5 ແລະໄດ້ຕາຍໄປເມື່ອລາວອາຍຸໄດ້ 930 ປີ.
ເຈົ້າຈະເຮັດວຽກໜັກຈົນເຫື່ອໄຫລໄຄຍ້ອຍອອກມາ; ເພື່ອຈະເຮັດໃຫ້ດິນເກີດຜົນພຽງພໍລ້ຽງຊີວິດເຈົ້າ. ຈົນກວ່າເຈົ້າຄືນໄປສູ່ດິນທີ່ເຈົ້າຖືກສ້າງຂຶ້ນມາ; ເຈົ້າຖືກສ້າງມາແຕ່ດິນ ເຈົ້າຈະຄືນໄປເປັນດິນອີກ.”
ແລະໄດ້ຕາຍໄປເມື່ອລາວອາຍຸໄດ້ 905 ປີ.
ຫລັງຈາກນັ້ນ ອາດາມຍັງມີອາຍຸຍືນຍາວມາອີກ 800 ປີ. ລາວມີລູກຊາຍຍິງອີກຫລາຍຄົນ
ເມື່ອເຊດອາຍຸໄດ້ 105 ປີ ລາວໄດ້ລູກຊາຍຜູ້ໜຶ່ງຊື່ວ່າ ເອໂນດ
ແລະໄດ້ຕາຍໄປເມື່ອລາວອາຍຸໄດ້ 912 ປີ.
ເຮົາທຸກຄົນຈະຕ້ອງຕາຍ. ພວກເຮົາປຽບດັ່ງນໍ້າທີ່ຖືກສາດໃສ່ໜ້າດິນ ຊຶ່ງເອົາມາຮວມເຂົ້າກັນບໍ່ໄດ້ອີກ. ແມ່ນແຕ່ພຣະເຈົ້າກໍບໍ່ໄດ້ເຮັດໃຫ້ຄົນຕາຍຄືນມີຊີວິດ ແຕ່ຢ່າງໜ້ອຍກະສັດກໍຫາວິທີທາງນຳຄົນທີ່ຖືກເນລະເທດກັບຄືນມາໄດ້.
ອາດາມເປັນພໍ່ຂອງເຊດ, ເຊດເປັນພໍ່ຂອງເອໂນດ, ເອໂນດເປັນພໍ່ຂອງເກນານ,
ຂ້ານ້ອຍຮູ້ວ່າພຣະອົງກຳລັງສົ່ງຂ້ານ້ອຍໄປສູ່ຄວາມຕາຍ ໄປສູ່ເຄາະກຳທີ່ຮັກສາໄວ້ສຳລັບທຸກໆຄົນນັ້ນ.
ແມ່ນຜູ້ໃດຈະມີຊີວິດຢູ່ຄໍ້າຟ້າໄດ້? ມະນຸດຈະຮັກສາຕົນໃຫ້ພົ້ນຈາກ ຂຸມຝັງສົບໄດ້ຢ່າງໃດແດ່?
ພວກຂ້ານ້ອຍມີຊີວິດຢູ່ພຽງແຕ່ເຈັດສິບປີ ອາດຮອດແປດສິບປີຖ້າມີເຫື່ອແຮງຢູ່ ແຕ່ຊ່ວງໄລຍະອາຍຸນັ້ນກໍພົບຄວາມລຳບາກ ແລະເຮັດໃຫ້ລະທົມທຸກໃຈ ໃນບໍ່ຊ້າຊີວິດຈະຈົບລົງແລະຕາຍໄປເທົ່ານັ້ນ.
ເຈົ້າຈະຢ້ານຍ່າງຂຶ້ນຄ້ອຍ ເຈົ້າຈະຍ່າງໄປມາບໍ່ໄດ້ສະດວກສະບາຍ ຜົມຂອງເຈົ້າຈະຫງອກ, ເຈົ້າຈະບໍ່ວ່ອງໄວດັ່ງຕັກແຕນ ແລະຕັນຫາຂອງເຈົ້າກໍຈະເສື່ອມລົງ. ພວກເຮົາກຳລັງຈະໄປສູ່ບ່ອນຢູ່ອັນຖາວອນ ແລະຕາມຖະໜົນຫົນທາງກໍຈະມີການໄວ້ທຸກ.
ຮ່າງກາຍຂອງພວກເຮົາຈະກັບເປັນຂີ້ຝຸ່ນດິນອີກ ແລະຈິດວິນຍານຂອງພວກເຮົາກໍຈະກັບຄືນໄປຫາພຣະເຈົ້າ ຜູ້ຊົງປະທານໃຫ້ນັ້ນ.
ແມ່ນແລ້ວ ຜູ້ທີ່ມີຊີວິດຢູ່ກໍຮູ້ວ່າຕົນຈະຕາຍໄປ; ແຕ່ຜູ້ທີ່ຕາຍໄປແລ້ວກໍບໍ່ຮູ້ຫຍັງເລີຍ. ພວກເຂົາບໍ່ມີບຳເໜັດໃນພາຍໜ້າ ພວກເຂົາຖືກລືມໄລໄປຢ່າງໝົດສິ້ນ.
ຈົ່ງເຮັດໃຫ້ໃຈເບີກບານ ແລະມີຄວາມສຸກຢູ່ສະເໝີ.
ຊີວິດແຕ່ລະບຸກຄົນຂຶ້ນຢູ່ກັບເຮົາ ຄືຊີວິດຜູ້ເປັນພໍ່ແມ່ ກໍເໝືອນກັນກັບຊີວິດຂອງຜູ້ເປັນລູກ. ບຸກຄົນໃດທີ່ເຮັດບາບ ບຸກຄົນນັ້ນແຫຼະທີ່ສົມຄວນຈະຕ້ອງຕາຍ.
ຈົ່ງຮັກພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ຈົ່ງເຊື່ອຟັງພຣະອົງແລະສັດຊື່ຕໍ່ພຣະອົງ ແລ້ວພວກເຈົ້າແລະລູກຫລານກໍຈະມີຊີວິດຍືນຍາວ ຢູ່ໃນດິນແດນທີ່ພຣະອົງໄດ້ສັນຍາແກ່ປູ່ຍ່າຕາຍາຍຂອງພວກເຈົ້າ ຄື: ອັບຣາຮາມ, ອີຊາກ ແລະຢາໂຄບ.”
ມະນຸດທຸກຄົນຖືກຊົງກຳນົດໄວ້ແລ້ວວ່າ, ຈະຕ້ອງຕາຍເທື່ອດຽວ ແລະຫລັງຈາກນັ້ນຈະຖືກມີການພິພາກສາສັນໃດ