11 ເຈົ້າຈະຖືກສາບແຊ່ງ ແລະຖືກຂັບໄລ່ໃຫ້ອອກຈາກທົ່ງນາແຫ່ງນີ້. ມັນຊຸ່ມໄປດ້ວຍເລືອດນ້ອງຊາຍຂອງເຈົ້າ ເໝືອນກັບວ່າພື້ນດິນນັ້ນອ້າປາກຮັບເລືອດຈາກມືຂອງເຈົ້າ ເມື່ອຂ້ານ້ອງຊາຍນັ້ນ.
ແລ້ວພຣະເຈົ້າຢາເວພຣະເຈົ້າກໍໄດ້ກ່າວແກ່ງູນັ້ນວ່າ, “ດ້ວຍວ່າ ມຶງໄດ້ເຮັດສິ່ງນີ້ ມຶງຈຶ່ງຖືກສາບແຊ່ງ, ໃນຈຳພວກສັດແຫ່ງໂລກນີ້ທັງໝົດ. ແຕ່ນີ້ຕໍ່ໄປມຶງຈະເລືອດ້ວຍທ້ອງຂອງມຶງ ແລະຈະໄດ້ກິນຂີ້ຝຸ່ນດິນເປັນອາຫານໄປເລື້ອຍໆ.
ພຣະອົງໄລ່ຂ້ານ້ອຍໃຫ້ໜີຈາກບ່ອນທີ່ທຳມາຫາກິນ ແລະໃຫ້ຫ່າງໄກຈາກພຣະອົງ. ຂ້ານ້ອຍຈະເປັນຄົນຂາດທີ່ເພິ່ງ ແລະພະເນຈອນໄປເທິງແຜ່ນດິນໂລກ ແລະຜູ້ໃດຜູ້ໜຶ່ງທີ່ພົບຂ້ານ້ອຍ ກໍຈະສັງຫານຂ້ານ້ອຍເສຍ.”
ແລະລາວເວົ້າວ່າ, “ເດັກນ້ອຍຜູ້ນີ້ຈະເລົ້າໂລມພວກເຮົາໃຫ້ຫາຍຄວາມອິດເມື່ອຍຈາກວຽກງານໜັກ ເນື່ອງຈາກພຣະເຈົ້າຢາເວໄດ້ສາບແຊ່ງດິນ.” ສະນັ້ນ ເພິ່ນຈຶ່ງໃສ່ຊື່ເດັກນ້ອຍນີ້ວ່າ ໂນອາ.
ໂອ ແຜ່ນດິນເອີຍ ຢ່າປົກປິດຄວາມຜິດທີ່ເຮັດຕໍ່ຂ້ອຍເດີ ຢ່າໃຫ້ສຽງຮ້ອງຂໍຄວາມເປັນທຳມິດຫາຍໄປຈ້ອຍ
ພຣະເຈົ້າຢາເວກຳລັງມາແຕ່ບ່ອນທີ່ພຣະອົງສະຖິດຢູ່ ເພື່ອລົງໂທດປະຊາກອນໃນໂລກນີ້ ເພາະບາບທີ່ພວກເຂົາໄດ້ເຮັດ. ຄາດຕະກອນທີ່ໄດ້ຂ້າຄົນຢ່າງລັບລີ້ຈະຖືກເປີດເຜີຍ ແລະພື້ນດິນກໍຈະບໍ່ເຊື່ອງຊ້ອນຊາກສົບຂອງຜູ້ທີ່ໄດ້ຖືກຂ້າອີກຕໍ່ໄປ.
ດ້ວຍວ່າ, ທຸກຄົນທີ່ອາໄສການປະຕິບັດຕາມກົດບັນຍັດ ກໍຢູ່ໃຕ້ຄຳສາບແຊ່ງ ຕາມທີ່ມີຄຳຂຽນໄວ້ແລ້ວວ່າ, “ຜູ້ໃດກໍຕາມທີ່ບໍ່ໄດ້ປະຕິບັດຕາມທຸກຂໍ້ ທີ່ຂຽນໄວ້ໃນກົດບັນຍັດ ກໍຢູ່ໃຕ້ຄຳສາບແຊ່ງ”
ແຕ່ແຜ່ນດິນໂລກໄດ້ຊ່ວຍນາງໄວ້ ດ້ວຍການຍະອອກກືນກິນນໍ້າ ທີ່ພະຍານາກໄດ້ໃຊ້ປາກພົ່ນອອກມານັ້ນ.