Biblia Todo Logo
Internet tuqin Biblia

- Anuncios ukanaka -




ປະຖົມມະການ 44:2 - ພຣະຄຳພີສັກສິ

2 ໃຫ້​ເອົາ​ເງິນ​ຄ່າ​ເຂົ້າ​ກັບ​ຈອກ​ເງິນ​ຂອງເຮົາ ໃສ່​ໃນ​ກະສອບ​ເຂົ້າ​ຂອງ​ນ້ອງຊາຍ​ຫລ້າ​ຂອງ​ພວກເຂົາ.” ຄົນ​ຮັບໃຊ້​ກໍ​ປະຕິບັດ​ຕາມ​ທີ່​ໂຢເຊັບ​ໄດ້​ສັ່ງ​ນັ້ນ.

Uka jalj uñjjattʼäta Copia luraña




ປະຖົມມະການ 44:2
12 Jak'a apnaqawi uñst'ayäwi  

ແລ້ວ​ພວກເຈົ້າ​ຕ້ອງ​ເອົາ​ນ້ອງຊາຍ​ຫລ້າ​ຂອງ​ພວກເຈົ້າ​ມາ​ຫາ​ເຮົາ. ອັນ​ນີ້ ຈະ​ພິສູດ​ວ່າ​ພວກເຈົ້າ​ໄດ້​ເວົ້າ​ຄວາມຈິງ ແລະ​ພວກເຈົ້າ​ກໍ​ຈະ​ບໍ່​ຖືກ​ປະຫານ​ຊີວິດ.” ພວກເຂົາ​ຕົກລົງ​ຕາມ​ຂໍ້​ສະເໜີ​ມາ​ນັ້ນ


ໂຢເຊັບ​ສັ່ງ​ໃຫ້​ຄົນ​ເອົາ​ເຂົ້າ​ໃສ່​ຖົງ​ພວກເຂົາ​ຈົນ​ເຕັມ ແລະ​ເອົາ​ເງິນ​ຂອງ​ແຕ່ລະຄົນ​ໃສ່​ໄວ້​ເທິງ​ເຂົ້າ​ໃນ​ຖົງ​ນັ້ນ​ຄືນ ແລະ​ເອົາ​ອາຫານ​ໃຫ້​ພວກເຂົາ​ໄປ​ກິນ​ຕາມ​ທາງ​ດ້ວຍ. ຄົນ​ຂອງ​ເພິ່ນ​ກໍ​ເຮັດ​ຕາມ​ຄຳສັ່ງ​ນັ້ນ​ທຸກປະການ.


ເຂົາ​ໄດ້​ຈັດແຈ່ງ​ໂຕະ​ໃຫ້​ໂຢເຊັບ​ກິນ​ຜູ້​ດຽວ​ຕ່າງຫາກ ແລະ​ຈັດແຈ່ງ​ໃຫ້​ພວກ​ອ້າຍ​ນ້ອງ​ຂອງ​ໂຢເຊັບ​ກິນ​ໂຕະ​ໜຶ່ງ​ຕ່າງຫາກ. ຊາວ​ເອຢິບ​ຜູ້​ທີ່​ມາ​ຮ່ວມ​ນຳ​ນັ້ນ ເຂົາ​ໄດ້​ຈັດ​ໃຫ້​ກິນ​ໂຕະ​ໜຶ່ງ​ອີກ​ຕ່າງຫາກ ເພາະ​ເຂົາ​ຖື​ວ່າ​ມັນ​ເປັນ​ການ​ອັບອາຍ​ຂາຍໜ້າ ທີ່​ຈະ​ກິນ​ເຂົ້າ​ຮ່ວມ​ໂຕະ​ກັບ​ຊາວ​ເຮັບເຣີ.


ໂຢເຊັບ​ໄດ້​ສັ່ງ​ຄົນ​ຮັບໃຊ້​ຜູ້​ທີ່​ຮັບຜິດຊອບ​ໃນ​ເຮືອນ​ຂອງຕົນ​ວ່າ, “ຈົ່ງ​ເອົາ​ອາຫານ​ໃສ່​ກະສອບ​ຂອງ​ຄົນ​ເຫຼົ່ານີ້ ໃຫ້​ຫລາຍ​ເທົ່າ​ທີ່​ພວກເຂົາ​ສາມາດ​ເອົາ​ເມືອ​ໄດ້ ແລະ​ໃຫ້​ເອົາ​ເງິນ​ຂອງ​ແຕ່ລະຄົນ​ໃສ່​ເທິງ​ເຂົ້າ​ໃນ​ກະສອບ​ຂອງ​ແຕ່ລະ​ຄົນ.


ຄົນ​ຮັບໃຊ້​ຂອງ​ໂຢເຊັບ​ໄດ້​ຄົ້ນ​ເບິ່ງ​ຢ່າງ​ຄັກແນ່ ແຕ່​ອ້າຍ​ກົກ​ຈົນ​ຮອດ​ນ້ອງ​ຫລ້າ ແລະ​ໃນ​ທີ່ສຸດ​ກໍ​ພົບ​ຈອກ​ນັ້ນ​ຢູ່​ໃນ​ກະສອບ​ເຂົ້າ​ຂອງ​ເບັນຢາມິນ.


ເມື່ອ​ຮຸ່ງ​ເຊົ້າ​ຂຶ້ນ​ມາ ພວກເຂົາ​ຈຶ່ງ​ອອກ​ເດີນທາງ​ກັບ​ເມືອ​ພ້ອມ​ດ້ວຍ​ລໍ​ຂອງ​ພວກເຂົາ.


“ເບິ່ງແມ! ເຮົາ​ໃຊ້​ພວກເຈົ້າ​ອອກ​ໄປ​ເໝືອນ​ແກະ​ຢູ່​ໃນ​ທ່າມກາງ​ຝູງ​ໝາໄນ. ສະນັ້ນ ຈົ່ງ​ສະຫລາດ​ເໝືອນ​ງູ ແລະ​ອ່ອນສຸພາບ​ເໝືອນ​ນົກເຂົາ.


ເຮົາ​ກ່າວ​ດັ່ງນີ້​ບໍ່ແມ່ນ​ຄຳ​ບັນຊາ, ແຕ່​ໄດ້​ນຳ​ເລື່ອງ​ຄວາມ​ກະຕື​ລືລົ້ນ​ຂອງ​ຄົນອື່ນ ມາ​ທຽບ​ທົດລອງ​ກັບ​ຄວາມຮັກ​ຂອງ​ເຈົ້າ​ທັງຫລາຍ​ນັ້ນ ເບິ່ງ​ວ່າ​ເປັນ​ຂອງ​ແທ້​ຫລື​ບໍ່.


ຢ່າ​ຟັງຄວາມ​ຜູ້ທຳນວາຍ​ຫລື​ຜູ້​ແກ້​ຄວາມຝັນ​ນັ້ນ. ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ກຳລັງ​ໃຊ້​ພວກເຂົາ​ມາ​ທົດລອງ​ເບິ່ງ​ພວກເຈົ້າ ເພື່ອ​ຢາກ​ຮູ້​ວ່າ​ພວກເຈົ້າ​ຮັກ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ດ້ວຍ​ສຸດໃຈ​ແລະ​ດ້ວຍ​ສຸດຈິດ​ຂອງ​ພວກເຈົ້າ​ຫລື​ບໍ່.


ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ​ນັ້ນ ພຣະອົງ​ໄດ້​ໃຫ້​ມານາ​ແກ່​ພວກເຈົ້າ​ກິນ ຄື​ອາຫານ​ທີ່​ປູ່ຍ່າຕາຍາຍ​ຂອງ​ພວກເຈົ້າ​ບໍ່ເຄີຍ​ກິນ. ພຣະອົງ​ໄດ້​ໃຫ້​ພວກເຈົ້າ​ຖືກ​ຄວາມທຸກ​ລຳບາກ​ເພື່ອ​ທົດສອບ​ພວກເຈົ້າ ເພື່ອ​ວ່າ​ໃນ​ບັ້ນປາຍ​ພຣະອົງ​ຈະ​ອວຍພອນ​ພວກເຈົ້າ​ດ້ວຍ​ສິ່ງ​ທີ່​ດີ.


ຈົ່ງ​ຈົດຈຳ​ວ່າ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ໄດ້​ນຳພາ​ພວກເຈົ້າ ໃນ​ການ​ເດີນທາງ​ອັນ​ຍາວນານ​ນີ້​ຜ່ານ​ຖິ່ນ​ແຫ້ງແລ້ງ​ກັນດານ ເປັນ​ເວລາ 40 ປີ ຢ່າງ​ໃດ. ພຣະອົງ​ກໍໄດ້​ທົດສອບ​ພວກເຈົ້າ​ໃນ​ຄວາມທຸກ​ລຳບາກ​ເໝືອນກັນ ເພື່ອ​ຢາກ​ຈະ​ຢັ່ງຮູ້​ຈິດໃຈ​ຂອງ​ພວກເຈົ້າ​ວ່າ​ເປັນ​ຢ່າງ​ໃດ ແລະ​ພວກເຈົ້າ​ຈະ​ເຊື່ອຟັງ​ຂໍ້ຄຳສັ່ງ​ຂອງ​ພຣະອົງ​ຫລື​ບໍ່?


Jiwasaru arktasipxañani:

Anuncios ukanaka


Anuncios ukanaka