Biblia Todo Logo
Internet tuqin Biblia

- Anuncios ukanaka -




ປະຖົມມະການ 39:2 - ພຣະຄຳພີສັກສິ

2 ພຣະເຈົ້າຢາເວ​ສະຖິດ​ຢູ່​ກັບ​ໂຢເຊັບ ແລະ​ບັນດານ​ໃຫ້​ທຸກສິ່ງ​ທີ່​ລາວ​ເຮັດ​ເກີດຜົນ​ດີ. ລາວ​ໄດ້​ອາໄສ​ຢູ່​ໃນ​ເຮືອນ​ຂອງ​ຄົນ​ເອຢິບ​ນາຍ​ຂອງຕົນ

Uka jalj uñjjattʼäta Copia luraña




ປະຖົມມະການ 39:2
32 Jak'a apnaqawi uñst'ayäwi  

ພຣະເຈົ້າ​ຢູ່​ນຳ​ເດັກຊາຍ​ຜູ້​ນີ້ ຈົນ​ລາວ​ຈະເລີນ​ເຕີບໂຕ​ໃຫຍ່​ຂຶ້ນ; ລາວ​ອາໄສ​ຢູ່​ທີ່​ຖິ່ນ​ແຫ້ງແລ້ງ​ກັນດານ​ປາຣານ ແລະ​ກາຍເປັນ​ນາຍພານ​ຜູ້​ສະຫລາດ​ແລະ​ຊຳນິ​ຊຳນານ.


ໃນ​ຄາວ​ນັ້ນ ເຈົ້າ​ອາບີເມເຫຼັກ ແລະ​ຟິໂກນ​ແມ່​ທັບ​ຂອງ​ເພິ່ນ​ໄດ້​ມາ​ຫາ​ອັບຣາຮາມ ແລະ​ເວົ້າ​ວ່າ, “ພຣະເຈົ້າ​ສະຖິດ​ຢູ່​ກັບ​ເຈົ້າ ບໍ່​ວ່າ​ເຈົ້າ​ຈະ​ເຮັດ​ຫຍັງ​ກໍຕາມ.


ໃນ​ຄືນ​ນັ້ນ ພຣະເຈົ້າຢາເວ​ປາກົດ​ແກ່​ເພິ່ນ ແລະ​ກ່າວ​ວ່າ, “ເຮົາ​ເປັນ​ພຣະເຈົ້າ​ຂອງ​ອັບຣາຮາມ​ພໍ່​ຂອງ​ເຈົ້າ; ຢ່າສູ່ຢ້ານ​ເລີຍ ເພາະ​ເຮົາ​ຢູ່​ກັບ​ເຈົ້າ. ແລະ​ອວຍພອນ​ໃຫ້​ເຈົ້າ​ມີ​ເຊື້ອສາຍ​ຫລວງຫລາຍ; ເຮົາ​ໄດ້​ສັນຍາ​ໄວ້​ກັບ​ອັບຣາຮາມ​ຜູ້ຮັບໃຊ້​ຂອງເຮົາ.”


ເຈົ້າ​ອາບີເມເຫຼັກ​ຕອບ​ວ່າ, “ບັດນີ້ ພວກເຮົາ​ຮູ້​ແລ້ວ​ວ່າ​ພຣະເຈົ້າຢາເວ​ສະຖິດ​ຢູ່​ກັບ​ເຈົ້າ ແລະ​ພວກເຮົາ​ຄິດ​ວ່າ​ເຈົ້າ​ແລະ​ເຮົາ​ຄວນ​ມີ​ການ​ຕົກລົງ​ກັນ​ຢ່າງ​ຈິງໃຈ.


ຈົ່ງ​ຈົດຈຳ​ຢູ່​ສະເໝີ​ວ່າ​ເຮົາ​ຈະ​ຢູ່​ນຳ​ເຈົ້າ​ແລະ​ປົກປັກ​ຮັກສາ​ເຈົ້າ ທຸກທີ່​ທຸກບ່ອນ​ທີ່​ເຈົ້າ​ໄປ ແລະ​ເຮົາ​ຈະ​ໃຫ້​ເຈົ້າ​ກັບ​ມາ​ຢູ່​ໃນ​ດິນແດນ​ນີ້. ເຮົາ​ຈະ​ບໍ່​ໜີໄປ​ຈາກ​ເຈົ້າ ຈົນກວ່າ​ເຮົາ​ຈະ​ເຮັດ​ສິ່ງ​ທີ່​ເຮົາ​ໄດ້​ສັນຍາ​ໄວ້​ກັບ​ເຈົ້າ.”


ຫົວໜ້າ​ຜູ້ຄຸມຄຸກ​ບໍ່ໄດ້​ກວດກາ​ສິ່ງ​ໃດໆ​ທີ່​ໂຢເຊັບ​ຮັບຜິດຊອບ ຍ້ອນ​ວ່າ​ພຣະເຈົ້າຢາເວ​ສະຖິດ​ຢູ່​ນຳ​ລາວ ແລະ​ພຣະເຈົ້າຢາເວ​ໄດ້​ໂຜດ​ໃຫ້​ທຸກສິ່ງ​ທີ່​ລາວ​ເຮັດ​ນັ້ນ​ຈະເລີນ.


ນາຍ​ກໍ​ເຫັນ​ວ່າ​ພຣະເຈົ້າຢາເວ​ໄດ້​ຢູ່​ກັບ​ໂຢເຊັບ ແລະ​ພຣະເຈົ້າຢາເວ​ໄດ້​ບັນດານ​ໃຫ້​ການງານ​ທຸກຢ່າງ​ທີ່​ລາວ​ກະທຳ​ຈະເລີນ​ຂຶ້ນ​ຫລາຍ​ໃນ​ມື​ຂອງ​ລາວ.


ດັ່ງນັ້ນ ພຣະເຈົ້າຢາເວ​ຈຶ່ງ​ສະຖິດ​ຢູ່​ກັບ​ເພິ່ນ ແລະ​ທຸກສິ່ງ​ທີ່​ເພິ່ນ​ເຮັດ​ກໍ​ສຳເລັດຜົນ. ເພິ່ນ​ໄດ້​ກະບົດ​ຕໍ່​ກະສັດ​ແຫ່ງ​ອັດຊີເຣຍ ແລະ​ບໍ່ຍອມ​ຢູ່​ໃຕ້​ອຳນາດ​ຂອງ​ເພິ່ນ​ອີກ​ຕໍ່ໄປ.


ຟີເນຮາ ລູກຊາຍ​ຂອງ​ເອເລອາຊາ​ໄດ້​ເຄີຍ​ປົກຄອງ​ພວກເຂົາ​ມາ​ຄັ້ງ​ໜຶ່ງ. ຂໍ​ໃຫ້​ພຣະເຈົ້າຢາເວ​ສະຖິດ​ຢູ່​ນຳ​ລາວ​ດ້ວຍ.


ໂຊໂລໂມນ​ລູກຊາຍ​ຂອງ​ກະສັດ​ດາວິດ​ໄດ້​ປົກຄອງ​ຊາດ​ອິດສະຣາເອນ​ຢ່າງ​ໝັ້ນຄົງ ແລະ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ເພິ່ນ ກໍ​ເຮັດ​ໃຫ້​ເພິ່ນ​ມີ​ອຳນາດ​ຫລາຍ​ຂຶ້ນ.


ພວກເຂົາ​ເປັນ​ດັ່ງ​ຕົ້ນໄມ້​ທີ່​ໃຫຍ່​ຢູ່​ໃກ້​ລຳນໍ້າ ຊຶ່ງ​ເກີດ​ໝາກ​ຕາມ​ລະດູການ ແລະ​ໃບ​ກໍ​ບໍ່​ຫ່ຽວແຫ້ງ​ຈັກເທື່ອ. ທຸກສິ່ງ​ທີ່​ພວກເຂົາ​ກະທຳ​ກໍ​ຈະເລີນ​ຮຸ່ງເຮືອງ​ຂື້ນ.


ພຣະເຈົ້າຢາເວ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່​ຢູ່​ກັບ​ພວກ​ຂ້ານ້ອຍ ພຣະເຈົ້າ​ຂອງ​ຢາໂຄບ​ເປັນ​ປ້ອມ​ປ້ອງກັນ​ຂອງ​ພວກ​ຂ້ານ້ອຍ.


ພຣະເຈົ້າຢາເວ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່​ຢູ່​ກັບ​ພວກ​ຂ້ານ້ອຍ ພຣະເຈົ້າ​ຂອງ​ຢາໂຄບ​ເປັນ​ປ້ອມ​ປ້ອງກັນ​ຂອງ​ພວກ​ຂ້ານ້ອຍ.


ເຮົາ​ຈະ​ຂານ​ຕອບ​ເມື່ອ​ພວກເຂົາ​ເອີ້ນ​ຫາ​ເຮົາ ເຮົາ​ຈະ​ຢູ່​ນຳ​ເມື່ອ​ພວກເຂົາ​ເດືອດຮ້ອນ. ເຮົາ​ຈະ​ຊ່ວຍກູ້​ເອົາ​ພວກເຂົາ​ໃຫ້​ພົ້ນໄພ ທັງ​ຈະ​ໃຫ້​ຍົດສັກ​ແກ່​ເຂົາເຈົ້າ​ດ້ວຍ.


ເພາະ​ເຮົາ​ຢູ່​ກັບ​ພວກເຈົ້າ ສະນັ້ນ ຢ່າ​ສູ່ຢ້ານກົວ ຢ່າ​ສູ່ຢ້ານ​ສິ່ງໃດໆ ເຮົາ​ຄື​ພຣະເຈົ້າ​ຂອງ​ພວກເຈົ້າ ເຮົາ​ຈະ​ຊ່ວຍເຫຼືອ​ໃຫ້​ພວກເຈົ້າ​ໄດ້​ເຂັ້ມແຂງ ເຮົາ​ຈະ​ປົກປັກ​ຮັກສາ​ຊ່ວຍ​ພວກເຈົ້າ​ໃຫ້​ພົ້ນ.


ເຮົາ​ຈະ​ຢູ່​ນຳ​ເມື່ອ​ຍ່າງ​ຂ້າມ​ບ່ອນ​ນໍ້າເລິກ​ໄປ ຄວາມ​ລຳບາກ​ຂອງ​ພວກເຈົ້າ​ຈະ​ບໍ່​ຖ້ວມ​ພວກເຈົ້າ. ໄຟ​ຈະ​ບໍ່​ໄໝ້​ພວກເຈົ້າ​ເມື່ອ​ຜ່ານຜ່າ​ໄຟ​ໄປ ການ​ທົດລອງ​ທີ່​ລຳບາກ​ຈະ​ທຳຮ້າຍ​ພວກເຈົ້າ​ບໍ່ໄດ້.


ເຮົາ​ຈະ​ໃຫ້​ເຈົ້າ​ເປັນ​ດັ່ງ​ກຳແພງ​ທອງສຳຣິດ ອັນ​ແຂງແກ່ນ​ສຳລັບ​ພວກເຂົາ. ພວກເຂົາ​ຈະ​ຕໍ່ສູ້​ເຈົ້າ ແຕ່​ພວກເຂົາ​ຈະ​ບໍ່​ຊະນະ​ເຈົ້າ​ໄດ້​ຈັກເທື່ອ. ເຮົາ​ຈະ​ຢູ່​ກັບ​ເຈົ້າ​ເພື່ອ​ປົກປ້ອງ​ຄຸ້ມຄອງ​ເຈົ້າ​ໃຫ້​ປອດໄພ.


“ຍິງ​ພົມມະຈາຣີ​ຜູ້​ໜຶ່ງ​ຈະ​ຖື​ພາ ແລະ​ຈະ​ເກີດ​ລູກຊາຍ​ຄົນ​ໜຶ່ງ ເຂົາ​ຈະ​ເອີ້ນ​ຊື່​ລູກ​ນັ້ນ​ວ່າ, ເອມານູເອນ.” (ໝາຍຄວາມ​ວ່າ, “ພຣະເຈົ້າ​ສະຖິດ​ຢູ່​ກັບ​ເຮົາ​ທັງຫລາຍ.”)


ຂ້າຣາຊການ​ຜູ້​ນີ້​ຕອບ​ວ່າ, “ຂ້ອຍ​ຈະ​ເຂົ້າໃຈ​ໄດ້​ຢ່າງ​ໃດ? ຖ້າ​ບໍ່ມີ​ຜູ້ໃດ​ອະທິບາຍ​ສູ່​ຂ້ອຍ​ຟັງ?” ແລ້ວ​ເພິ່ນ​ກໍ​ເຊີນ​ຟີລິບ​ຂຶ້ນ​ນັ່ງ​ລົດມ້າ​ໄປ​ກັບ​ເພິ່ນ.


ຝ່າຍ​ຜູ້​ທີ່​ເປັນ​ທາດຮັບໃຊ້​ນັ້ນ ຕ້ອງ​ຖື​ວ່າ​ນາຍ​ຂອງ​ພວກ​ຕົນ ເປັນ​ຜູ້​ສົມຄວນ​ໄດ້​ຮັບ​ກຽດ​ໃນ​ທຸກຢ່າງ ເພື່ອ​ວ່າ​ຈະ​ບໍ່ມີ​ຜູ້ໃດ​ກ່າວ​ປະໝາດ​ພຣະນາມ​ຂອງ​ພຣະເຈົ້າ ແລະ​ຄຳສັ່ງສອນ​ຂອງ​ພວກເຮົາ.


ໂຢຊວຍ​ເອີຍ ຕາບໃດ​ທີ່​ເຈົ້າ​ຍັງ​ມີ​ຊີວິດ​ຢູ່ ຈະ​ບໍ່ມີ​ໃຜ​ຊະນະ​ເຈົ້າ​ໄດ້. ເຮົາ​ຈະ​ຢູ່​ກັບ​ເຈົ້າ​ດັ່ງ​ທີ່​ເຮົາ​ໄດ້​ຢູ່​ກັບ​ໂມເຊ ເຮົາ​ຈະ​ຢູ່​ກັບ​ເຈົ້າ​ເລື້ອຍ​ໄປ ເຮົາ​ຈະ​ບໍ່​ປະຖິ້ມ​ເຈົ້າ.


ຈົ່ງ​ຈົດຈຳ​ວ່າ​ເຮົາ​ໄດ້​ສັ່ງ​ເຈົ້າ ຈົ່ງ​ມີ​ໃຈ​ເດັດດ່ຽວ​ແລະ​ກ້າຫານ ຢ່າ​ຢ້ານ​ຫລື​ທໍ້ຖອຍ​ກຳລັງ​ໃຈ ເພາະ​ເຮົາ​ຄື​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ເຈົ້າ ຢູ່​ກັບ​ເຈົ້າ​ໃນ​ທຸກໆ​ບ່ອນ​ທີ່​ເຈົ້າ​ໄປ.”


ພຣະເຈົ້າຢາເວ​ສະຖິດ​ຢູ່​ກັບ​ໂຢຊວຍ ແລະ​ຊື່ສຽງ​ຂອງ​ເພິ່ນ​ກໍ​ຊ່າລື​ໄປ​ທົ່ວ​ທັງ​ດິນແດນ.


ມີ​ຄົນ​ໜຶ່ງ​ໃນ​ຈຳນວນ​ຄົນ​ທີ່​ຄອຍ​ຮັບໃຊ້​ກະສັດ​ໂຊນ​ນັ້ນ​ເວົ້າ​ວ່າ, “ເຢຊີ ຊາວ​ເມືອງ​ເບັດເລເຮັມ​ມີ​ລູກຊາຍ​ຜູ້ໜຶ່ງ​ທີ່​ຫລິ້ນ​ດົນຕຼີ​ເກັ່ງ. ນອກຈາກນີ້ ລາວ​ຍັງ​ເປັນ​ຄົນ​ກ້າຫານ ແລະ​ມີ​ສີສັນ​ສົດໃສ, ເປັນ​ນັກຮົບ​ທີ່​ດີເດັ່ນ ແລະ​ເປັນ​ຜູ້​ກ້າປາກ​ກ້າເວົ້າ. ພຣະເຈົ້າຢາເວ​ສະຖິດ​ຢູ່​ກັບ​ລາວ.”


ລາວ​ໄດ້​ປະຕິບັດ​ສຳເລັດ​ໜ້າທີ່​ທຸກຢ່າງ ເພາະ​ພຣະເຈົ້າຢາເວ​ສະຖິດ​ຢູ່​ກັບ​ລາວ.


ກະສັດ​ໂຊນ​ໄດ້​ເຫັນ​ຢ່າງ​ຄັກແນ່​ວ່າ​ພຣະເຈົ້າຢາເວ​ສະຖິດ​ຢູ່​ກັບ​ດາວິດ ແລະ​ມີການ​ລູກສາວ​ຂອງຕົນ​ກໍ​ຮັກ​ດາວິດ.


ໃນ​ຂະນະທີ່​ຊາມູເອນ​ເຕີບໃຫຍ່​ຂຶ້ນ​ນັ້ນ ພຣະເຈົ້າຢາເວ​ກໍ​ສະຖິດ​ຢູ່​ນຳ​ລາວ ທັງ​ເຮັດ​ໃຫ້​ທຸກສິ່ງ​ທີ່​ຊາມູເອນ​ເວົ້າ​ນັ້ນ​ເປັນ​ຄວາມຈິງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka