1 ຫລັງຈາກນັ້ນມາບໍ່ດົນນານ ກໍມີຄົນມາບອກໂຢເຊັບວ່າພໍ່ຂອງເພິ່ນເຈັບໜັກ. ສະນັ້ນ ໂຢເຊັບຈຶ່ງພາລູກຊາຍທັງສອງຂອງຕົນຄື ມານາເຊແລະເອຟຣາອິມ ໄປຫາພໍ່ຂອງຕົນ.
ຢູ່ໃນປະເທດເອຢິບ ໂຢເຊັບມີລູກຊາຍສອງຄົນຊື່ວ່າ ມານາເຊແລະເອຟຣາອິມ ທີ່ໄດ້ນຳນາງອາເສນາດລູກສາວຂອງໂປຕີເຟຣາປະໂຣຫິດແຫ່ງເມືອງເຮລີໂອໂປລີ.
ເມື່ອຢາໂຄບຮູ້ວ່າໂຢເຊັບລູກຊາຍຂອງຕົນມາຢາມ ເພິ່ນຈຶ່ງຮວບຮວມເຫື່ອແຮງທັງໝົດທີ່ຕົນມີຢູ່ ລຸກຂຶ້ນນັ່ງເທິງຕຽງ.
ຢາໂຄບກ່າວຕໍ່ໄປວ່າ, “ໂຢເຊັບເອີຍ ລູກຊາຍຂອງເຈົ້າສອງຄົນທີ່ໄດ້ເກີດຢູ່ໃນປະເທດເອຢິບ ກ່ອນພໍ່ມາຢູ່ນີ້ເປັນລູກຂອງພໍ່. ເອຟຣາອິມແລະມານາເຊກໍເທົ່າໆກັບຣູເບັນແລະຊີເມໂອນ.
ເພິ່ນມີຊີວິດຢູ່ຈົນເຫັນລູກ ແລະຫລານຂອງເອຟຣາອິມ. ເພິ່ນມີຊີວິດຢູ່ຈົນໄດ້ຮັບເອົາລູກຂອງມາກີ ລູກຊາຍຂອງມານາເຊເຂົ້າໃນຄອບຄົວຄືກັນ.
ຜູ້ທຳນວາຍເອລີຊາໄດ້ປ່ວຍດ້ວຍພະຍາດອັນຮ້າຍແຮງ. ໃນຂະນະທີ່ເພິ່ນນອນຄອຍຂາດໃຈຕາຍຢູ່ນັ້ນ ເຈົ້າເຢໂຮອາດກະສັດແຫ່ງອິດສະຣາເອນກໍມາຢ້ຽມເພິ່ນ. ກະສັດຮ້ອງໄຫ້ ແລະທັງເວົ້າວ່າ, “ພໍ່ເອີຍ ພໍ່ເອີຍ ພໍ່ຜູ້ເປັນກຳລັງປ້ອງກັນອັນເຂັ້ມແຂງຂອງອິດສະຣາເອນເອີຍ.”
ເອລີຊາໄດ້ຕາຍໄປແລະໄດ້ຖືກຝັງໄວ້. ແຕ່ລະປີ ຊາວໂມອາບໄດ້ບຸກລຸກດິນແດນຂອງຊາດອິດສະຣາເອນ.
ຫລັງຈາກນັ້ນມາ ໂຢບກໍມີຊີວິດຢູ່ອີກໜຶ່ງຮ້ອຍສີ່ສິບປີ ນານພໍເຫັນຫລານເຫຼັນຂອງຕົນ.
ຂໍໃຫ້ເຈົ້າມີຊີວິດຢູ່ຢ່າງຍືນຍາວ ຈົນໄດ້ເຫັນລູກຫລານເຫຼັນຫລ້ອນ ຂໍໃຫ້ສັນຕິສຸກຈົ່ງມີແກ່ຊາດອິດສະຣາເອນເທີ້ນ.
ທັງສອງເອື້ອຍນ້ອງໄດ້ໃຊ້ຄົນໄປບອກພຣະເຢຊູເຈົ້າວ່າ, “ພຣະອົງເຈົ້າເອີຍ ເພື່ອນທີ່ພຣະອົງຮັກນັ້ນກຳລັງປ່ວຍຢູ່.”
ເພາະຢາໂຄບມີຄວາມເຊື່ອແບບນີ້ ຈຶ່ງໄດ້ອວຍພອນລູກຊາຍຂອງໂຢເຊັບ ແຕ່ລະຄົນກ່ອນເພິ່ນຈະຕາຍ ເພິ່ນໝູບລົງເໜືອຍອດໄມ້ເທົ້າຂອງຕົນ ແລະນະມັດສະການພຣະເຈົ້າ.
ແຕ່ພວກເຂົາໄດ້ຮັບເມືອງຕ່າງໆອາໄສຢູ່ ລວມທັງທົ່ງສຳລັບລ້ຽງຝູງງົວແລະຝູງແກະຂອງພວກເຂົາ.