Biblia Todo Logo
Internet tuqin Biblia

- Anuncios ukanaka -




ປະຖົມມະການ 44:1 - ພຣະຄຳພີສັກສິ

1 ໂຢເຊັບ​ໄດ້​ສັ່ງ​ຄົນ​ຮັບໃຊ້​ຜູ້​ທີ່​ຮັບຜິດຊອບ​ໃນ​ເຮືອນ​ຂອງຕົນ​ວ່າ, “ຈົ່ງ​ເອົາ​ອາຫານ​ໃສ່​ກະສອບ​ຂອງ​ຄົນ​ເຫຼົ່ານີ້ ໃຫ້​ຫລາຍ​ເທົ່າ​ທີ່​ພວກເຂົາ​ສາມາດ​ເອົາ​ເມືອ​ໄດ້ ແລະ​ໃຫ້​ເອົາ​ເງິນ​ຂອງ​ແຕ່ລະຄົນ​ໃສ່​ເທິງ​ເຂົ້າ​ໃນ​ກະສອບ​ຂອງ​ແຕ່ລະ​ຄົນ.

Uka jalj uñjjattʼäta Copia luraña




ປະຖົມມະການ 44:1
8 Jak'a apnaqawi uñst'ayäwi  

ເພິ່ນ​ເວົ້າ​ກັບ​ຄົນ​ຮັບໃຊ້​ຜູ້​ອາວຸໂສ ທີ່​ຮັບຜິດຊອບ​ຊັບສົມບັດ​ທັງໝົດ​ຂອງຕົນ​ວ່າ, “ຈົ່ງ​ວາງ​ມື​ໃສ່​ວ່າງ​ຂາ​ຂອງຂ້ອຍ ແລະ​ສາບານ​ສາ.


ໂຢເຊັບ​ສັ່ງ​ໃຫ້​ຄົນ​ເອົາ​ເຂົ້າ​ໃສ່​ຖົງ​ພວກເຂົາ​ຈົນ​ເຕັມ ແລະ​ເອົາ​ເງິນ​ຂອງ​ແຕ່ລະຄົນ​ໃສ່​ໄວ້​ເທິງ​ເຂົ້າ​ໃນ​ຖົງ​ນັ້ນ​ຄືນ ແລະ​ເອົາ​ອາຫານ​ໃຫ້​ພວກເຂົາ​ໄປ​ກິນ​ຕາມ​ທາງ​ດ້ວຍ. ຄົນ​ຂອງ​ເພິ່ນ​ກໍ​ເຮັດ​ຕາມ​ຄຳສັ່ງ​ນັ້ນ​ທຸກປະການ.


ແລ້ວ​ເມື່ອ​ພວກເຂົາ​ໄຂ​ຖົງເຂົ້າ​ອອກ ແຕ່ລະຄົນ​ຕ່າງ​ກໍ​ພົບ​ຫໍ່​ເງິນ​ຂອງຕົນ​ໃນ​ຖົງ​ນັ້ນ. ເມື່ອ​ເຫັນ​ເງິນ ພວກເຂົາ​ເອງ​ພ້ອມ​ກັບ​ຜູ້​ເປັນ​ພໍ່​ກໍ​ພາກັນ​ຢ້ານກົວ​ຫຼາຍ.


ພໍ​ເມື່ອ​ໂຢເຊັບ​ເຫັນ​ເບັນຢາມິນ​ມາ​ກັບ​ພວກເຂົາ ເພິ່ນ​ຈຶ່ງ​ສັ່ງ​ຄົນ​ຮັບໃຊ້​ຜູ້​ຮັບຜິດຊອບ​ໃນ​ເຮືອນ​ຂອງຕົນ​ວ່າ, “ຈົ່ງ​ພາ​ຄົນ​ເຫຼົ່ານີ້​ໄປ​ໃນ​ເຮືອນ​ຂອງຂ້ອຍ ເພາະ​ໃນ​ຕອນທ່ຽງ ຄົນ​ເຫຼົ່ານີ້​ຈະ​ກິນ​ເຂົ້າ​ນຳ​ຂ້ອຍ. ສະນັ້ນ ຈົ່ງ​ໄປ​ຂ້າ​ສັດ​ແລະ​ຈັດແຈງ​ອາຫານ​ໄວ້​ເດີ.”


ດັ່ງນັ້ນ ເມື່ອ​ມາ​ຮອດ​ປະຕູ​ເຮືອນ​ຂອງ​ໂຢເຊັບ ພວກເຂົາ​ຈຶ່ງ​ເວົ້າ​ກັບ​ຄົນ​ຮັບໃຊ້​ຜູ້​ຮັບຜິດຊອບ​ນັ້ນ​ວ່າ,


ແລະ​ເມື່ອ​ຄອບຄົວ​ຂອງ​ຢາໂຄບ​ກິນ​ເຂົ້າ​ທີ່​ໄດ້​ຊື້​ມາ​ແຕ່​ປະເທດ​ເອຢິບ​ໝົດ​ແລ້ວ ຢາໂຄບ​ຈຶ່ງ​ເວົ້າ​ກັບ​ພວກ​ລູກຊາຍ​ວ່າ, “ຈົ່ງ​ກັບຄືນ​ໄປ​ຊື້​ອາຫານ​ຕື່ມ​ອີກ​ເລັກນ້ອຍ​ສຳລັບ​ພວກເຮົາ​ແມ.”


ໃຫ້​ເອົາ​ເງິນ​ຄ່າ​ເຂົ້າ​ກັບ​ຈອກ​ເງິນ​ຂອງເຮົາ ໃສ່​ໃນ​ກະສອບ​ເຂົ້າ​ຂອງ​ນ້ອງຊາຍ​ຫລ້າ​ຂອງ​ພວກເຂົາ.” ຄົນ​ຮັບໃຊ້​ກໍ​ປະຕິບັດ​ຕາມ​ທີ່​ໂຢເຊັບ​ໄດ້​ສັ່ງ​ນັ້ນ.


ບັດນີ້ ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ໃກ້​ຈະ​ເອົາ​ທຸກສິ່ງ​ແລະ​ທຸກຄົນ​ທີ່​ປະຊາຊົນ​ເພິ່ງພາ​ອາໄສ​ໄດ້​ໄປ​ຈາກ​ນະຄອນ​ເຢຣູຊາເລັມ​ແລະ​ຢູດາຍ. ສິ່ງ​ທີ່​ພຣະອົງ​ກຳລັງ​ຈະ​ເອົາ​ໄປ​ຈາກ​ພວກເຂົາ​ມີ​ດັ່ງນີ້: ເຂົ້າຈີ່​ແລະ​ນໍ້າ​ດື່ມ,


Jiwasaru arktasipxañani:

Anuncios ukanaka


Anuncios ukanaka