Biblia Todo Logo
Internet tuqin Biblia

- Anuncios ukanaka -




ປະຖົມມະການ 4:10 - ພຣະຄຳພີສັກສິ

10 ແລ້ວ​ພຣະເຈົ້າຢາເວ​ກໍ​ຖາມ​ວ່າ, “ເປັນຫຍັງ​ເຈົ້າ​ຈຶ່ງ​ເຮັດ​ເລື່ອງ​ອັນ​ໂຫດຮ້າຍ​ເຊັ່ນນີ້? ເລືອດ​ນ້ອງຊາຍ​ຂອງ​ເຈົ້າ​ຟ້ອງຮ້ອງ​ຂຶ້ນ​ມາ​ຫາ​ເຮົາ ດັ່ງ​ສຽງ​ຂໍຮ້ອງ​ແກ້ແຄ້ນ.

Uka jalj uñjjattʼäta Copia luraña




ປະຖົມມະການ 4:10
24 Jak'a apnaqawi uñst'ayäwi  

ແລ້ວ​ພຣະເຈົ້າຢາເວ​ກໍ​ບອກ​ອັບຣາຮາມ​ວ່າ, “ມີ​ສຽງ​ກ່າວ​ຟ້ອງ​ຕໍ່ສູ້​ເມືອງ​ໂຊໂດມ ແລະ​ເມືອງ​ໂກໂມຣາ​ຢ່າງ​ໜັກໜ່ວງ ແລະ​ການບາບ​ຂອງ​ຊາວ​ເມືອງ​ກໍ​ໜັກໜາ​ຫລາຍ.


ພຣະເຈົ້າຢາເວ​ພຣະເຈົ້າ​ຖາມ​ຍິງ​ນັ້ນ​ວ່າ, “ເປັນຫຍັງ​ເຈົ້າ​ຈຶ່ງ​ເຮັດ​ແນວ​ນັ້ນ?” ນາງ​ຕອບ​ວ່າ, “ງູ​ໄດ້​ລໍ້ລວງ​ຂ້ານ້ອຍ​ໃຫ້​ກິນ.”


ຖ້າ​ຜູ້ໃດ​ທຳລາຍ​ຊີວິດ​ມະນຸດ ຜູ້ນັ້ນ​ຈະ​ຖືກ​ລົງໂທດ. ສັດ​ທຸກ​ໂຕ​ທີ່​ທຳລາຍ​ຊີວິດ​ມະນຸດ ຈະ​ຖືກ​ລົງໂທດ​ເຖິງ​ແກ່​ຄວາມ​ຕາຍ.


‘ເຮົາ​ໄດ້​ເຫັນ​ເຈົ້າ​ຂ້າ​ນາໂບດ​ກັບ​ພວກ​ລູກຊາຍ​ຂອງ​ລາວ​ມື້​ວານ​ນີ້. ເຮົາ​ຈຶ່ງ​ສາບານ​ວ່າ​ຈະ​ລົງໂທດ​ເຈົ້າ​ໃນ​ທົ່ງນາ​ບ່ອນ​ດຽວກັນ​ນີ້.’ ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ດັ່ງນີ້ ແລະ​ບັດນີ້ ຈົ່ງ​ເອົາ​ຊາກສົບ​ຂອງ​ໂຢຣາມ​ໂຍນ​ໃສ່​ໃນ​ທົ່ງນາ​ຂອງ​ນາໂບດ ເພື່ອ​ໃຫ້​ເປັນ​ໄປ​ຕາມ​ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ.”


ມີ​ຊາຍ​ຜູ້ໜຶ່ງ​ຊື່​ວ່າ ໂອເດັດ. ລາວ​ເປັນ​ຜູ້ທຳນວາຍ​ຂອງ​ພຣະເຈົ້າຢາເວ​ທີ່​ນະຄອນ​ຊາມາເຣຍ. ລາວ​ມາ​ພົບ​ກອງທັບ​ອິດສະຣາເອນ ທີ່​ກຳລັງ​ກັບ​ເຂົ້າ​ມາ​ໃນ​ເມືອງ ພ້ອມ​ທັງ​ຊະເລີຍເສິກ​ຊາວ​ຢູດາ. ເພິ່ນ​ກ່າວ​ວ່າ, “ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ບັນພະບຸລຸດ​ຂອງ​ພວກທ່ານ​ໄດ້​ໂກດຮ້າຍ​ຊາວ​ຢູດາ ແລະ​ໃຫ້​ພວກທ່ານ​ເອົາ​ຊະນະ​ພວກເຂົາ. ແຕ່​ບັດນີ້ ພຣະອົງ​ໄດ້ຍິນ​ວ່າ ພວກທ່ານ​ໄດ້​ສັງຫານ​ພວກເຂົາ​ຢ່າງ​ໂຫດຮ້າຍ.


ໂອ ແຜ່ນດິນ​ເອີຍ ຢ່າ​ປົກປິດ​ຄວາມຜິດ​ທີ່​ເຮັດ​ຕໍ່​ຂ້ອຍ​ເດີ ຢ່າ​ໃຫ້​ສຽງ​ຮ້ອງຂໍ​ຄວາມ​ເປັນທຳ​ມິດຫາຍ​ໄປຈ້ອຍ


ຄົນ​ບາດເຈັບ​ກຳລັງ​ຈະ​ຕາຍ​ຮ້ອງໄຫ້​ໃນ​ເມືອງ ແຕ່​ພຣະເຈົ້າ​ບໍ່​ຕອບ​ຄຳພາວັນນາ​ອະທິຖານ​ຂອງ​ພວກ​ເຂົາເຈົ້າ.


ເຈົ້າ​ໄດ້​ເຮັດ​ທຸກສິ່ງ​ນີ້ ແຕ່​ເຮົາ​ບໍ່ໄດ້​ເວົ້າຫຍັງ ສະນັ້ນ ເຈົ້າ​ຈຶ່ງ​ຄິດ​ວ່າ​ເຮົາ​ກໍ​ຄືກັນ​ກັບ​ເຈົ້າ ແຕ່​ບັດນີ້​ເຮົາ​ຂໍ​ກ່າວ​ຕຳໜິ​ຕິຕຽນ ແລະ​ເຮັດ​ໃຫ້​ເລື່ອງ​ຈະແຈ້ງ​ຕໍ່ໜ້າ​ເຈົ້າ.


ເພິ່ນ​ຊ່ວຍກູ້​ເອົາ​ພວກເຂົາ​ຈາກ​ການ​ກົດຂີ່​ແລະ​ການ​ທຳລາຍ ຊີວິດ​ພວກເຂົາ​ມີຄ່າ​ແພງ​ປະເສີດ​ຫລາຍ​ສຳລັບ​ເພິ່ນ.


ພຣະເຈົ້າ​ຊົງ​ແກ້ແຄ້ນ​ແທນ​ເລືອດ​ທີ່​ຕົກ ພຣະອົງ​ບໍ່​ລືມໄລ ແຕ່​ຕອບ​ຄຳ​ຮ້ອງໄຫ້​ຂອງ​ຜູ້​ທີ່​ຖືກ​ກົດຂີ່.


ຂ້າແດ່​ພຣະເຈົ້າຢາເວ ຂໍ​ຊົງ​ໂຜດ​ເມດຕາ​ແດ່ທ້ອນ ໂຜດ​ເບິ່ງ​ຄວາມ​ທົນທຸກ​ທີ່​ສັດຕູ​ກໍ່​ຂຶ້ນ​ນັ້ນ ຂໍ​ຊົງ​ໂຜດ​ຊ່ວຍກູ້​ເອົາ ຂ້ານ້ອຍ​ໃຫ້​ພົ້ນ​ຈາກ​ຕາຍ​ແດ່ທ້ອນ


ແລ້ວ​ພຣະເຈົ້າຢາເວ​ກໍ​ກ່າວ​ຕໍ່ໄປ​ອີກ​ວ່າ, “ເຮົາ​ໄດ້​ເຫັນ​ປະຊາຊົນ​ຂອງເຮົາ ຖືກ​ກົດຂີ່​ຢ່າງ​ໃດ​ແລ້ວ​ຢູ່​ໃນ​ປະເທດ​ເອຢິບ. ເຮົາ​ໄດ້ຍິນ​ພວກເຂົາ​ຮ້ອງ​ຫາ​ເຮົາ ໃຫ້​ຊ່ວຍກູ້​ພວກເຂົາ​ຈາກ​ບັນດາ​ນາຍຄຸມ​ຂອງ​ພວກເຂົາ. ເຮົາ​ຮູ້​ເຫັນ​ຄວາມ​ທົນທຸກ​ຂອງ​ພວກເຂົາ​ທຸກຢ່າງ.


ສວນອະງຸ່ນ​ຂອງ​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ແມ່ນ​ຊາດ​ອິດສະຣາເອນ ແລະ​ປະຊາຊົນ​ຊາວ​ຢູດາ​ແມ່ນ​ເບ້ຍ​ອະງຸ່ນ ຊຶ່ງ​ພຣະອົງ​ໄດ້​ປູກ​ໄວ້. ພຣະອົງ​ຄາດຫວັງ​ໃຫ້​ພວກເຂົາ​ເຮັດ​ໃນ​ສິ່ງ​ທີ່ດີ, ແຕ່​ພວກເຂົາ​ມີ​ແຕ່​ປະພຶດ​ຕົນ​ເປັນ​ຜູ້ຂ້າຄົນ. ພຣະອົງ​ຄາດຫວັງ​ໃຫ້​ພວກເຂົາ​ເຮັດ​ໃນ​ສິ່ງ​ທີ່​ຊອບທຳ, ແຕ່​ຄົນ​ຮັບ​ເຄາະກຳ​ຮ້ອງຂໍ​ຄວາມ​ຍຸດຕິທຳ.


ຖ້າ​ພວກເຈົ້າ​ຫາກ​ເຮັດ​ເຊັ່ນນັ້ນ ກໍ​ເທົ່າ​ກັບ​ເຮັດ​ໃຫ້​ດິນແດນ​ທີ່​ພວກເຈົ້າ​ພວມ​ອາໄສ​ຢູ່​ນັ້ນ​ເປັນ​ມົນທິນ. ເມື່ອ​ຜູ້ຂ້າຄົນ​ເຮັດ​ໃຫ້​ດິນແດນ​ເປັນ​ມົນທິນ ກໍ​ບໍ່ມີ​ພິທີ​ໃດ​ຈະ​ຊຳລະ​ມົນທີນ​ໃຫ້​ໝົດ​ໄປ​ຈາກ​ດິນແດນ​ໄດ້ ນອກຈາກ​ການ​ປະຫານ​ຊີວິດ​ຂອງ​ຜູ້ຂ້າຄົນ​ນັ້ນ.


ດັ່ງນັ້ນ ເປໂຕ​ຈຶ່ງ​ຖາມ​ລາວ​ວ່າ, “ອານາເນຍ​ເອີຍ ດ້ວຍເຫດໃດ​ໃຈ​ຂອງ​ເຈົ້າ​ຈຶ່ງ​ເຕັມ​ໄປ​ດ້ວຍ​ມານຊາຕານ, ເຈົ້າ​ຈຶ່ງ​ຕົວະ​ຕໍ່​ພຣະວິນຍານ​ບໍຣິສຸດເຈົ້າ ໂດຍ​ເອົາ​ເງິນ​ສ່ວນ​ໜຶ່ງ ຊຶ່ງ​ເປັນ​ຄ່າ​ຂາຍ​ທີ່ດິນ​ນັ້ນ​ມ້ຽນ​ໄວ້?


ດັ່ງນັ້ນ ເປໂຕ​ຈຶ່ງ​ກ່າວ​ຕໍ່​ນາງ​ວ່າ, “ເປັນຫຍັງ​ເຈົ້າ​ກັບ​ຜົວ​ຂອງ​ເຈົ້າ ຈຶ່ງ​ພ້ອມໃຈ​ກັນ​ທົດລອງ​ພຣະວິນຍານ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ? ບັດນີ້ ພວກ​ຜູ້ຊາຍ​ທີ່​ໄດ້​ໄປ​ຝັງສົບ​ຜົວ​ຂອງ​ເຈົ້າ ກໍ​ມາ​ເຖິງ​ປະຕູ​ແລ້ວ ແລະ​ພວກເຂົາ​ກໍ​ຈະ​ຫາມ​ຊາກສົບ​ຂອງ​ເຈົ້າ​ອອກ​ໄປ​ເໝືອນກັນ.”


“ຖ້າ​ວ່າ​ຄົນ​ໄດ້​ພົບ​ຜູ້ໜຶ່ງ​ທີ່​ຖືກ​ຂ້າ​ຢູ່​ໃນ​ທົ່ງນາ ໃນ​ດິນແດນ​ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ກຳລັງ​ຈະ​ມອບ​ໃຫ້ ແລະ​ພວກເຈົ້າ​ບໍ່​ຮູ້​ວ່າ​ແມ່ນ​ໃຜ​ເປັນ​ຜູ້​ຂ້າ


ເພາະ​ອາເບັນ​ມີ​ຄວາມເຊື່ອ​ແບບ​ນີ້ ຈຶ່ງ​ໄດ້​ນຳ​ເອົາ​ເຄື່ອງ​ບູຊາ​ອັນ​ຖືກຕ້ອງ​ກວ່າ​ເຄື່ອງ​ບູຊາ​ຂອງ​ກາອິນ ມາ​ຖວາຍ​ແດ່​ພຣະເຈົ້າ ຊຶ່ງ​ເຮັດ​ໃຫ້​ເພິ່ນ​ໄດ້​ຮັບ​ຄຳ​ເຫັນຊອບ​ຈາກ​ພຣະເຈົ້າ​ວ່າ ເປັນ​ຄົນ​ຊອບທຳ ພຣະເຈົ້າ​ກໍໄດ້​ຊົງ​ເປັນ​ພະຍານ​ແກ່​ເຄື່ອງຖວາຍ​ຂອງ​ເພິ່ນ. ເຖິງ​ແມ່ນ​ວ່າ​ອາເບັນ​ຕາຍ​ແລ້ວ​ກໍ​ຈິງ ແຕ່​ເພາະ​ມີ​ຄວາມເຊື່ອ​ເພິ່ນ​ຈຶ່ງ​ຍັງ​ເວົ້າ​ຢູ່.


ມາ​ເຖິງ​ພຣະເຢຊູເຈົ້າ ຜູ້​ຊົງ​ເປັນ​ຜູ້​ກາງ​ຝ່າຍ​ພັນທະສັນຍາ​ໃໝ່ ແລະ​ມາ​ເຖິງ​ພຣະ​ໂລຫິດ​ຊຶ່ງ​ຊິດ​ໃສ່​ແລ້ວ ທີ່​ມີ​ສຽງ​ຮ້ອງ​ອັນ​ດີກວ່າ​ເລືອດ​ຂອງ​ອາເບັນ​ອີກ.


ເບິ່ງແມ! ຄ່າຈ້າງ​ຂອງ​ຄົນ​ທີ່​ໄດ້​ກ່ຽວເຂົ້າ​ໃນ​ນາ​ຂອງ​ພວກເຈົ້າ ຊຶ່ງ​ພວກເຈົ້າ​ໄດ້​ສໍ້ໂກງ​ໄວ້​ນັ້ນ​ກໍ​ຮ້ອງຟ້ອງ​ຂຶ້ນ ແລະ​ສຽງ​ຮ້ອງທຸກ​ຂອງ​ຄົນ​ທີ່​ກ່ຽວເຂົ້າ​ນັ້ນ ກໍໄດ້​ຊົງ​ຊາບ​ແລ້ວ ເຖິງ​ຫູ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ ອົງ​ຊົງ​ເປັນ​ຈອມພົນ.


ສະນັ້ນ ໂຢຊວຍ​ຈຶ່ງ​ໄດ້​ກ່າວ​ແກ່​ອາການ​ວ່າ, “ລູກ​ເອີຍ ຂໍ​ໃຫ້​ເຈົ້າ​ຈົ່ງ​ຖວາຍ​ສະຫງ່າຣາສີ​ຕໍ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ ແລະ​ສາລະພາບ​ຜິດບາບ​ຕໍ່​ພຣະອົງ​ສາ. ຈົ່ງ​ບອກ​ເຮົາ​ມາ​ດຽວ​ນີ້​ວ່າ​ເຈົ້າ​ໄດ້​ເຮັດ​ຫຍັງ​ແດ່? ຢ່າ​ພະຍາຍາມ​ປິດບັງ​ເຮົາ​ເລີຍ.”


ແຕ່​ຊາມູເອນ​ຖາມ​ວ່າ, “ເຈົ້າ​ໄດ້​ເຮັດ​ຫຍັງ​ລົງ​ໄປ​ນັ້ນ?” ກະສັດ​ໂຊນ​ຈຶ່ງ​ຕອບ​ວ່າ, “ປະຊາຊົນ​ກຳລັງ​ໜີໄປ​ຈາກ​ຂ້າພະເຈົ້າ ແລະ​ທ່ານ​ເອງ​ກໍ​ບໍ່​ທັນ​ມາ​ຕາມ​ທີ່​ໄດ້​ກ່າວ​ໄວ້; ນອກຈາກນີ້​ອີກ ພວກ​ຟີລິດສະຕິນ​ກຳລັງ​ທ້ອນໂຮມກັນ​ຢູ່​ທີ່​ມິກມາດ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka