Biblia Todo Logo
Internet tuqin Biblia

- Anuncios ukanaka -




ປະຖົມມະການ 4:12 - ພຣະຄຳພີສັກສິ

12 ຖ້າ​ເຈົ້າ​ເຮັດ​ໄຮ່​ໄຖ​ນາ ທີ່ດິນ​ກໍ​ຈະ​ບໍ່​ເກີດຜົນ​ຫຍັງ; ເຈົ້າ​ຈະ​ບໍ່ມີ​ທີ່​ຢູ່ ແລະ​ຈະ​ພະເນຈອນ​ໄປ​ເທິງ​ແຜ່ນດິນ​ໂລກ.”

Uka jalj uñjjattʼäta Copia luraña




ປະຖົມມະການ 4:12
16 Jak'a apnaqawi uñst'ayäwi  

ກາອິນ​ຈຶ່ງ​ທູນຂໍ​ຕໍ່​ພຣະເຈົ້າຢາເວ​ວ່າ, “ໂທດ​ນີ້​ໜັກ​ເກີນກວ່າ​ທີ່​ຂ້ານ້ອຍ​ຈະ​ຮັບ​ໄດ້.


ພຣະອົງ​ໄລ່​ຂ້ານ້ອຍ​ໃຫ້​ໜີ​ຈາກ​ບ່ອນ​ທີ່​ທຳມາ​ຫາກິນ ແລະ​ໃຫ້​ຫ່າງໄກ​ຈາກ​ພຣະອົງ. ຂ້ານ້ອຍ​ຈະ​ເປັນ​ຄົນ​ຂາດ​ທີ່​ເພິ່ງ ແລະ​ພະເນຈອນ​ໄປ​ເທິງ​ແຜ່ນດິນ​ໂລກ ແລະ​ຜູ້ໃດ​ຜູ້ໜຶ່ງ​ທີ່​ພົບ​ຂ້ານ້ອຍ ກໍ​ຈະ​ສັງຫານ​ຂ້ານ້ອຍ​ເສຍ.”


ພຣະອົງ​ໄດ້​ເຮັດ​ໃຫ້​ດິນ​ດີ​ກາຍເປັນ​ດິນ​ເຄັມ​ໄປ​ໝົດ ເພາະ​ຄວາມຊົ່ວ​ຂອງ​ພວກ​ທີ່​ອາໄສ​ຢູ່​ໃນ​ທີ່ນັ້ນ.


ຂໍ​ໃຫ້​ລູກ​ຂອງ​ເຂົາ​ນັ້ນ​ຂາດ​ເຮືອນ​ຢູ່​ແລະ​ຂໍທານ​ກິນ ຂໍ​ໃຫ້​ຖືກ​ໄລ່​ໜີ ຈາກ​ບ່ອນ​ເພພັງ​ທີ່​ພວກເຂົາ​ຢູ່.


ຜູ້​ມີ​ໂທດ​ຖານ​ຂ້າ​ຄົນ ກໍ​ກຳລັງ​ແລ່ນ​ໄປ​ສູ່​ຂຸມຝັງສົບ​ຢ່າ​ພະຍາຍາມ​ຢັບຢັ້ງ​ລາວ​ໄວ້.


ພຣະເຈົ້າ​ຂອງ​ຂ້າພະເຈົ້າ​ຈະ​ປະຖິ້ມ​ປະຊາຊົນ​ຂອງ​ພຣະອົງ ເພາະ​ພວກເຂົາ​ບໍ່​ເຊື່ອຟັງ​ພຣະອົງ. ພວກເຂົາ​ຈະ​ເປັນ​ຄົນ​ພະເນຈອນ​ຢູ່​ທ່າມກາງ​ບັນດາ​ປະຊາຊາດ.


ທົ່ງໄຮ່​ທົ່ງນາ​ກໍ​ຖືກ​ທຳລາຍ​ຈົນ​ໝົດ ທີ່ດິນ​ກໍ​ຈົມ​ຢູ່​ໃນ​ຄວາມ​ງຽບເຫງົາ​ທັງສິ້ນ. ບໍ່ມີ​ຮວງເຂົ້າ​ແລະ​ບໍ່ມີ​ພົ້ວ​ໝາກອະງຸ່ນ ໝາກກອກເທດ​ກໍ​ບໍ່ມີ​ຢູ່​ຕົ້ນ ພໍ​ເຮັດ​ນໍ້າມັນ​ໄດ້.


ເຮົາ​ຈະ​ຫັນ​ມາ​ຕໍ່ສູ້​ພວກເຈົ້າ​ເພື່ອ​ວ່າ​ພວກເຈົ້າ​ຈະ​ພ່າຍແພ້ ແລະ​ຜູ້​ທີ່​ຊັງ​ພວກເຈົ້າ​ກໍ​ຈະ​ປົກຄອງ​ພວກເຈົ້າ; ພວກເຈົ້າ​ຈະ​ຕື່ນ​ຕົກໃຈ​ຢ້ານກົວ ຈົນ​ແລ່ນ​ເປີດ​ໜີໄປ​ຢ່າງ​ບໍ່​ຮູ້ສຶກ​ຕົວ​ໂດຍ​ບໍ່ມີ​ໃຜ​ໄລ່​ຕິດຕາມ.


ພວກເຈົ້າ​ເຮັດ​ວຽກ​ໜັກ ແຕ່​ມັນ​ຈະ​ບໍ່​ນຳ​ຜົນ​ດີ​ຫຍັງ​ມາ​ໃຫ້​ພວກເຈົ້າ ເພາະວ່າ​ທີ່ດິນ​ປູກຝັງ​ນັ້ນ​ຈະ​ບໍ່​ຜະລິດ​ຜົນລະປູກ​ຫຍັງ​ໃຫ້ ແລະ​ຕົ້ນໄມ້​ກໍ​ຈະ​ບໍ່​ເກີດ​ໝາກ​ອີກ​ດ້ວຍ.


ເຮົາ​ຈະ​ໃຫ້​ຫລາຍ​ຄົນ​ໃນ​ພວກເຈົ້າ ຄື​ຜູ້​ທີ່​ຢູ່​ໃນ​ຕ່າງຖິ່ນ​ອົກສັ່ນ​ຂວັນເສຍ ຈົນ​ສຽງ​ລົມ​ພັດ​ໃບ​ໄມ້​ກໍ​ເຮັດ​ໃຫ້​ພວກເຈົ້າ​ແລ່ນ​ເປີດ​ໜີໄປ. ພວກເຈົ້າ​ຈະ​ແລ່ນ​ປົບໜີ​ເໝືອນ​ດັ່ງ​ກັບ​ວ່າ ຖືກ​ສັດຕູ​ໄລ່​ຕິດຕາມ​ໃນ​ສະໜາມຮົບ ແລະ​ພວກເຈົ້າ​ຈະ​ລົ້ມ​ລົງ​ໃນ​ບ່ອນ​ທີ່​ບໍ່ມີ​ສັດຕູ​ໃດໆ​ໄລ່​ມາ​ໃກ້​ພວກເຈົ້າ.


ເພາະວ່າ​ສັບພະສິ່ງ​ເຫຼົ່ານັ້ນ ໄດ້​ຕົກ​ຢູ່​ໃຕ້​ອຳນາດ​ຂອງ​ອະນິຈັງ ບໍ່ແມ່ນ​ຕາມ​ໃຈ​ມັກ​ຂອງ​ມັນເອງ, ແຕ່​ແມ່ນ​ຕາມ​ທີ່​ພຣະເຈົ້າ​ໃຫ້​ມັນ​ຕົກ​ຢູ່​ນັ້ນ, ໂດຍ​ມີ​ຄວາມ​ຫວັງໃຈ​ວ່າ


“ແຕ່​ຖ້າ​ພວກເຈົ້າ​ບໍ່​ເຊື່ອຟັງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ແລະ​ບໍ່​ຢຶດຖື​ຢ່າງ​ຕັ້ງ​ໜ້າ​ຄຳສັ່ງ​ທຸກ​ຂໍ້​ຂອງ​ພຣະອົງ ພ້ອມ​ກັບ​ກົດບັນຍັດ​ທັງຫລາຍ​ທີ່​ຂ້າພະເຈົ້າ​ກຳລັງ​ໃຫ້​ພວກເຈົ້າ​ໃນວັນນີ້ ແລ້ວ​ຄຳສາບແຊ່ງ​ທັງໝົດ​ເຫຼົ່ານີ້​ຈະ​ເກີດຂຶ້ນ​ກັບ​ພວກເຈົ້າ​ດັ່ງນີ້:


Jiwasaru arktasipxañani:

Anuncios ukanaka


Anuncios ukanaka