Biblia Todo Logo
Internet tuqin Biblia

- Anuncios ukanaka -




ປະຖົມມະການ 48:2 - ພຣະຄຳພີສັກສິ

2 ເມື່ອ​ຢາໂຄບ​ຮູ້​ວ່າ​ໂຢເຊັບ​ລູກຊາຍ​ຂອງຕົນ​ມາ​ຢາມ ເພິ່ນ​ຈຶ່ງ​ຮວບຮວມ​ເຫື່ອແຮງ​ທັງໝົດ​ທີ່​ຕົນ​ມີ​ຢູ່ ລຸກ​ຂຶ້ນ​ນັ່ງ​ເທິງ​ຕຽງ.

Uka jalj uñjjattʼäta Copia luraña




ປະຖົມມະການ 48:2
8 Jak'a apnaqawi uñst'ayäwi  

ຫລັງຈາກ​ນັ້ນ​ມາ​ບໍ່​ດົນນານ ກໍ​ມີ​ຄົນ​ມາ​ບອກ​ໂຢເຊັບ​ວ່າ​ພໍ່​ຂອງ​ເພິ່ນ​ເຈັບ​ໜັກ. ສະນັ້ນ ໂຢເຊັບ​ຈຶ່ງ​ພາ​ລູກຊາຍ​ທັງສອງ​ຂອງຕົນ​ຄື ມານາເຊ​ແລະ​ເອຟຣາອິມ ໄປ​ຫາ​ພໍ່​ຂອງຕົນ.


ຢາໂຄບ​ກ່າວ​ແກ່​ໂຢເຊັບ​ວ່າ, “ພຣະເຈົ້າ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ໄດ້​ປາກົດ​ແກ່​ພໍ່​ທີ່​ເມືອງ​ລູເຊ ໃນ​ການາອານ​ແລະ​ອວຍພອນ​ພໍ່.


ແລ້ວ​ຂ້າພະເຈົ້າ​ກໍໄດ້​ບອກ​ພວກເຂົາ​ວ່າ ພຣະເຈົ້າ​ສະຖິດ​ຢູ່​ນຳ​ຂ້າພະເຈົ້າ ແລະ​ຊ່ວຍ​ຊູ​ຂ້າພະເຈົ້າ​ຢ່າງໃດ ແລະ​ກະສັດ​ໄດ້​ເວົ້າ​ກັບ​ຂ້າພະເຈົ້າ​ຢ່າງໃດ​ອີກ​ດ້ວຍ. ພວກເຂົາ​ຕອບ​ວ່າ, “ໃຫ້​ພວກເຮົາ​ລົງມື​ສ້າງ​ເມືອງ​ຂຶ້ນ​ໃໝ່​ສາ” ແລ້ວ​ພວກເຂົາ​ກໍ​ຕຽມພ້ອມ​ທີ່​ຈະ​ລົງມື​ເຮັດ​ວຽກ.


ພຣະເຈົ້າຢາເວ​ຈະ​ຊ່ວຍຊູ​ເມື່ອ​ພວກເຂົາ​ເຈັບໂຊ ແລະ​ຈະ​ໃຫ້​ມີ​ສຸຂະພາບ​ແຂງແຮງ​ຂຶ້ນ​ໃໝ່.


ລູກ​ເອີຍ ຖ້າ​ເຈົ້າ​ກາຍເປັນ​ຄົນ​ມີ​ປັນຍາ ພໍ່​ຈະ​ມີ​ຄວາມສຸກ​ທີ່ສຸດ.


ສຸດທ້າຍ​ນີ້ ຂໍ​ໃຫ້​ພວກເຈົ້າ​ຈົ່ງ​ມີ​ກຳລັງ​ເພີ່ມ​ຂຶ້ນ​ໃນ​ອົງພຣະ​ຜູ້​ເປັນເຈົ້າ ແລະ​ໃນ​ຣິດເດດ​ອັນ​ແກ່ກ້າ​ຂອງ​ພຣະອົງ.


ເຈົ້າ​ຈົ່ງ​ແນະນຳ​ໂຢຊວຍ​ແລະ​ໃຫ້​ກຳລັງໃຈ​ລາວ ໃຫ້​ເດັດດ່ຽວ​ກ້າຫານ​ຫລາຍ​ຍິ່ງ​ຂຶ້ນ ເພາະ​ລາວ​ຈະ​ຕ້ອງ​ເປັນ​ຜູ້​ນຳພາ​ປະຊາຊົນ​ຂ້າມ​ແມ່ນໍ້າ​ຈໍແດນ ເຂົ້າ​ໄປ​ຢຶດຄອງ​ດິນແດນ​ທີ່​ເຈົ້າ​ເຫັນ​ຢູ່​ນີ້.’


ໂຢນາທານ​ໄດ້​ໄປ​ຫາ​ດາວິດ​ທີ່​ນັ້ນ ແລະ​ໃຫ້​ກຳລັງໃຈ​ເພິ່ນ​ດ້ວຍ​ຄວາມ​ເຊື່ອໝັ້ນ​ວ່າ ພຣະເຈົ້າຢາເວ​ຈະ​ເປັນ​ຜູ້​ປົກປັກ​ຮັກສາ


Jiwasaru arktasipxañani:

Anuncios ukanaka


Anuncios ukanaka