Biblia Todo Logo
Internet tuqin Biblia

- Anuncios ukanaka -




ປະຖົມມະການ 5:3 - ພຣະຄຳພີສັກສິ

3 ເມື່ອ​ອາດາມ​ອາຍຸ​ໄດ້ 130 ປີ, ລາວ​ມີ​ລູກຊາຍ​ຜູ້ໜຶ່ງ​ຊື່​ວ່າ​ເຊດ ຜູ້​ທີ່​ຄ້າຍ​ຄື​ກັບ​ລາວ​ເອງ.

Uka jalj uñjjattʼäta Copia luraña




ປະຖົມມະການ 5:3
15 Jak'a apnaqawi uñst'ayäwi  

ອາດາມ ແລະ​ເມຍ​ໄດ້​ລູກຊາຍ​ຜູ້ໜຶ່ງ​ອີກ. ເອວາ​ຈຶ່ງ​ເວົ້າ​ວ່າ, “ພຣະເຈົ້າ​ໂຜດ​ໃຫ້​ຂ້ອຍ ມີ​ລູກຊາຍ​ອີກ​ຜູ້ໜຶ່ງ ເພື່ອ​ທົດແທນ​ອາເບັນ​ຜູ້​ທີ່​ກາອິນ​ໄດ້​ຂ້າ.” ດັ່ງນັ້ນ ນາງ​ຈຶ່ງ​ໃສ່​ຊື່​ໃຫ້​ລູກຊາຍ​ຜູ້​ນີ້​ວ່າ ເຊດ.


ພຣະອົງ​ໄດ້​ສ້າງ​ພວກເຂົາ​ໃຫ້​ເປັນ​ເພດ​ຊາຍ ແລະ​ເພດຍິງ ອວຍພອນ​ພວກເຂົາ ແລະ​ຕັ້ງ​ຊື່​ໃຫ້​ພວກເຂົາ​ວ່າ, “ມະນຸດ”)


ຫລັງຈາກ​ນັ້ນ ອາດາມ​ຍັງ​ມີ​ອາຍຸ​ຍືນຍາວ​ມາ​ອີກ 800 ປີ. ລາວ​ມີ​ລູກ​ຊາຍ​ຍິງ​ອີກ​ຫລາຍ​ຄົນ


ບໍ່ມີ​ຜູ້ໃດ​ຫ່ອນ​ນຳ​ເອົາ​ສິ່ງ​ສະອາດ ອອກ​ມາ​ຈາກ​ສິ່ງ​ທີ່​ເປື້ອນເປິ​ໄດ້.


ມີ​ຄົນ​ໃດ​ແດ່ ເຮັດ​ຖືກຕ້ອງ​ໃນ​ສາຍຕາ​ຂອງ​ພຣະເຈົ້າ? ຄົນ​ທີ່​ເກີດ​ຈາກ​ຜູ້ຍິງ​ຈະ​ບໍຣິສຸດ​ໄດ້​ຢ່າງ​ໃດ?


ຂ້ານ້ອຍ​ຊົ່ວຊ້າ​ຕັ້ງແຕ່​ມື້​ທີ່​ໄດ້​ເກີດ​ມາ, ແຕ່​ຢູ່​ໃນ​ທ້ອງ​ແມ່​ກໍ​ມີ​ບາບ​ຢູ່​ແລ້ວ.


ເທວະດາ​ໄດ້​ຕອບ​ວ່າ, “ພຣະວິນຍານ​ບໍຣິສຸດເຈົ້າ​ຈະ​ສະເດັດ​ມາ​ຢູ່​ເທິງ​ເຈົ້າ ແລະ​ຣິດເດດ​ຂອງ​ພຣະເຈົ້າ​ອົງ​ສູງສຸດ​ຈະ​ປົກຄຸມ​ເຈົ້າ​ໄວ້. ດ້ວຍເຫດນີ້ ເດັກ​ຜູ້​ບໍຣິສຸດ​ຈະ​ເປັນ​ທີ່​ເອີ້ນ​ວ່າ​ພຣະບຸດ​ຂອງ​ພຣະເຈົ້າ.


ເຊລາ​ເປັນ​ລູກຊາຍ​ຂອງ​ກາຍນານ, ກາຍນານ​ເປັນ​ລູກຊາຍ​ຂອງ​ອາກປັກຊາດ, ອາກປັກຊາດ​ເປັນ​ລູກຊາຍ​ຂອງ​ເຊມ, ເຊມ​ເປັນ​ລູກຊາຍ​ຂອງ​ໂນອາ, ໂນອາ​ເປັນ​ລູກຊາຍ​ຂອງ​ລາເມັກ,


ຜູ້​ທີ່​ເກີດ​ຈາກ​ເນື້ອໜັງ​ກໍ​ເປັນ​ເນື້ອໜັງ ແລະ​ຜູ້​ທີ່​ເກີດ​ຈາກ​ພຣະວິນຍານ​ກໍ​ເປັນ​ວິນຍານ.


ດ້ວຍເຫດນັ້ນ ຄວາມ​ບາບ​ໄດ້​ເຂົ້າ​ມາ​ໃນ​ໂລກ ເພາະ​ດ້ວຍ​ມະນຸດ​ຄົນ​ດຽວ ແລະ​ຄວາມ​ຕາຍ​ກໍໄດ້​ເກີດ​ມາ​ຍ້ອນ​ຄວາມ​ຜິດບາບ​ນັ້ນ. ຢ່າງ​ນັ້ນ​ແຫຼະ ຄວາມ​ຕາຍ​ຈຶ່ງ​ໄດ້​ລາມ​ໄປ​ເຖິງ​ມະນຸດ​ທຸກຄົນ ເພາະວ່າ​ທຸກຄົນ​ໄດ້​ເຮັດ​ບາບ​ແລ້ວ.


ເນື້ອ​ຂອງ​ສິ່ງ​ທີ່​ມີ​ຊີວິດ​ຢູ່​ທັງ​ສິ້ນ ກໍ​ບໍ່ແມ່ນ​ເນື້ອ​ຊະນິດ​ດຽວກັນ ເນື້ອ​ຂອງ​ມະນຸດ​ກໍ​ຢ່າງ​ໜຶ່ງ, ເນື້ອ​ຂອງ​ສັດ​ກໍ​ຢ່າງ​ໜຶ່ງ ເນື້ອ​ຂອງ​ນົກ​ກໍ​ຢ່າງ​ໜຶ່ງ ແລະ​ເນື້ອ​ຂອງ​ປາ​ກໍ​ຢ່າງ​ໜຶ່ງ.


ພວກເຮົາ​ມີ​ລັກສະນະ​ເໝືອນ​ກັບ​ມະນຸດ​ທີ່​ຖືກ​ສ້າງ​ມາ​ຈາກ​ດິນ​ສັນໃດ ພວກເຮົາ​ກໍ​ຄົງ​ຈະ​ມີ​ລັກສະນະ​ເໝືອນ​ກັບ​ຜູ້​ທີ່​ໄດ້​ສະເດັດ​ມາ​ຈາກ​ສະຫວັນ​ສັນນັ້ນ.


ແທ້ຈິງ​ແລ້ວ, ພວກເຮົາ​ທຸກຄົນ​ເຄີຍ​ດຳເນີນ​ຊີວິດ​ເໝືອນ​ດັ່ງ​ຄົນ​ເຫຼົ່ານັ້ນ ຄື​ໄດ້​ດຳເນີນ​ຊີວິດ​ຕາມ​ກິເລດ​ຕັນຫາ​ທີ່​ເຮົາ​ຕ້ອງການ ຄື​ປະຕິບັດ​ຕາມ​ສິ່ງ​ທີ່​ຮ່າງກາຍ​ແລະ​ຈິດໃຈ​ຂອງ​ຕົນເອງ​ປາຖະໜາ​ຕາມ​ສັນດານ ພວກເຮົາ​ສົມຄວນ​ຖືກ​ພຣະເຈົ້າ​ລົງໂທດ​ເໝືອນ​ດັ່ງ​ຄົນອື່ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka