Biblia Todo Logo
Internet tuqin Biblia

- Anuncios ukanaka -




ປະຖົມມະການ 34:3 - ພຣະຄຳພີສັກສິ

3 ແຕ່​ເມື່ອ​ເຫັນ​ນາງ​ງາມ​ດືງດູດ​ໃຈ​ຫລາຍ ລາວ​ຈຶ່ງ​ຫລົງ​ຮັກ​ນາງ ແລະ​ພະຍາຍາມ​ໃຫ້​ນາງ​ຮັກ​ຕົນ​ຄືນ.

Uka jalj uñjjattʼäta Copia luraña




ປະຖົມມະການ 34:3
11 Jak'a apnaqawi uñst'ayäwi  

ເມື່ອ​ຊີເຄມ ລູກຊາຍ​ຂອງ​ຮາໂມ​ຊາວ​ຮີວີ ທີ່​ເປັນ​ຜູ້ປົກຄອງ​ໃນ​ຂົງ​ເຂດ​ນີ້ ເຫັນ​ດີນາ; ລາວ​ຈຶ່ງ​ຈັບ​ເອົາ​ນາງ​ໄປ​ຂົ່ມຂືນ.


ຊາຍ​ຄົນ​ນີ້​ຈຶ່ງ​ເວົ້າ​ກັບ​ພໍ່​ຂອງຕົນ​ວ່າ, “ຈົ່ງ​ໄປ​ຂໍ​ຍິງ​ຜູ້​ນີ້​ໃຫ້​ລູກ​ເອົາ​ມາ​ເປັນ​ເມຍ​ແດ່.”


ບັດນີ້ ຢ່າ​ຢ້ານ​ເລີຍ ຂ້ອຍ​ຈະ​ປົກປັກ​ຮັກສາ​ພວກເຈົ້າ ພ້ອມ​ທັງ​ລູກຫລານ​ຂອງ​ພວກເຈົ້າ​ທຸກຄົນ.” ເພິ່ນ​ເວົ້າ​ອອຍໃຈ​ຂອງ​ພວກເຂົາ ດ້ວຍ​ຖ້ອຍຄຳ​ທີ່​ສຸພາບ​ອ່ອນໂຍນ.


ບັດນີ້ ຂໍ​ທ່ານ​ຈຶ່ງ​ໄປ​ຢືນຢັນ​ຕໍ່​ທະຫານ​ຂອງທ່ານ​ສາ. ຖ້າ​ທ່ານ​ບໍ່​ໄປ ຂ້ານ້ອຍ​ຂໍ​ສາບານ​ໂດຍ​ພຣະເຈົ້າຢາເວ​ວ່າ, ໃນ​ມື້ອື່ນ​ຈະ​ບໍ່ມີ​ທະຫານ​ຈັກ​ຄົນ​ຢູ່​ນຳ​ທ່ານ. ມັນ​ຈະ​ເປັນ​ການ​ຫຼົ້ມຈົມ​ຢ່າງໃຫຍ່​ທີ່ສຸດ​ໃນ​ຊົ່ວຊີວິດ​ຂອງທ່ານ.”


ເຮເຊກີຢາ​ໄດ້​ຊົມເຊີຍ​ຊາວ​ເລວີ ທີ່​ມີ​ຄວາມ​ສາມາດ​ສູງ​ໃນ​ການນຳພາ​ການ​ນະມັດສະການ​ພຣະເຈົ້າຢາເວ​ໃນ​ຄັ້ງ​ນີ້. ຫລັງຈາກ​ເຈັດ​ວັນ​ໃນ​ລະຫວ່າງ​ທີ່​ພວກເຂົາ​ຖວາຍ​ເຄື່ອງ​ບູຊາ ເພື່ອ​ສັນລະເສີນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ບັນພະບຸລຸດ​ຂອງ​ພວກເຂົາ​ຢູ່​ນັ້ນ


ຈົ່ງ​ຊູໃຈ​ປະຊາຊົນ​ຊາວ​ນະຄອນ​ເຢຣູຊາເລັມ ຈົ່ງ​ບອກ​ວ່າ, ພວກເຂົາ​ທົນທຸກ​ດົນນານ​ພໍ​ແລ້ວ ບັດນີ້​ການບາບ​ຂອງ​ພວກເຂົາ​ທັງຫລາຍ ກໍໄດ້​ຮັບ​ອະໄພ ເສຍ​ແລ້ວ. ພຣະເຈົ້າຢາເວ​ໄດ້​ລົງໂທດ​ລົງທັນ​ພວກເຂົາ ໃຫ້​ສົມ​ກັບ​ບາບກຳ​ທີ່​ພວກເຂົາ​ໄດ້​ກະທຳ​ແລ້ວ.”


ເພາະສະນັ້ນ ເຮົາ​ຈະ​ພາ​ນາງ​ໄປ​ສູ່​ຖິ່ນ​ແຫ້ງແລ້ງ​ກັນດານ​ອີກ ແລະ​ໃນ​ທີ່ນັ້ນ ເຮົາ​ຈະ​ເວົ້າ​ເກ່ຍກ່ອມ​ນາງ​ຄືນ​ດ້ວຍ​ຖ້ອຍຄຳ​ແຫ່ງ​ຄວາມຮັກ.


ແລ້ວ​ນາງ​ກໍ​ຈະ​ເອີ້ນ​ເຮົາ​ອີກ​ຄັ້ງ​ໜຶ່ງ​ວ່າ​ເປັນ​ຜົວ​ຂອງ​ນາງ ນາງ​ຈະ​ບໍ່​ເອີ້ນ​ເຮົາ​ຕໍ່ໄປ​ວ່າ​ພະບາອານ​ຂອງ​ນາງ.


ຕໍ່ມາ​ຄົນເລວີ​ຜູ້​ນີ້​ກໍ​ຕັດສິນໃຈ​ຕາມ​ນາງ​ໄປ ແລະ​ພະຍາຍາມ​ຊັກຊວນ​ນາງ​ໃຫ້​ຄືນ​ເມືອ​ຢູ່​ກັບ​ຕົນ. ລາວ​ພາ​ຄົນ​ຮັບໃຊ້​ກັບ​ລໍ​ສອງ​ໂຕ​ຂອງຕົນ​ໄປ​ນຳ. ນາງ​ໄດ້​ພາ​ຜົວ​ທີ່​ເປັນ​ຄົນເລວີ​ເຂົ້າ​ໄປ​ໃນ​ເຮືອນ. ເມື່ອ​ພໍ່​ຂອງ​ນາງ​ເຫັນ​ຄົນເລວີ​ຜູ້​ນີ້ ເພິ່ນ​ກໍ​ຮັບ​ຕ້ອນ​ລາວ​ດ້ວຍ​ຄວາມ​ຈິງໃຈ.


ລູກໃພ້​ທັງສອງ​ຈຶ່ງ​ເລີ່ມ​ຮ້ອງໄຫ້​ຂຶ້ນ​ອີກ. ແລ້ວ​ນາງ​ໂອປາ​ກໍ​ຈູບ​ສັ່ງ​ລາ​ແມ່ຍ່າ​ຂອງຕົນ ແລະ​ກັບຄືນ​ເມືອ​ເຮືອນ. ແຕ່​ນາງຣຸດ​ບໍ່​ຍອມ​ໜີໄປ​ຈາກ​ແມ່ຍ່າ.


ເມື່ອ​ກະສັດ​ໂຊນ​ແລະ​ດາວິດ​ໄດ້​ສົນທະນາກັນ​ຈົບ​ລົງ​ແລ້ວ ໂຢນາທານ​ລູກຊາຍ​ຂອງ​ໂຊນ​ກໍ​ເກີດ​ນິຍົມ​ຊົມຊອບ​ໃນ​ຕົວ​ຂອງ​ດາວິດ ແລະ​ຮັກ​ລາວ​ຫລາຍ​ເທົ່າ​ກັບ​ຮັກ​ຕົນເອງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka