13 ກາອິນຈຶ່ງທູນຂໍຕໍ່ພຣະເຈົ້າຢາເວວ່າ, “ໂທດນີ້ໜັກເກີນກວ່າທີ່ຂ້ານ້ອຍຈະຮັບໄດ້.
ຖ້າເຈົ້າເຮັດໄຮ່ໄຖນາ ທີ່ດິນກໍຈະບໍ່ເກີດຜົນຫຍັງ; ເຈົ້າຈະບໍ່ມີທີ່ຢູ່ ແລະຈະພະເນຈອນໄປເທິງແຜ່ນດິນໂລກ.”
ພຣະອົງໄລ່ຂ້ານ້ອຍໃຫ້ໜີຈາກບ່ອນທີ່ທຳມາຫາກິນ ແລະໃຫ້ຫ່າງໄກຈາກພຣະອົງ. ຂ້ານ້ອຍຈະເປັນຄົນຂາດທີ່ເພິ່ງ ແລະພະເນຈອນໄປເທິງແຜ່ນດິນໂລກ ແລະຜູ້ໃດຜູ້ໜຶ່ງທີ່ພົບຂ້ານ້ອຍ ກໍຈະສັງຫານຂ້ານ້ອຍເສຍ.”
ພວກເຂົາບໍ່ມີຫວັງປົບລອດໄປຈາກຄວາມມືດຕຶບ ເພາະໃນທີ່ໜຶ່ງທີ່ໃດມີດາບຄອຍສັງຫານພວກເຂົາຢູ່
ເຈົ້າຕ້ອງໄດ້ຮັບຜົນກຳຂອງຄວາມຕໍ່າຊ້າຂອງເຈົ້າ ຄືສິ່ງອັນໜ້າກຽດຊັງທີ່ເຈົ້າໄດ້ເຮັດ. ພຣະເຈົ້າຢາເວກ່າວດັ່ງນີ້ແຫຼະ.
ແລະພວກເຂົາໄດ້ສາບແຊ່ງພຣະເຈົ້າແຫ່ງສະຫວັນ ຍ້ອນຄວາມເຈັບປວດແລະຕຸ່ມຝີ ທີ່ເກີດຕາມຕົນຕົວຂອງພວກເຂົານັ້ນ ແຕ່ພວກເຂົາບໍ່ໄດ້ກັບໃຈຈາກການກະທຳຂອງຕົນ.
ມີໝາກເຫັບໃຫຍ່ ໜັກກ້ອນລະຫ້າສິບກິໂລກຼາມ ຕົກຈາກທ້ອງຟ້າຖືກຄົນທັງປວງ, ພວກເຂົາໄດ້ປ້ອຍດ່າພຣະເຈົ້າ ຍ້ອນໄພພິບັດທີ່ເກີດຈາກໝາກເຫັບນັ້ນ. ດ້ວຍວ່າ ເປັນໄພພິບັດອັນຮ້າຍແຮງເຫລືອເກີນ.
ພວກເຂົາໄດ້ຖືກເຜົາໄໝ້ດ້ວຍແສງແດດກ້າ ແລະພວກເຂົາກໍໄດ້ສາບແຊ່ງພຣະນາມຂອງພຣະເຈົ້າ ອົງທີ່ມີສິດອຳນາດເໜືອໄພພິບັດນັ້ນ ແລະພວກເຂົາບໍ່ຖິ້ມໃຈເກົ່າເອົາໃຈໃໝ່ ເພື່ອຖວາຍພຣະກຽດແກ່ພຣະອົງ.