Biblia Todo Logo
Internet tuqin Biblia

- Anuncios ukanaka -




ປະຖົມມະການ 39:1 - ພຣະຄຳພີສັກສິ

1 ພວກ​ອິດຊະມາເອນ​ໄດ້​ພາ​ໂຢເຊັບ​ມາ​ທີ່​ປະເທດ​ເອຢິບ ແລະ​ຂາຍ​ຕໍ່​ໃຫ້​ໂປຕີຟາ​ນາຍ​ທະຫານ​ຄົນ​ໜຶ່ງ​ຂອງ​ກະສັດ; ເພິ່ນ​ເປັນ​ຫົວໜ້າ​ຮັບຜິດຊອບ​ຮັກສາ​ຣາຊວັງ.

Uka jalj uñjjattʼäta Copia luraña




ປະຖົມມະການ 39:1
7 Jak'a apnaqawi uñst'ayäwi  

ໃນ​ຂະນະທີ່​ຮັບປະທານ​ອາຫານ​ຢູ່​ນັ້ນ ໃນທັນໃດ ພວກເຂົາ​ກໍ​ເຫັນ​ພວກ​ອິດຊະມາເອນ; ພວກ​ນີ້​ກຳລັງ​ເດີນທາງ​ມາ​ຈາກ​ເມືອງ​ກີເລອາດ​ເພື່ອ​ຈະ​ໄປ​ປະເທດ​ເອຢິບ. ໂຕ​ອູດ​ຂອງ​ພວກເຂົາ​ຕ່າງ​ຢາງ​ໄມ້ຫອມ​ແລະ​ເຄື່ອງ​ເທດ​ໄປ​ຂາຍ.


ແລະ​ເມື່ອ​ພໍ່ຄ້າ​ຊາວ​ມີດີອານ​ບາງຄົນ​ກາຍ​ມາ ພວກເຂົາ ກໍ​ດືງ​ເອົາ​ໂຢເຊັບ​ຂຶ້ນ​ມາ​ແຕ່​ນໍ້າສ້າງ ແລະ​ຂາຍ​ລາວ​ໃຫ້​ພໍ່ຄ້າ​ຊາວ​ອິດຊະມາເອນ​ເປັນ​ເງິນ 20 ຫລຽນ. ແລ້ວ​ພວກ​ພໍ່ຄ້າ​ເຫຼົ່ານີ້​ກໍ​ພາ​ໂຢເຊັບ​ໄປ​ປະເທດ​ເອຢິບ.


ໃນ​ເວລາ​ດຽວກັນ​ນັ້ນ​ໃນ​ປະເທດ​ເອຢິບ ຊາວ​ມາດີອານ​ໄດ້​ຂາຍ​ໂຢເຊັບ​ໃຫ້​ໂປຕີຟາ ນາຍ​ທະຫານ​ຄົນ​ໜຶ່ງ​ທີ່​ເປັນ​ຫົວໜ້າ​ຮັກສາ​ວັງ​ຂອງ​ກະສັດ.


ແລະ​ສັ່ງ​ຂັງ​ພວກເຂົາ​ໃນ​ຄຸກ​ທີ່​ເຮືອນ​ຂອງ​ນາຍ​ທະຫານ​ຮັກສາ​ຣາຊວັງ ຊຶ່ງ​ເປັນ​ບ່ອນ​ດຽວກັນ​ກັບ​ທີ່​ໂຢເຊັບ​ຖືກ​ຂັງ​ຢູ່.


ແລ້ວ​ໂຢເຊັບ​ກໍ​ເວົ້າ​ຕໍ່ໄປ​ວ່າ, “ຈົ່ງ​ຫຍັບ​ເຂົ້າ​ມາ​ໃກ້ໆ​ຂ້ອຍ​ພີ້.” ພວກເຂົາ​ຈຶ່ງ​ຫຍັບ​ເຂົ້າ​ມາ ແລະ​ເພິ່ນ​ເວົ້າ​ຕໍ່ໄປ​ວ່າ, “ຂ້ອຍ​ແມ່ນ​ໂຢເຊັບ​ນ້ອງຊາຍ​ຂອງ​ພວກເຈົ້າ ຜູ້​ທີ່​ພວກເຈົ້າ​ໄດ້​ຂາຍ​ມາ​ທີ່​ປະເທດ​ເອຢິບ.


ແຕ່​ພຣະອົງ​ໄດ້​ສົ່ງ​ຊາຍ​ຄົນ​ໜຶ່ງ​ໄປ​ກ່ອນໜ້າ​ພວກເພິ່ນ ຄື​ໂຢເຊັບ​ຜູ້​ທີ່​ໄດ້​ຖືກ​ຂາຍ​ໃຫ້​ໄປ​ເປັນ​ທາດ.


ຍ້ອນ​ບັນພະບຸລຸດ​ເຫຼົ່ານັ້ນ ໄດ້​ອິດສາ​ໂຢເຊັບ​ນ້ອງຊາຍ​ຂອງ​ພວກ​ຕົນ ພວກເຂົາ​ຈຶ່ງ​ຂາຍ​ເພິ່ນ​ໄປ​ເປັນ​ທາດ​ທີ່​ປະເທດ​ເອຢິບ, ແຕ່​ພຣະເຈົ້າ​ໄດ້​ສະຖິດ​ຢູ່​ກັບ​ໂຢເຊັບ


Jiwasaru arktasipxañani:

Anuncios ukanaka


Anuncios ukanaka