4 ໂປຕີຟາພໍໃຈກັບວຽກງານທີ່ໂຢເຊັບໄດ້ເຮັດ ແລະແຕ່ງຕັ້ງລາວໃຫ້ເປັນຄົນຮັບໃຊ້ປະຈຳຕົນ; ສະນັ້ນ ເພິ່ນຈຶ່ງມອບທຸກໆສິ່ງທີ່ເພິ່ນມີ ໃຫ້ໂຢເຊັບເປັນຜູ້ເບິ່ງແຍງແລະຮັບຜິດຊອບແທນຕົນ.
ແຕ່ອັບຣາມໄດ້ຕອບວ່າ, “ຂ້າແດ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າເອີຍ ພຣະອົງຢາກໃຫ້ບຳເໜັດແກ່ຂ້ານ້ອຍເຮັດຫຍັງໃນເມື່ອຂ້ານ້ອຍບໍ່ມີລູກ? ຜູ້ທີ່ຈະສືບມໍຣະດົກແທນຂ້ານ້ອຍກໍແມ່ນເອລີເອເຊ ຊາວດາມັສກັດ.
ເພິ່ນກົ້ມຂາບລົງແລະກ່າວວ່າ, “ທ່ານເອີຍ ກ່ອນຈະໄປທີ່ອື່ນ ເຊີນແວ່ບ້ານຂອງຂ້ານ້ອຍເທາະ ຂ້ານ້ອຍຍິນດີຈະຮັບໃຊ້ພວກທ່ານ.
ການທີ່ທ່ານຊ່ວຍຊີວິດພວກຂ້ານ້ອຍໄວ້ ກໍເປັນຄວາມເມດຕາອັນໃຫຍ່ຫລວງຢູ່ແລ້ວ. ແຕ່ເນີນພູນັ້ນຢູ່ໄກຫລາຍ. ໄພພິບັດອາດຕາມມາທັນຂ້ານ້ອຍກໍໄດ້ ແລະຂ້ານ້ອຍຈະຕາຍກ່ອນຈະໄປເຖິງທີ່ນັ້ນ.
ເພິ່ນເວົ້າກັບຄົນຮັບໃຊ້ຜູ້ອາວຸໂສ ທີ່ຮັບຜິດຊອບຊັບສົມບັດທັງໝົດຂອງຕົນວ່າ, “ຈົ່ງວາງມືໃສ່ວ່າງຂາຂອງຂ້ອຍ ແລະສາບານສາ.
ຂ້ານ້ອຍມີຝູງງົວ, ຝູງລໍ, ຝູງແບ້ ແລະຝູງແກະພ້ອມທັງຄົນຮັບໃຊ້ຊາຍຍິງຢ່າງຫລວງຫລາຍ. ດັ່ງນັ້ນ ຈຶ່ງໄດ້ໃຊ້ຄົນມາຄຳນັບທ່ານ ໂດຍຫວັງວ່າທ່ານຈະໃຫ້ຄວາມເຫັນອົກເຫັນໃຈ.”
ຢາໂຄບເວົ້າວ່າ, “ບໍ່ແມ່ນຢ່າງນັ້ນ ຖ້າອ້າຍກະລຸນານ້ອງແລ້ວ ຈົ່ງຮັບເອົາຂອງຕ້ອນນີ້ເຖີດ. ເຫັນໜ້າອ້າຍກໍເທົ່າກັບໄດ້ເຫັນໜ້າພຣະເຈົ້າ ດຽວນີ້ອ້າຍດີຕໍ່ນ້ອງແທ້ໆ.
ເອຊາວຈຶ່ງຖາມວ່າ, “ຖ້າດັ່ງນັ້ນ ໝວດທີ່ອ້າຍພົບມາກ່ອນຫັ້ນເດ ແມ່ນພວກໃດ?” ຢາໂຄບຕອບວ່າ, “ພວກນັ້ນແມ່ນນ້ອງໄດ້ສົ່ງໄປຂໍຄວາມກະລຸນາຈາກອ້າຍ.”
ໂຢເຊັບປະຕິເສດ ແລະຕອບນາງວ່າ, “ເບິ່ງດູ ນາຍຂອງຂ້ອຍບໍ່ກັງວົນສົນໃຈນຳສິ່ງໃດເລີຍຢູ່ໃນເຮືອນນີ້ ຍ້ອນເພິ່ນໄວ້ເນື້ອເຊື່ອໃຈຂ້ອຍ. ເພິ່ນໃຫ້ຂ້ອຍຮັບຜິດຊອບທຸກໆສິ່ງທີ່ເພິ່ນມີ.
ແຕ່ວ່າຊິມຣີ ນາຍທະຫານຄົນໜຶ່ງທີ່ເປັນຜູ້ຄວບຄຸມລົດຮົບໄດ້ວາງອຸບາຍຕໍ່ສູ້ເພິ່ນ. ໃນມື້ໜຶ່ງທີ່ນະຄອນຕີຣະຊາ ກະສັດເອລາພວມນັ່ງດື່ມເຫຼົ້າຈົນເມົາຢູ່ໃນເຮືອນຂອງອາຣະຊາ ຜູ້ເບິ່ງແຍງຮັກສາວັງ.
ເຮໄກພໍໃຈໃນຕົວນາງເອສະເທີ ແລະໃຫ້ຄວາມກະລຸນາແກ່ນາງ. ເຮໄກຈຶ່ງເລີ່ມຕົບແຕ່ງຄວາມງາມຂອງນາງໂດຍການນວດຮ່າງກາຍ ແລະໃຫ້ນາງກິນອາຫານພິເສດ. ລາວໃຫ້ນາງຢູ່ໃນບ່ອນດີທີ່ສຸດໃນໂຮງຂອງພວກນາງສະໜົມ ແລະແຕ່ງຕັ້ງຜູ້ຍິງເຈັດຄົນເປັນພິເສດຈາກວັງໃຫ້ເປັນຜູ້ຮັບໃຊ້ນາງ.
ກະສັດພໍໃຈນຳຂ້າຣາຊການທີ່ມີຄວາມສາມາດ, ແຕ່ຜູ້ທີ່ຫລົ້ມເຫລວຈະຖືກລົງໂທດ.
ເມື່ອເຈົ້າເຮັດໃຫ້ພຣະເຈົ້າຢາເວພໍໃຈເຈົ້າກໍເຮັດໃຫ້ ສັດຕູກາຍເປັນມິດ.
ຄົນຮັບໃຊ້ຜູ້ສະຫລາດມີສິດເໜືອລູກທີ່ໄຮ້ຄ່າຂອງນາຍ ແລະທັງຮັບສ່ວນແບ່ງແຫ່ງມູນມໍຣະດົກຢູ່ໃນຄອບຄົວດ້ວຍ.
ຈົ່ງນຳເອົາຄົນທີ່ເຮັດວຽກດີມາໃຫ້ຂ້ອຍເບິ່ງ ແລະຂ້ອຍຈະໃຫ້ເຈົ້າເຫັນຜູ້ທີ່ເຮັດວຽກດີຍອດຢ້ຽມ ແລະສົມທີ່ຈະເປັນເພື່ອນຂອງບັນດາກະສັດ.
ຜູ້ທີ່ບົວລະບັດຕົ້ນໝາກເດື່ອເທດ ກໍຈະໄດ້ກິນໝາກຂອງມັນ. ຄົນຮັບໃຊ້ທີ່ບົວລະບັດນາຍຂອງຕົນກໍຈະໄດ້ຮັບກຽດ.
ຖ້າເຈົ້າເຮັດເຊັ່ນນີ້ ທັງພຣະເຈົ້າແລະມະນຸດກໍຈະພໍໃຈນຳ.
ທ່ານທັງຫລາຍ ຈົ່ງລະວັງຕົວເອງໃຫ້ດີ ແລະເຝົ້າຮັກສາຝູງແກະ ທີ່ພຣະວິນຍານບໍຣິສຸດເຈົ້າໄດ້ມອບໄວ້ໃຫ້ພວກທ່ານເປັນຜູ້ດູແລ, ຈົ່ງບຳລຸງລ້ຽງຄຣິສຕະຈັກຂອງພຣະເຈົ້າ ທີ່ພຣະອົງເປັນເຈົ້າຂອງ ໂດຍພຣະບຸດໄດ້ຊົງໄຖ່ມາດ້ວຍພຣະໂລຫິດຂອງພຣະອົງເອງ.
ຫົວໜ້າຄົນງານຕອບວ່າ, “ເປັນຍິງສາວຈາກໂມອາບທີ່ໄດ້ຄືນມາກັບນາງນາໂອມີ.
ແລ້ວກະສັດໂຊນກໍສັ່ງຄວາມໄປບອກເຢຊີວ່າ, “ເຮົາພໍໃຈນຳດາວິດຫລາຍ ຂໍໃຫ້ລາວຢູ່ຮັບໃຊ້ເຮົາໃນທີ່ນີ້ສາ.”
ເດັກຊາຍຊາມູເອນສືບຕໍ່ເຕີບໃຫຍ່ຂຶ້ນ ທັງໄດ້ຮັບຄວາມພໍໃຈຈາກພຣະເຈົ້າຢາເວແລະມະນຸດ.