3 ກະສັດຖາມວ່າ, “ພວກເຈົ້າມີອາຊີບຫຍັງ?” ພວກເຂົາຕອບວ່າ, “ທ່ານເອີຍ ພວກຂ້ານ້ອຍມີອາຊີບເປັນຜູ້ລ້ຽງສັດ ຄືກັບບັນພະບຸລຸດຂອງພວກຂ້ານ້ອຍ.
ຕໍ່ມາ ນາງກໍໄດ້ລູກຊາຍອີກຜູ້ໜຶ່ງ; ລູກຊາຍຜູ້ນີ້ມີຊືວ່າ, “ອາເບັນ.” ລາວເປັນຄົນລ້ຽງສັດ ສ່ວນກາອິນນັ້ນເປັນພໍ່ນາ.
ສະນັ້ນ ພວກເຂົາຈຶ່ງເວົ້າຕໍ່ເພິ່ນວ່າ, “ບັດນີ້ ຈົ່ງບອກໃຫ້ພວກເຮົາຮູ້ສາ ເຈົ້າເປັນຜູ້ເຮັດຜິດໃນເລື່ອງນີ້ບໍ? ເຈົ້າມາເຮັດຫຍັງຢູ່ໃນທີ່ນີ້? ເຈົ້າມາຈາກປະເທດໃດ? ເຈົ້າເປັນຄົນສັນຊາດໃດ?”
ເມື່ອພວກເຮົາຍັງຢູ່ກັບພວກເຈົ້ານັ້ນ ພວກເຮົາເຄີຍບອກພວກເຈົ້າແລ້ວວ່າ, “ຜູ້ໃດທີ່ບໍ່ຢາກເຮັດວຽກ ກໍຢ່າໃຫ້ຜູ້ນັ້ນກິນ.”