Biblia Todo Logo
Internet tuqin Biblia

- Anuncios ukanaka -




ປະຖົມມະການ 4:16 - ພຣະຄຳພີສັກສິ

16 ກາອິນ​ຈຶ່ງ​ໜີ​ໄກ​ຈາກ​ພຣະພັກ​ພຣະເຈົ້າຢາເວ ໄປ​ອາໄສ​ຢູ່​ໃນ​ດິນແດນ​ແຫ່ງ​ໜຶ່ງ​ຊື່​ວ່າ, ແດນ​ພະເນຈອນ.

Uka jalj uñjjattʼäta Copia luraña




ປະຖົມມະການ 4:16
19 Jak'a apnaqawi uñst'ayäwi  

ໃນ​ແລງ​ວັນ​ນັ້ນ ພວກເຂົາ​ໄດ້ຍິນ​ສຽງ​ຍ່າງ​ຂອງ​ພຣະເຈົ້າຢາເວ​ພຣະເຈົ້າ​ຢູ່​ໃນ​ສວນ ແລະ​ຊາຍ​ຄົນນັ້ນ​ກັບ​ເມຍ​ຂອງຕົນ​ໄດ້​ພາກັນ​ໄປ​ຫລົບລີ້​ຊ່ອນຕົວ​ໃຫ້​ພົ້ນ​ຈາກ​ພຣະເຈົ້າຢາເວ​ພຣະເຈົ້າ​ຢູ່​ໃນ​ທ່າມກາງ​ຕົ້ນໄມ້​ທັງຫລາຍ.


ພຣະອົງ​ໄລ່​ຂ້ານ້ອຍ​ໃຫ້​ໜີ​ຈາກ​ບ່ອນ​ທີ່​ທຳມາ​ຫາກິນ ແລະ​ໃຫ້​ຫ່າງໄກ​ຈາກ​ພຣະອົງ. ຂ້ານ້ອຍ​ຈະ​ເປັນ​ຄົນ​ຂາດ​ທີ່​ເພິ່ງ ແລະ​ພະເນຈອນ​ໄປ​ເທິງ​ແຜ່ນດິນ​ໂລກ ແລະ​ຜູ້ໃດ​ຜູ້ໜຶ່ງ​ທີ່​ພົບ​ຂ້ານ້ອຍ ກໍ​ຈະ​ສັງຫານ​ຂ້ານ້ອຍ​ເສຍ.”


ກາອິນ​ແລະ​ເມຍ​ຂອງ​ລາວ​ໄດ້​ລູກຊາຍ​ຜູ້ໜຶ່ງ​ຊື່​ວ່າ ເອນົກ. ແລ້ວ​ກາອິນ​ກໍ​ໄດ້​ສ້າງ​ເມືອງ​ໜຶ່ງ​ຂຶ້ນ ແລະ​ເອົາ​ຊື່​ລູກຊາຍ​ຂອງຕົນ​ເປັນ​ຊື່​ເມືອງ​ນັ້ນ.


ແຕ່​ພຣະເຈົ້າຢາເວ​ຍັງ​ເມດຕາປານີ​ພວກເຂົາ. ພຣະອົງ​ບໍ່​ຍອມ​ໃຫ້​ພວກເຂົາ​ຖືກ​ທຳລາຍ​ແຕ່​ໄດ້​ຊ່ວຍເຫລືອ​ພວກເຂົາ​ໄວ້ ເພາະ​ພຣະອົງ​ໄດ້​ເຮັດ​ພັນທະສັນຍາ​ໄວ້​ກັບ​ອັບຣາຮາມ, ອີຊາກ ແລະ​ຢາໂຄບ. ພຣະອົງ​ບໍ່ໄດ້​ລືມໄລ​ປະຊາຊົນ​ຂອງ​ພຣະອົງ​ເລີຍ.


ພຣະເຈົ້າຢາເວ​ໄດ້​ໂກດຮ້າຍ​ປະຊາຊົນ​ເຢຣູຊາເລັມ​ແລະ​ຢູດາ​ຢ່າງໜັກ; ສະນັ້ນ ພຣະອົງ​ຈຶ່ງ​ຂັບໄລ່​ພວກເຂົາ​ໃຫ້​ໜີ​ພົ້ນ​ຈາກ​ສາຍຕາ​ຂອງ​ພຣະອົງ.


ພຣະເຈົ້າຢາເວ​ກ່າວ​ແກ່​ມານຊາຕານ​ວ່າ, “ຕົກລົງ ທຸກໆ​ສິ່ງ​ທີ່​ລາວ​ມີ​ນັ້ນ ຢູ່​ໃນ​ອຳນາດ​ຂອງ​ເຈົ້າ ແຕ່​ເຈົ້າ​ບໍ່​ຕ້ອງ​ທຳຮ້າຍ​ຕົວ​ໂຢບ.” ແລ້ວ​ມານຊາຕານ​ກໍ​ຈາກ​ພຣະເຈົ້າຢາເວ​ໄປ.


ແລ້ວ​ມານຊາຕານ​ກໍ​ໜີ​ອອກ​ຈາກ​ການ​ຊ້ອງໜ້າ​ພຣະເຈົ້າຢາເວ​ໄປ ແລະ​ເຮັດ​ໃຫ້​ຮ່າງກາຍ​ຂອງ​ໂຢບ​ເປັນ​ບາດແຜ​ເຕັມຕົວ.


ພວກເຂົາ​ຈະ​ບໍ່​ຢູ່ລອດ ເພື່ອ​ຊົມ​ນໍ້າມັນ​ໝາກກອກ​ຫລັ່ງໄຫລ ຫລື​ນໍ້າເຜິ້ງ​ແລະ​ນໍ້ານົມ​ທີ່​ຈະ​ໄຫລ​ດັ່ງ​ສາຍນໍ້າ.


ແຕ່​ທຸກຄົນ​ທີ່​ລີ້ໄພ​ໃນ​ພຣະອົງ​ຈະ​ເບີກບານ​ໃຈ ພວກເຂົາ​ຮ້ອງເພງ​ຢ່າງ​ຊົມຊື່ນ​ຍິນດີ​ໄດ້​ຕະຫລອດ. ຂໍ​ຊົງ​ໂຜດ​ປົກປັກ​ຮັກສາ​ຜູ້​ທີ່​ຮັກ​ພຣະອົງ​ໄວ້​ແດ່ ເພາະ​ພຣະອົງ​ແທ້ໆ ພວກເຂົາ​ຈຶ່ງ​ສຸກໃຈ​ຫລາຍ.


ພຣະອົງ​ໄລ່​ພວກເຂົາ​ໜີໄປ​ດັ່ງ​ຄວັນໄຟ​ຖືກ​ລົມ​ພັດ​ພ່າຍ ເໝືອນ​ຂີ້ເຜິ້ງ​ທີ່​ເປື່ອຍ​ໃນ​ໄຟ ຄົນຊົ່ວ​ກໍ​ຕາຍ​ຢູ່​ຊ້ອງໜ້າ​ພຣະເຈົ້າ.


ເມື່ອ​ປະຊາຊົນ​ໄດ້ຍິນ​ສຽງ​ຟ້າຮ້ອງ ແລະ​ສຽງ​ແກ​ດັງ​ກ້ອງສະໜັ່ນ ທັງ​ເຫັນ​ຟ້າ​ແມບເຫລື້ອມ ແລະ​ຄວັນໄຟ​ພຸ່ງ​ຂຶ້ນ​ທີ່​ພູເຂົາ​ນັ້ນ ພວກເຂົາ​ກໍ​ຢ້ານກົວ​ຕົວສັ່ນ​ແລະ​ຫຍັບ​ອອກ​ຫ່າງໆ.


ແນ່ນອນ​ເຮົາ​ຈະ​ຢິບ​ຜູ້​ນັ້ນ​ຂຶ້ນ ແລະ​ໂຍນ​ພວກເຂົາ​ໃຫ້​ໜີໄປ​ໄກ​ຈາກ​ເຮົາ ລວມທັງ​ພວກເຂົາ​ແລະ​ນະຄອນ​ທີ່​ເຮົາ​ໄດ້​ມອບ​ໃຫ້​ແກ່​ພວກເຂົາ ແລະ​ບັນພະບຸລຸດ​ຂອງ​ພວກເຂົາ​ດ້ວຍ.


ພຣະເຈົ້າຢາເວ​ໂກດຮ້າຍ​ຕໍ່​ຊາວ​ເຢຣູຊາເລັມ ແລະ​ຢູດາ ຈົນ​ພຣະອົງ​ໄດ້​ເນລະເທດ​ພວກເຂົາ​ໜີໄປ​ໃຫ້​ພົ້ນ​ຈາກ​ສາຍຕາ​ຂອງ​ພຣະອົງ. ເຈົ້າ​ເຊເດກີຢາ​ໄດ້​ກະບົດ​ຕໍ່​ກະສັດ​ເນບູ​ກາດເນັດຊາ​ແຫ່ງ​ບາບີໂລນ


ແຕ່​ໂຢນາ​ກັບ​ໄປ​ທາງ​ຕາກຊິດ ເພື່ອ​ຫລົບ​ໜີ​ຈາກ​ພຣະເຈົ້າຢາເວ. ເພິ່ນ​ໄດ້​ໄປ​ທີ່​ເມືອງ​ຢົບປາ ທີ່​ນັ້ນ​ເພິ່ນ​ໄດ້​ພົບ​ເຮືອ​ລຳ​ໜຶ່ງ ກຳລັງ​ຈະ​ໄປ​ຕາກຊິດ. ເພິ່ນ​ຈຶ່ງ​ຈ່າຍ​ຄ່າ​ໂດຍສານ ແລະ​ລົງ​ເຮືອ​ກັບ​ພວກ​ລູກເຮືອ, ແລ້ວ​ກໍ​ອອກ​ເດີນທາງ​ໄປ​ສູ່​ຕາກຊິດ ເພື່ອ​ຫລົບ​ໜີ​ຈາກ​ພຣະເຈົ້າຢາເວ.


ດ້ວຍວ່າ, ມີ​ສອງ​ຫລື​ສາມ​ຄົນ​ມາ​ຮ່ວມ​ປະຊຸມ​ກັນ​ໃນ​ນາມ​ຂອງເຮົາ​ຢູ່​ບ່ອນ​ໃດ ເຮົາ​ກໍ​ຢູ່​ທ່າມກາງ​ພວກເຂົາ​ໃນ​ບ່ອນ​ນັ້ນ​ແຫຼະ.”


ແລ້ວ​ພວກເຈົ້າ​ກໍ​ຈະ​ຕອບ​ວ່າ, ‘ພວກ​ຂ້ານ້ອຍ​ເຄີຍ​ກິນ​ແລະ​ດື່ມ​ກັບ​ພຣະອົງ ພຣະອົງ​ເຄີຍ​ສັ່ງສອນ​ໃນ​ບ້ານ​ເມືອງ​ຂອງ​ພວກ​ຂ້ານ້ອຍ.’


ພຣະອົງ​ໄດ້​ສະຖິດ​ຢູ່​ໃນ​ໂລກ, ຊຶ່ງ​ພຣະເຈົ້າ​ໄດ້​ສ້າງ​ຂຶ້ນ​ໂດຍ​ທາງ​ພຣະອົງ ແຕ່​ໂລກ​ບໍ່ໄດ້​ຮູ້ຈັກ​ພຣະອົງ.


ພຣະເຈົ້າ​ໄດ້​ຊົງ​ສ້າງ​ທຸກສິ່ງ​ຂຶ້ນ​ໂດຍ​ທາງ​ພຣະທຳ ໃນ​ບັນດາ​ສິ່ງ​ທີ່​ເປັນ​ມາ​ນັ້ນ ບໍ່ມີ​ສິ່ງ​ໜຶ່ງ​ສິ່ງໃດ​ທີ່​ເປັນ​ມາ​ໂດຍ​ນອກຈາກ​ພຣະທຳ.


ຄົນ​ທັງໝົດ​ເຫຼົ່ານັ້ນ ຕ່າງ​ກໍ​ເວົ້າ​ເຖິງ​ພວກເຈົ້າ​ວ່າ ພວກເຈົ້າ​ໄດ້​ຕ້ອນຮັບ​ພວກເຮົາ​ຢ່າງ​ໃດ ເມື່ອ​ພວກເຮົາ​ມາ​ຢ້ຽມຢາມ​ພວກເຈົ້າ ແລະ​ພວກເຂົາ​ເວົ້າ​ວ່າ, ພວກເຈົ້າ​ໄດ້​ຫັນ​ໜີ​ຈາກ​ຮູບເຄົາຣົບ​ມາ​ຫາ​ພຣະເຈົ້າ​ຢ່າງ​ໃດ ເພື່ອ​ບົວລະບັດ​ຮັບໃຊ້​ພຣະເຈົ້າ​ອົງ​ທ່ຽງແທ້​ແລະ​ຊົງ​ຊີວິດ​ຢູ່,


Jiwasaru arktasipxañani:

Anuncios ukanaka


Anuncios ukanaka