Biblia Todo Logo
Internet tuqin Biblia

- Anuncios ukanaka -




ປະຖົມມະການ 4:6 - ພຣະຄຳພີສັກສິ

6 ແລ້ວ​ພຣະເຈົ້າຢາເວ​ກໍ​ຖາມ​ລາວ​ວ່າ, “ກາອິນ​ເອີຍ ເປັນຫຍັງ​ເຈົ້າ​ຈຶ່ງ​ຄຽດແຄ້ນ ແລະ​ໜ້າ​ຕາບູດບຶ້ງ?

Uka jalj uñjjattʼäta Copia luraña




ປະຖົມມະການ 4:6
13 Jak'a apnaqawi uñst'ayäwi  

ຖ້າ​ເຈົ້າ​ເຮັດ​ໃນ​ສິ່ງ​ທີ່​ຖືກຕ້ອງ ເຈົ້າ​ກໍ​ຄວນ​ຍິ້ມແຍ້ມແຈ່ມໃສ; ແຕ່​ດ້ວຍວ່າ​ເຈົ້າ​ເຮັດ​ຊົ່ວ ຄື​ບາບ​ທີ່​ກຳລັງ​ລໍ​ຢູ່​ທີ່​ປະຕູ​ເຮືອນ​ຄອຍຖ້າ​ຄຸບ​ກິນ​ເຈົ້າ. ມັນ​ຢາກ​ປົກຄອງ​ເຈົ້າ ແຕ່​ເຈົ້າ​ຕ້ອງ​ເອົາ​ຊະນະ​ມັນ​ໃຫ້​ໄດ້.”


ຄວາມຮ້າຍ​ຂ້າ​ຄົນ​ເບົາປັນຍາ, ຄວາມ​ອິດສາ​ຂ້າ​ຄົນໂງ່.


ພຣະເຈົ້າຢາເວ​ກ່າວ​ວ່າ, “ບັດນີ້ ຈົ່ງ​ມາ​ຕົກລົງ​ເລື່ອງລາວ​ກັນເທາະ. ເຖິງ​ແມ່ນ​ວ່າ​ບາບ​ຂອງ​ພວກເຈົ້າ​ນັ້ນ​ເປັນ​ສີແດງເຂັ້ມ ແຕ່​ເຮົາ​ກໍ​ຈະ​ຊຳລະ​ໃຫ້​ຂາວ​ສະອາດ​ດັ່ງ​ຫິມະ ເຖິງ​ແມ່ນ​ວ່າ​ຮອຍ​ເປິເປື້ອນ​ຈະ​ແດງເຂັ້ມ ພວກເຈົ້າ​ກໍ​ຈະ​ຂາວ​ສະອາດ​ດັ່ງ​ຂົນແກະ.


ປະຊາຊົນ​ອິດສະຣາເອນ​ເອີຍ ຈົ່ງ​ຟັງ​ຖ້ອຍຄຳ​ທີ່​ພຣະເຈົ້າຢາເວ​ກຳລັງ​ກ່າວ​ແມ ເຮົາ​ເປັນ​ດັ່ງ​ຖິ່ນ​ແຫ້ງແລ້ງ​ກັນດານ​ສຳລັບ​ພວກເຈົ້າ​ບໍ? ເຮົາ​ເປັນ​ດັ່ງ​ດິນແດນ​ທີ່​ມືດມົນ​ສຳລັບ​ພວກເຈົ້າ​ບໍ? ແລ້ວ​ເປັນຫຍັງ​ພວກເຈົ້າ​ຈຶ່ງ​ເວົ້າ​ວ່າ, ‘ພວກເຈົ້າ​ຈະ​ເຮັດ​ຕາມໃຈ​ຕົນເອງ ແລະ ຕ່າງ​ກໍ​ເວົ້າ​ວ່າ ຈະ​ບໍ່​ກັບຄືນ​ມາ​ຫາ​ເຮົາ​ອີກ​ເລີຍ?’


ພຣະເຈົ້າຢາເວ​ກ່າວ​ດັ່ງນີ້: “ບັນພະບຸລຸດ​ຂອງ​ພວກເຈົ້າ​ມີ​ຂໍ້​ກ່າວຫາ ພວກເຂົາ​ມີ​ຂໍ້​ກ່າວຫາ​ຫຍັງ​ຕໍ່ສູ້​ເຮົາ​ຢ່າງນີ້​ນໍ ແມ່ນ​ຫຍັງ​ທີ່​ເຮັດ​ໃຫ້​ພວກເຂົາ​ຫັນໜີ​ຈາກ​ເຮົາ​ໄດ້? ພວກເຂົາ​ໄດ້​ຂາບໄຫວ້​ຮູບເຄົາຣົບ​ທີ່​ບໍ່ມີ​ປະໂຫຍດ​ຫຍັງ ແລະ​ພວກເຂົາ​ເອງ​ກໍໄດ້​ກາຍເປັນ​ຄົນ​ບໍ່ມີ​ປະໂຫຍດ.


ແຕ່​ພຣະເຈົ້າຢາເວ​ຕອບ​ວ່າ, “ເຈົ້າ​ມີ​ສິດ​ຫຍັງ​ທີ່​ຈະ​ໂກດຮ້າຍ?”


ແຕ່​ພຣະເຈົ້າ​ໄດ້ກ່າວ​ຕໍ່​ໂຢນາ​ວ່າ, “ເຈົ້າ​ມີ​ສິດ​ຫຍັງ​ທີ່​ຈະ​ໂກດຮ້າຍ​ໃຫ້​ຕົ້ນໄມ້​ນີ້?” ໂຢນາ​ຕອບ​ພຣະເຈົ້າ​ວ່າ, “ຂ້ານ້ອຍ​ມີ​ສິດ​ທຸກຢ່າງ​ທີ່​ຈະ​ໂກດຮ້າຍ ໂກດຮ້າຍ​ຈົນ​ຂ້ານ້ອຍ​ຕາຍໄປ.”


ຂ້ອຍ​ມີ​ສິດ​ເຮັດ​ໃນ​ສິ່ງ​ທີ່​ຂ້ອຍ​ຢາກ​ເຮັດ​ກັບ​ເງິນ​ຂອງຂ້ອຍ​ບໍ່ແມ່ນ​ບໍ? ເປັນຫຍັງ​ຈຶ່ງ​ອິດສາ​ເມື່ອ​ເຫັນ​ຂ້ອຍ​ໃຈ​ດີ?”’


Jiwasaru arktasipxañani:

Anuncios ukanaka


Anuncios ukanaka