ຄົນ​ໃດ​ກໍໄດ້​ຕາມໃຈ ແຕ່​ໃຫ້​ນາງ​ແຕ່ງງານ​ກັບ​ຜູ້​ທີ່​ເຊື່ອ​ໃນ​ອົງພຣະ​ຜູ້​ເປັນເຈົ້າ.


ເຮົາ​ຈະ​ເປັນ​ບິດາ​ຂອງ​ພວກເຈົ້າ ແລ້ວ​ພວກເຈົ້າ​ຈະ​ເປັນ​ບຸດ​ຊາຍ​ ບຸດ​ຍິງ​ຂອງເຮົາ.” ອົງພຣະ​ຜູ້​ເປັນເຈົ້າ ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ ໄດ້​ຊົງ​ກ່າວ​ໄວ້​ດັ່ງນັ້ນ.


“ພວກເຈົ້າ​ເປັນ​ລູກ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ. ດັ່ງນັ້ນ ຢ່າ​ປາດເນື້ອ​ເຖືອໜັງ​ຕົນເອງ ຫລື​ແຖ​ຫົວ​ທາງ​ດ້ານ​ໜ້າ​ເມື່ອ​ມີ​ຄົນ​ຕາຍ.


ຕາ​ຂອງ​ພວກເຂົາ​ກໍ​ມັກ​ເບິ່ງ​ແຕ່​ຍິງ​ທີ່​ລ່ວງ​ປະເວນີ ບໍ່ຢຸດ​ບໍ່ຢັ້ງ​ໃນ​ການ​ເຮັດ​ບາບ, ພວກເຂົາ​ກ້ຽວກ່ອມ​ຄົນ​ທີ່​ມີ​ໃຈ​ບໍ່​ທ່ຽງໝັ້ນ ພວກເຂົາ​ມີ​ໃຈ​ເກັ່ງ​ໃນ​ການ​ໂລບ, ເປັນ​ຄົນ​ທີ່​ຖືກ​ຊົງ​ປ້ອຍດ່າ​ແລ້ວ.


ເພາະ​ສາລະພັດ​ທີ່​ມີ​ຢູ່​ໃນ​ໂລກ ຄື​ຕັນຫາ​ຂອງ​ເນື້ອກາຍ ຕັນຫາ​ຂອງ​ຕາ ແລະ​ຄວາມ​ອວດອ້າງ​ເປົ່າໆ​ໃນ​ຊີວິດ​ນີ້ ບໍ່ໄດ້​ເກີດ​ມາ​ຈາກ​ພຣະບິດາເຈົ້າ ແຕ່​ເກີດ​ມາ​ຈາກ​ໂລກ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka