Biblia Todo Logo
Internet tuqin Biblia

- Anuncios ukanaka -




ປະຖົມມະການ 4:8 - ພຣະຄຳພີສັກສິ

8 ຕໍ່ມາ ກາອິນ​ໄດ້​ເວົ້າ​ກັບ​ອາເບັນ​ນ້ອງຊາຍ​ຂອງຕົນ​ວ່າ, “ເຮົາ​ພາກັນ​ໄປ​ຍ່າງ​ຫລິ້ນ​ທີ່​ທົ່ງນາ​ເທາະ.” ເມື່ອ​ສອງ​ອ້າຍ​ນ້ອງ​ໄປ​ທີ່​ທົ່ງນາ ກາອິນ​ກໍ​ໂດດ​ໃສ່​ນ້ອງຊາຍ​ຂອງຕົນ​ແລະ​ຂ້າ​ລາວ​ເສຍ.

Uka jalj uñjjattʼäta Copia luraña




ປະຖົມມະການ 4:8
23 Jak'a apnaqawi uñst'ayäwi  

ອາດາມ ແລະ​ເມຍ​ໄດ້​ລູກຊາຍ​ຜູ້ໜຶ່ງ​ອີກ. ເອວາ​ຈຶ່ງ​ເວົ້າ​ວ່າ, “ພຣະເຈົ້າ​ໂຜດ​ໃຫ້​ຂ້ອຍ ມີ​ລູກຊາຍ​ອີກ​ຜູ້ໜຶ່ງ ເພື່ອ​ທົດແທນ​ອາເບັນ​ຜູ້​ທີ່​ກາອິນ​ໄດ້​ຂ້າ.” ດັ່ງນັ້ນ ນາງ​ຈຶ່ງ​ໃສ່​ຊື່​ໃຫ້​ລູກຊາຍ​ຜູ້​ນີ້​ວ່າ ເຊດ.


ຂ້ານ້ອຍ​ມີ​ລູກຊາຍ​ສອງ​ຄົນ, ແຕ່​ມື້​ໜຶ່ງ​ທັງສອງ​ໄດ້​ເກີດ​ຜິດຖຽງກັນ​ຢູ່​ໃນ​ທົ່ງນາ ແລະ​ບໍ່ມີ​ຜູ້ໃດ​ແຍກ​ພວກເຂົາ​ອອກ​ຈາກ​ກັນ​ໄດ້. ລູກຊາຍ​ຄົນ​ໜຶ່ງ​ຈຶ່ງ​ໄດ້​ຂ້າ​ລູກຊາຍ​ອີກ​ຄົນ​ໜຶ່ງ​ຕາຍ.


ເມື່ອ​ອັບເນ​ມາ​ເຖິງ​ເມືອງ​ເຮັບໂຣນ ໂຢອາບ​ຈຶ່ງ​ພາ​ລາວ​ຫລີກ​ໄປ​ທາງ​ປະຕູ​ເມືອງ​ໂດຍ​ທຳທ່າ​ວ່າ​ຢາກ​ເວົ້າ​ກັບ​ລາວ​ເປັນ​ທາງ​ສ່ວນຕົວ. ໃນ​ທີ່ນັ້ນ ໂຢອາບ​ໄດ້​ໃຊ້​ມີດ​ແທງ​ທີ່​ທ້ອງ​ຂອງ​ລາວ. ອັບເນ​ຖືກ​ລອບ​ສັງຫານ​ເຊັ່ນນີ້ ເພາະ​ລາວ​ໄດ້​ຂ້າ​ອາສາເຮນ​ນ້ອງຊາຍ​ໂຢອາບ.


ເມື່ອ​ເຢໂຮຣາມ​ໄດ້​ມີ​ອຳນາດ​ຄວບຄຸມ​ທົ່ວ​ອານາຈັກ​ຢ່າງ​ໝັ້ນຄົງ​ແລ້ວ ລາວ​ກໍ​ຂ້າ​ພວກ​ນ້ອງຊາຍ​ທັງໝົດ ພ້ອມ​ດ້ວຍ​ຂ້າຣາຊການ​ອິດສະຣາເອນ​ບາງຄົນ.


ດັ່ງນັ້ນ ສານບັນລັດ ແລະ​ເກເຊມ​ຈຶ່ງ​ສົ່ງ​ຈົດໝາຍ​ສະບັບ​ໜຶ່ງ​ມາ​ຫາ​ຂ້າພະເຈົ້າ ໂດຍ​ຊັກຊວນ​ໃຫ້​ຂ້າພະເຈົ້າ​ລົງ​ໄປ​ພົບ​ພວກເຂົາ ໃນ​ທົ່ງພຽງ​ແຫ່ງ​ໜຶ່ງ​ຂອງ​ໝູ່ບ້ານ​ທີ່​ເມືອງ​ໂອໂນ. ອັນ​ນີ້ ເປັນ​ກົນອຸບາຍ​ຂອງ​ພວກເຂົາ​ເພື່ອ​ທຳຮ້າຍ​ຂ້າພະເຈົ້າ.


ແລ້ວ​ຈົ່ງ​ປະເຊີນ​ໜ້າ​ກັບ​ໂລກ​ອີກຄັ້ງ ຢ່າງ​ໜັກແໜ້ນ​ໝັ້ນຄົງ ແລະ​ກ້າຫານ.


ຂ້າແດ່​ພຣະເຈົ້າ ຂ້ານ້ອຍ​ຢາກ​ໃຫ້​ພຣະອົງ​ຂ້າ​ຄົນຊົ່ວຮ້າຍ​ໝົດ ແລະ​ຢາກ​ໃຫ້​ຜູ້ຂ້າຄົນ​ໜີ​ໄກ​ໄປ​ຈາກ​ດ້ວຍ.


ຄຳເວົ້າ​ຂອງ​ພວກເຂົາ​ຊົ່ວຊ້າ​ເຕັມ​ໄປ​ດ້ວຍ​ຄຳຕົວະ ບໍ່​ເຮັດ​ສິ່ງ​ທີ່​ສະຫລາດ ແລະ​ບໍ່​ເຮັດ​ສິ່ງ​ດີ​ຕໍ່ໄປ​ອີກ.


ຄຳເວົ້າ​ລາວ​ນັ້ນ​ນໍ້ານົມ​ຂຸ້ນ​ກໍ​ບໍ່​ນີ້ມ​ປານ ແຕ່​ຈິດໃຈ​ລາວ​ພັດ​ມີ​ແຕ່​ຄວາມ​ຂົມຂື່ນ. ຄຳເວົ້າ​ລາວ​ນັ້ນ​ລ່ຽນໄຫລ​ເໝືອນ​ນໍ້າມັນ​ພືດ ແຕ່​ມັນ​ພັດ​ເປັນ​ດັ່ງ​ມີດ​ຄົມໆ​ໃຊ້​ປາດ​ຊີ້ນ.


ພວກເຂົາ​ເຮັດ​ຄຳສັນຍາ​ແລະ​ລະເມີດ​ຄຳສັນຍາ​ນັ້ນ. ພວກເຂົາ​ຂີ້ຕົວະ, ເປັນ​ຄາດຕະກອນ, ຂີ້ລັກ ແລະ​ຫລີ້ນຊູ້​ສູ່ຜົວເມຍ​ຄົນອື່ນ. ອາຊະຍາກຳ​ມີ​ເພີ່ມ​ຂຶ້ນ ແລະ​ການ​ຂ້າຟັນກັນ​ກໍ​ມີ​ຢູ່​ທຸກ​ມື້​ທຸກ​ເວັນ.


ໃນ​ຍາມ​ນີ້​ແຫຼະ ລູກຊາຍ​ຈະ​ດູຖູກ​ພໍ່​ຂອງຕົນ​ວ່າ​ໂງ່ຈ້າ; ລູກສາວ​ກໍ​ຈະ​ຕໍ່ສູ້​ແມ່​ຂອງຕົນ ແລະ​ລູກໃພ້​ຈະ​ຕໍ່ສູ້​ແມ່ຍ່າ​ຂອງຕົນ; ແມ່ນແຕ່​ສະມາຊິກ​ຢູ່​ໃນ​ຄອບຄົວ​ດຽວກັນ​ກໍ​ຈະ​ກາຍເປັນ​ສັດຕູ​ກັນ.


ຖ້າ​ຜູ້ໃດ​ຫາກ​ຊັງ​ຄົນ​ໜຶ່ງ​ແລະ​ຂ້າ​ລາວ ໂດຍ​ຊຸກ​ໃຫ້​ລົ້ມ​ລົງ ຫລື​ໂດຍ​ແກວ່ງ​ສິ່ງຂອງ​ໃສ່​ຈົນ​ລາວ​ຕາຍ


ດັ່ງນັ້ນ ໂທດກຳ​ສຳລັບ​ການ​ຂ້າ​ທຸກຄົນ​ທີ່​ບໍ່ມີ​ຄວາມຜິດ​ນັ້ນ ຈະ​ຕົກ​ຖືກ​ພວກເຈົ້າ ນັບ​ແຕ່​ການ​ຂ້າ​ອາເບັນ​ຜູ້​ບໍ່ມີ​ຄວາມຜິດ ຈົນເຖິງ​ການ​ຂ້າ​ເຊກາຣີຢາ ລູກຊາຍ​ຂອງ​ເບເຣກີຢາ ທີ່​ພວກເຈົ້າ​ໄດ້​ຂ້າ​ລະຫວ່າງ​ພຣະວິຫານ​ແລະ​ແທ່ນບູຊາ.


ຄື​ຕັ້ງແຕ່​ເລືອດ​ຂອງ​ອາເບັນ ຈົນເຖິງ​ເລືອດ​ຂອງ​ເຊກາຣີຢາ ຜູ້​ທີ່​ຖືກ​ຂ້າ​ລະຫວ່າງ​ແທ່ນບູຊາ​ກັບ​ພຣະວິຫານ​ນັ້ນ ແມ່ນ​ແລ້ວ​ເຮົາ​ບອກ​ພວກເຈົ້າ​ວ່າ ຄົນ​ໃນ​ຍຸກ​ນີ້​ຈະ​ຖືກ​ລົງໂທດ​ຍ້ອນ​ເລືອດ​ພວກ​ນັ້ນ​ທັງໝົດ​ທີ່​ຖືກ​ຂ້າ.”


ແຕ່​ພຣະເຢຊູເຈົ້າ​ຊົງ​ຖາມ​ວ່າ, “ຢູດາ​ເອີຍ ເຈົ້າ​ຈະ​ມອບ​ບຸດ​ມະນຸດ​ດ້ວຍ​ການ​ຈູບ​ຫລື?”


ເພາະ​ອາເບັນ​ມີ​ຄວາມເຊື່ອ​ແບບ​ນີ້ ຈຶ່ງ​ໄດ້​ນຳ​ເອົາ​ເຄື່ອງ​ບູຊາ​ອັນ​ຖືກຕ້ອງ​ກວ່າ​ເຄື່ອງ​ບູຊາ​ຂອງ​ກາອິນ ມາ​ຖວາຍ​ແດ່​ພຣະເຈົ້າ ຊຶ່ງ​ເຮັດ​ໃຫ້​ເພິ່ນ​ໄດ້​ຮັບ​ຄຳ​ເຫັນຊອບ​ຈາກ​ພຣະເຈົ້າ​ວ່າ ເປັນ​ຄົນ​ຊອບທຳ ພຣະເຈົ້າ​ກໍໄດ້​ຊົງ​ເປັນ​ພະຍານ​ແກ່​ເຄື່ອງຖວາຍ​ຂອງ​ເພິ່ນ. ເຖິງ​ແມ່ນ​ວ່າ​ອາເບັນ​ຕາຍ​ແລ້ວ​ກໍ​ຈິງ ແຕ່​ເພາະ​ມີ​ຄວາມເຊື່ອ​ເພິ່ນ​ຈຶ່ງ​ຍັງ​ເວົ້າ​ຢູ່.


ມາ​ເຖິງ​ພຣະເຢຊູເຈົ້າ ຜູ້​ຊົງ​ເປັນ​ຜູ້​ກາງ​ຝ່າຍ​ພັນທະສັນຍາ​ໃໝ່ ແລະ​ມາ​ເຖິງ​ພຣະ​ໂລຫິດ​ຊຶ່ງ​ຊິດ​ໃສ່​ແລ້ວ ທີ່​ມີ​ສຽງ​ຮ້ອງ​ອັນ​ດີກວ່າ​ເລືອດ​ຂອງ​ອາເບັນ​ອີກ.


ວິບັດ ຈົ່ງ​ມີ​ແກ່​ພວກເຂົາ ເພາະ​ພວກເຂົາ​ໄດ້​ຕິດຕາມ​ທາງ​ຂອງ​ກາອິນ​ໄປ ແລະ​ເພື່ອ​ເຫັນແກ່​ສິນຈ້າງ​ລາງວັນ ພວກເຂົາ​ໄດ້​ປ່ອຍ​ຕົວ​ໄປ​ໃນ​ທາງ​ຜິດ ເໝືອນ​ດັ່ງ​ທີ່​ບາລາອາມ​ໄດ້​ເຮັດ ແລະ​ພວກເຂົາ​ໄດ້​ຈິບຫາຍ​ໄປ ດ້ວຍ​ການ​ກະບົດ​ຕາມ​ຢ່າງ​ຂອງ​ໂກຣາ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka