Biblia Todo Logo
Internet tuqin Biblia

- Anuncios ukanaka -




ປະຖົມມະການ 48:3 - ພຣະຄຳພີສັກສິ

3 ຢາໂຄບ​ກ່າວ​ແກ່​ໂຢເຊັບ​ວ່າ, “ພຣະເຈົ້າ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ໄດ້​ປາກົດ​ແກ່​ພໍ່​ທີ່​ເມືອງ​ລູເຊ ໃນ​ການາອານ​ແລະ​ອວຍພອນ​ພໍ່.

Uka jalj uñjjattʼäta Copia luraña




ປະຖົມມະການ 48:3
12 Jak'a apnaqawi uñst'ayäwi  

ເມື່ອ​ອັບຣາມ​ອາຍຸ​ໄດ້ 99 ປີ; ພຣະເຈົ້າຢາເວ​ໄດ້​ປາກົດ​ແກ່​ເພິ່ນ ແລະ​ກ່າວ​ວ່າ, “ເຮົາ​ເປັນ​ພຣະເຈົ້າ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່. ຈົ່ງ​ເຊື່ອຟັງ​ເຮົາ ແລະ​ປະພຶດ​ແຕ່​ສິ່ງ​ທີ່​ຊອບທຳ.


ເຮົາ​ຈະ​ໃຫ້​ເຈົ້າ​ມີ​ເຊື້ອສາຍ​ຢ່າງ​ຫລວງຫລາຍ ແລະ​ບາງຄົນ​ໃນ​ເຊື້ອສາຍ​ນັ້ນ​ຈະ​ເປັນ​ເຖິງ​ກະສັດ. ເຈົ້າ​ຈະ​ມີ​ເຊື້ອສາຍ​ຢ່າງ​ຫລວງຫລາຍ ຈົນ​ກາຍເປັນ​ປະຊາຊາດ​ຕ່າງໆ.


ຂໍ​ໃຫ້​ພຣະເຈົ້າ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ໂຜດ​ອວຍພອນ​ການ​ແຕ່ງງານ​ຂອງ​ເຈົ້າ ແລະ​ໃຫ້​ເຈົ້າ​ມີ​ລູກ​ຢ່າງ​ຫລວງຫລາຍ ເພື່ອ​ເຈົ້າ​ຈະ​ໄດ້​ເປັນ​ບັນພະບຸລຸດ​ຂອງ​ຫລາຍ​ຊົນຊາດ


ເມື່ອ​ຢາໂຄບ​ຮູ້​ວ່າ​ໂຢເຊັບ​ລູກຊາຍ​ຂອງຕົນ​ມາ​ຢາມ ເພິ່ນ​ຈຶ່ງ​ຮວບຮວມ​ເຫື່ອແຮງ​ທັງໝົດ​ທີ່​ຕົນ​ມີ​ຢູ່ ລຸກ​ຂຶ້ນ​ນັ່ງ​ເທິງ​ຕຽງ.


ຍ້ອນ​ຄວາມ​ຊ່ວຍຊູ​ຂອງ​ພຣະເຈົ້າ​ແຫ່ງ​ພຣະ​ບິດາ ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ຖອກເທ​ພອນ​ລົງ​ມາ ເໝືອນ​ດັ່ງ​ຫ່າຝົນ​ເທ​ລົງ​ມາ​ສູ່​ພິພົບ ປັດຖະພີ​ບໍ່​ຫລົບຫລີກ​ໄດ້​ເລີຍ​ໄປ​ສູ່​ພື້ນ​ທ້ອງ​ທາລາ. ໂດຍ​ອວຍພອນ​ໃຫ້​ມີ​ລົ້ນ ທັງ​ຝູງງົວ​ແລະ​ລູກຫລານ​ຕື່ມ ໃຫ້​ເປັນ​ກໍ​ເປັນ​ເຫງົ້າ​ຢ່າງ​ຫລວງຫລາຍ.


ເຮົາ​ໄດ້​ປາກົດ​ແກ່​ອັບຣາຮາມ, ອີຊາກ ແລະ​ຢາໂຄບ ໃນ​ຖານະ​ພຣະເຈົ້າ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່, ແຕ່​ເຮົາ​ບໍ່ໄດ້​ສຳແດງ​ເຮົາ​ເອງ ໃຫ້​ພວກເຂົາ​ຮູ້ຈັກ​ນາມຊື່​ອັນ​ສັກສິດ​ຂອງເຮົາ​ຄື ພຣະເຈົ້າຢາເວ.


ຄື​ລາວ​ໄດ້​ຕໍ່ສູ້​ກັບ​ເທວະດາ​ຈົນ​ຊະນະ. ລາວ​ໄດ້​ຮ້ອງໄຫ້​ແລະ​ຂໍ​ພອນ. ທີ່​ເບັດເອນ ພຣະເຈົ້າ​ໄດ້​ລົງ​ມາ​ຫາ​ຢາໂຄບ​ຜູ້​ເປັນ​ບັນພະບຸລຸດ​ຂອງ​ພວກເຮົາ ແລະ​ຢູ່​ທີ່​ນັ້ນ​ພຣະອົງ​ໄດ້​ກ່າວ​ແກ່​ລາວ.


ນະຄອນ​ນັ້ນ ປະກອບ​ດ້ວຍ​ສະຫງ່າຣາສີ​ຂອງ​ພຣະເຈົ້າ ມີ​ແສງ​ຮຸ່ງເຮືອງ​ເໝືອນ​ເພັດ ເໝືອນ​ແກ້ວມະນີໂຊດ​ອັນ​ເສາະໃສ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka