Biblia Todo Logo
Internet tuqin Biblia

- Anuncios ukanaka -




ປະຖົມມະການ 4:2 - ພຣະຄຳພີສັກສິ

2 ຕໍ່ມາ ນາງ​ກໍໄດ້​ລູກຊາຍ​ອີກ​ຜູ້ໜຶ່ງ; ລູກຊາຍ​ຜູ້​ນີ້​ມີ​ຊືວ່າ, “ອາເບັນ.” ລາວ​ເປັນ​ຄົນ​ລ້ຽງ​ສັດ ສ່ວນ​ກາອິນ​ນັ້ນ​ເປັນ​ພໍ່ນາ.

Uka jalj uñjjattʼäta Copia luraña




ປະຖົມມະການ 4:2
19 Jak'a apnaqawi uñst'ayäwi  

ສະນັ້ນ ພຣະເຈົ້າຢາເວ​ພຣະເຈົ້າ​ຈຶ່ງ​ຂັບໄລ່​ພວກເຂົາ​ໃຫ້​ອອກ​ໄປ​ຈາກ​ສວນ​ເອເດນ ແລະ​ໃຫ້​ຂຸດ​ດິນ​ຟັນ​ໄມ້​ໃນ​ບ່ອນ​ທີ່​ພວກເຂົາ​ໄດ້​ຖືກ​ສ້າງ​ຂຶ້ນ​ມາ.


ຢາໂຄບ ຈຶ່ງ​ເວົ້າ​ກັບ​ໂຢເຊັບ​ວ່າ, “ພໍ່​ຢາກ​ໃຫ້​ເຈົ້າ​ໄປ​ຫາ​ພວກ​ອ້າຍ​ຂອງ​ເຈົ້າ ທີ່​ກຳລັງ​ລ້ຽງ​ສັດ​ຢູ່​ທີ່​ຊີເຄມ.” ໂຢເຊັບ​ຕອບ​ວ່າ, “ລູກ​ພ້ອມ​ທີ່​ຈະ​ໄປ.”


ຕໍ່ມາ ອາດາມ​ໄດ້​ສົມສູ່​ກັບ​ເມຍ​ຂອງຕົນ ແລະ​ນາງ​ກໍ​ຖືພາ ນາງ​ເກີດ​ລູກຊາຍ​ຜູ້ໜຶ່ງ ແລະ​ເວົ້າ​ວ່າ, “ເພາະ​ພຣະເຈົ້າຢາເວ​ຊ່ວຍເຫຼືອ​ຂ້ອຍ, ຂ້ອຍ​ຈຶ່ງ​ໄດ້​ລູກຊາຍ.” ສະນັ້ນ ນາງ​ຈຶ່ງ​ຕັ້ງ​ຊື່​ໃຫ້​ເດັກນ້ອຍ​ຜູ້​ນີ້​ວ່າ, “ກາອິນ.”


ຢູ່ມາ​ວັນໜຶ່ງ ກາອິນ​ໄດ້​ເອົາ​ຜົນລະປູກ​ມາ​ຖວາຍ​ແກ່​ພຣະເຈົ້າຢາເວ.


ກະສັດ​ຖາມ​ວ່າ, “ພວກເຈົ້າ​ມີ​ອາຊີບ​ຫຍັງ?” ພວກເຂົາ​ຕອບ​ວ່າ, “ທ່ານເອີຍ ພວກ​ຂ້ານ້ອຍ​ມີ​ອາຊີບ​ເປັນ​ຜູ້​ລ້ຽງສັດ ຄື​ກັບ​ບັນພະບຸລຸດ​ຂອງ​ພວກ​ຂ້ານ້ອຍ.


ໂນອາ ຜູ້​ທີ່​ເປັນ​ພໍ່ນາ ເປັນ​ຄົນ​ທຳອິດ​ທີ່​ປູກ​ຕົ້ນ​ອະງຸ່ນ.


ເດັກນ້ອຍ​ຄື​ຂອງຂວັນ​ທີ່​ພຣະເຈົ້າຢາເວ​ໂຜດ​ປະທານ ພວກເຂົາ​ຄື​ພອນ​ອັນ​ແທ້ຈິງ.


ມື້​ໜຶ່ງ ໃນ​ຂະນະທີ່​ໂມເຊ​ກຳລັງ​ລ້ຽງ​ຝູງແກະ ແລະ​ຝູງແບ້​ຂອງ​ເຢທະໂຣ ພໍ່​ເຖົ້າ​ຂອງຕົນ​ຜູ້​ທີ່​ເປັນ​ປະໂຣຫິດ​ຂອງ​ຊາວ​ມີດີອານ ລາວ​ໄດ້​ຕ້ອນ​ຝູງສັດ​ເລີຍ​ຂ້າມ​ຖິ່ນ​ແຫ້ງແລ້ງ​ກັນດານ​ໄປ​ທີ່​ຊີນາຍ​ພູເຂົາ​ຂອງ​ພຣະເຈົ້າ.


ແຕ່​ພຣະເຈົ້າຢາເວ​ໄດ້​ໃຫ້​ຂ້ອຍ​ເຊົາ​ລ້ຽງ​ແກະ ຊຶ່ງ​ເປັນ​ອາຊີບ​ຂອງຂ້ອຍ ແລະ​ພຣະເຈົ້າຢາເວ​ໄດ້​ສັ່ງ​ໃຫ້​ຂ້ອຍ​ມາ​ທຳນວາຍ​ຕໍ່​ພວກ​ອິດສະຣາເອນ​ປະຊາຊົນ​ຂອງ​ພຣະອົງ.


ສະນັ້ນ ຄົນ​ໃນ​ຍຸກ​ນີ້​ຈະ​ຕ້ອງ​ຖືກ​ລົງໂທດ​ຍ້ອນ​ເລືອດ​ຂອງ​ບັນດາ​ຜູ້ທຳນວາຍ​ທຸກຄົນ​ທີ່​ໄຫລ​ອອກ ຕັ້ງແຕ່​ຄາວ​ວາງ​ຮາກ​ສ້າງ​ໂລກ,


ຄື​ຕັ້ງແຕ່​ເລືອດ​ຂອງ​ອາເບັນ ຈົນເຖິງ​ເລືອດ​ຂອງ​ເຊກາຣີຢາ ຜູ້​ທີ່​ຖືກ​ຂ້າ​ລະຫວ່າງ​ແທ່ນບູຊາ​ກັບ​ພຣະວິຫານ​ນັ້ນ ແມ່ນ​ແລ້ວ​ເຮົາ​ບອກ​ພວກເຈົ້າ​ວ່າ ຄົນ​ໃນ​ຍຸກ​ນີ້​ຈະ​ຖືກ​ລົງໂທດ​ຍ້ອນ​ເລືອດ​ພວກ​ນັ້ນ​ທັງໝົດ​ທີ່​ຖືກ​ຂ້າ.”


ເຈົ້າ​ທັງຫລາຍ​ມາ​ຈາກ​ພໍ່​ຂອງ​ພວກເຈົ້າ​ຄື​ມານຮ້າຍ, ພວກເຈົ້າ​ຢາກ​ປະຕິບັດ​ຕາມ​ຄວາມ​ປາຖະໜາ​ຂອງ​ພໍ່​ເຈົ້າ ຄື​ຕັ້ງແຕ່​ຕົ້ນເດີມ​ມາ​ມັນ​ເປັນ​ຜູ້ຂ້າຄົນ ແລະ​ບໍ່ເຄີຍ​ຢູ່​ຝ່າຍ​ຄວາມຈິງ ເພາະ​ໃນ​ຕົວ​ຂອງ​ມັນ​ບໍ່ມີ​ຄວາມຈິງ ເມື່ອ​ມັນ​ເວົ້າ​ຕົວະ​ມັນ​ກໍເວົ້າ​ຕາມ​ສັນດານ​ຂອງ​ມັນ ເພາະ​ມັນ​ເປັນ​ຜູ້​ຕົວະ ແລະ​ເປັນ​ພໍ່​ຂອງ​ການ​ຕົວະ.


ດັ່ງນັ້ນ ຈຶ່ງ​ເຫັນ​ໄດ້​ວ່າ​ຜູ້ໃດ​ເປັນ​ລູກ​ຂອງ​ພຣະເຈົ້າ ແລະ​ຜູ້ໃດ​ເປັນ​ລູກ​ຂອງ​ມານຮ້າຍ ຄື​ຜູ້ໃດ​ທີ່​ບໍ່​ເຮັດ​ຕາມ​ຄວາມ​ທ່ຽງທຳ ຫລື​ບໍ່​ຮັກ​ພີ່ນ້ອງ​ຂອງຕົນ ຜູ້ນັ້ນ​ກໍ​ບໍ່ແມ່ນ​ລູກ​ຂອງ​ພຣະເຈົ້າ.


ຢ່າ​ໃຫ້​ເປັນ​ເໝືອນ​ກາອິນ ຜູ້​ມາ​ຈາກ​ມານຊົ່ວຮ້າຍ ແລະ​ໄດ້​ຂ້າ​ນ້ອງຊາຍ​ຂອງຕົນ​ເສຍ. ດ້ວຍເຫດໃດ​ລາວ​ຈຶ່ງ​ຂ້າ​ນ້ອງ ກໍ​ເພາະ​ການ​ເຮັດ​ຂອງຕົນ​ຊົ່ວ ແລະ​ການ​ເຮັດ​ຂອງ​ນ້ອງ​ນັ້ນ​ຊອບທຳ.


ທຸກຄົນ​ທີ່​ກຽດຊັງ​ພີ່ນ້ອງ​ຂອງຕົນ ກໍ​ເປັນ​ຜູ້​ຂ້າຄົນ ພວກເຈົ້າ​ຮູ້​ແລ້ວ​ວ່າ ຜູ້​ຂ້າຄົນ​ບໍ່ມີ​ຊີວິດ​ນິຣັນດອນ​ຕັ້ງ​ຢູ່​ໃນ​ເຂົາ​ເລີຍ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka