Biblia Todo Logo
Internet tuqin Biblia

- Anuncios ukanaka -




ປະຖົມມະການ 32:3 - ພຣະຄຳພີສັກສິ

3 ຢາໂຄບ​ໄດ້​ໃຊ້​ຄົນນຳຂ່າວ​ໄປ​ບອກ​ເອຊາວ​ອ້າຍ​ຂອງຕົນ ທີ່​ເມືອງ​ເສອີ​ໃນ​ດິນແດນ​ເອໂດມ.

Uka jalj uñjjattʼäta Copia luraña




ປະຖົມມະການ 32:3
23 Jak'a apnaqawi uñst'ayäwi  

ແລະ​ພວກ​ໂຮຣີ​ທີ່​ເນີນພູ​ຂອງ​ດິນແດນ​ເອໂດມ; ໂດຍ​ໄລ່​ຕິດຕາມ​ພວກເຂົາ​ໄປ ຈົນ​ຮອດ​ເມືອງ​ເອນປາຣານ​ໃກ້​ທະເລ​ຊາຍ.


ຈຶ່ງ​ເວົ້າ​ກັບ​ຢາໂຄບ​ວ່າ, “ຂ້ອຍ​ຂໍ​ກິນ​ແກງ​ໝາກຖົ່ວແດງ​ຂອງ​ເຈົ້າ​ຈັກ​ຄຳ​ແດ່ ເພາະ​ຂ້ອຍ​ຫິວ​ຫລາຍ​ແທ້ໆ.” (ດ້ວຍ​ເຫດຜົນ​ດັ່ງ​ກ່າວ​ນີ້ ເພິ່ນ​ຈຶ່ງ​ເອີ້ນ​ເອຊາວ​ວ່າ ເອໂດມ)


ຂ້ານ້ອຍ​ພາວັນນາ​ອະທິຖານ ຂໍ​ພຣະອົງ​ໂຜດ​ຊ່ວຍ​ຂ້ານ້ອຍ ໃຫ້​ພົ້ນ​ຈາກ​ເງື້ອມມື​ຂອງ​ອ້າຍ​ເອຊາວ​ແດ່ທ້ອນ. ຂ້ານ້ອຍ​ຢ້ານ​ວ່າ ລາວ​ຈະ​ເຂົ້າ​ມາ​ບຸກໂຈມຕີ ແລະ​ທຳຮ້າຍ​ພວກ​ຂ້ານ້ອຍ​ທັງໝົດ​ຄື: ພວກຜູ້ຍິງ​ແລະ​ເດັກນ້ອຍ.


ຢາໂຄບ​ຢ້ານ​ແລະ​ອຸກໃຈ​ຫລາຍ. ສະນັ້ນ ເພິ່ນ​ຈຶ່ງ​ແບ່ງ​ຄົນ​ຕະຫລອດ​ທັງ​ຝູງແກະ, ຝູງແບ້, ຝູງງົວ ແລະ ຝູງ​ອູດ​ອອກ​ເປັນ​ສອງ​ພວກ;


ອ້າຍ​ຈົ່ງ​ໄປ​ກ່ອນ​ສາ​ເຖີດ ນ້ອງ​ກັບ​ເດັກນ້ອຍ​ພ້ອມ​ດ້ວຍ​ຝູງສັດ​ຈະ​ຕິດຕາມ​ໄປ​ນຳຫລັງ​ຊ້າໆ, ແຕ່​ກໍ​ຈະ​ພະຍາຍາມ​ໄປ​ໄວ​ເທົ່າທີ່ຈະ​ໄວ​ໄດ້​ຈົນ​ຮອດ​ເມືອງ​ເອໂດມ.”


ສະນັ້ນ ເອຊາວ​ຈຶ່ງ​ກັບຄືນ​ເມືອ​ດິນແດນ​ເອໂດມ​ໃນ​ວັນ​ນັ້ນ​ເອງ.


ອັບເນ​ລູກຊາຍ​ຂອງ​ເນຣະ ຜູ້​ບັນຊາການ​ທະຫານ​ຂອງ​ກະສັດ​ໂຊນ ໄດ້​ປົບໜີໄປ​ກັບ​ອີຊະໂບເຊັດ​ລູກຊາຍ​ຂອງ​ກະສັດ​ໂຊນ. ພວກເຂົາ​ໄດ້​ຂ້າມ​ແມ່ນໍ້າ​ຈໍແດນ​ໄປ​ທີ່​ເມືອງ​ມະຫານາອິມ.


ແລ້ວ​ເອລີຊາ​ກໍ​ພາວັນນາ​ອະທິຖານ​ວ່າ, “ຂ້າແດ່​ພຣະເຈົ້າຢາເວ ຂໍ​ພຣະອົງ​ເປີດ​ຕາ​ຄົນ​ຮັບໃຊ້​ຂອງ​ຂ້ານ້ອຍ​ຄົນ​ນີ້ ໃຫ້​ເຫັນ​ກຳລັງ​ຝ່າຍ​ເຮົາ​ແດ່ທ້ອນ.” ພຣະເຈົ້າຢາເວ​ຕອບ​ຄຳພາວັນນາ​ອະທິຖານ​ຂອງ​ເອລີຊາ. ເມື່ອ​ຄົນ​ຮັບໃຊ້​ຂອງ​ເພິ່ນ​ຫລຽວ​ຂຶ້ນ​ໄປ​ທີ່​ເທິງ​ພູ ລາວ​ກໍ​ເຫັນ​ຝູງມ້າ ແລະ​ລົດຮົບ​ເປັນ​ໄຟ​ຢູ່​ອ້ອມລ້ອມ​ເອລີຊາ.


ເມື່ອ​ດາວິດ​ຢູ່​ທີ່​ເຮັບໂຣນ​ນັ້ນ ມີ​ທະຫານ​ທີ່​ຮັບ​ການ​ຝຶກແອບ​ແລ້ວ​ຫລາຍ​ຄົນ​ໄດ້​ເຂົ້າ​ຮ່ວມ​ໃນ​ກອງທັບ​ຂອງ​ເພິ່ນ ເພື່ອ​ຊ່ວຍ​ເພິ່ນ​ໃຫ້​ໄດ້​ຂຶ້ນ​ເປັນ​ກະສັດ​ແທນ​ໂຊນ ຕາມ​ຖ້ອຍຄຳ​ທີ່​ພຣະເຈົ້າຢາເວ​ໄດ້​ກ່າວ​ໄວ້. ຈຳນວນ​ທະຫານ​ຈາກ​ເຜົ່າ​ຕ່າງໆ ມີ​ດັ່ງນີ້:


ນ້ອງ​ນາງ​ຊ່າງ​ເປັນ​ຍິງສາວ​ທີ່​ງາມຫລາຍ ຕີນ​ນ້ອງ​ທີ່​ສຸບ​ເກີບ​ສາຍພາຍ​ກໍ​ງາມ​ຫລາຍແທ້ ບັ້ນແອວ​ນ້ອງ​ກິ່ວ​ແລະ​ໜ້າທ້ອງ​ຂອງ​ນາງ ກໍ​ງາມ​ເທົ່າກັບ​ສີມື​ນັກ​ສິນລະປິນ​ປັ້ນແຕ່ງ.


ຕໍ່ໄປນີ້​ແມ່ນ​ຖ້ອຍຄຳ​ກ່ຽວກັບ​ດິນແດນ​ເອໂດມ. ມີ​ບາງຄົນ​ໄດ້​ເອີ້ນ​ຖາມ​ຂ້າພະເຈົ້າ​ຈາກ​ດິນແດນ​ເອໂດມ​ວ່າ, “ຄົນ​ຍາມ​ເອີຍ ເຫີງ​ປານໃດ​ຈະແຈ້ງ? ບອກ​ຂ້ອຍ​ແດ່​ໄດ້​ບໍ​ວ່າ​ຍັງ​ເຫິງ​ປານໃດ​ຈະ​ສິ້ນສຸດ.”


ຕໍ່ໄປນີ້​ແມ່ນ​ສິ່ງ​ທີ່​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ໄດ້​ກ່າວ​ເຖິງ​ເອໂດມ​ວ່າ, “ປະຊາຊົນ​ເມືອງ​ເຕມານ​ໝົດ​ປັນຍາ​ແລ້ວ​ບໍ? ບັນດາ​ທີ່ປຶກສາ​ຂອງ​ພວກເຂົາ​ບໍ່ໄດ້​ບອກ​ວ່າ ຄວນ​ເຮັດ​ຢ່າງໃດ​ບໍ? ສະຕິປັນຍາ​ຂອງ​ພວກເຂົາ​ໄປ​ໃສ​ໝົດແລ້ວ?


ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ຕອບ​ວ່າ, “ເຮົາ​ຈະ​ໃຊ້​ຜູ້​ແຈ້ງຂ່າວ​ຂອງເຮົາ​ໄປ​ຕຽມ​ທາງ​ໄວ້​ສຳລັບ​ເຮົາ. ແລ້ວ​ອົງພຣະ​ຜູ້​ເປັນເຈົ້າ ຜູ້​ທີ່​ພວກເຈົ້າ​ກຳລັງ​ຊອກຫາ​ນັ້ນ ກໍ​ຈະ​ມາ​ທີ່​ພຣະວິຫານ​ໃນທັນໃດ. ຜູ້​ແຈ້ງຂ່າວ​ທີ່​ພວກເຈົ້າ​ຢາກ​ເຫັນ​ນັ້ນ​ຈະ​ມາ ແລະ​ປະກາດ​ພັນທະສັນຍາ​ຂອງເຮົາ.”


ເພິ່ນ​ຈະ​ຕີ​ຊະນະ ເຫຼົ່າ​ສັດຕູ​ໃນ​ເອໂດມ ແລະ​ຢຶດເອົາ​ທີ່ດິນ​ຂອງ​ເຂົາ ມາ​ເປັນ​ກຳມະສິດ​ຂອງຕົນ​ດ້ວຍ, ແຕ່​ວ່າ​ຊາດ​ອິດສະຣາເອນ​ນັ້ນ ຈະ​ສືບຕໍ່​ເຂັ້ມແຂງ ຈະ​ສືບຕໍ່​ມີໄຊ ຕໍ່​ເຫຼົ່າ​ສັດຕູ​ໝູ່​ມານຮ້າຍ.


ພຣະອົງ​ໄດ້​ໃຊ້​ຜູ້ຮັບໃຊ້​ໄປ​ກ່ອນ​ໜ້າ​ພຣະອົງ ພວກເພິ່ນ​ໄດ້​ເຂົ້າ​ໄປ​ໃນ​ບ້ານ​ໜຶ່ງ​ຂອງ​ຊາວ​ຊາມາເຣຍ ເພື່ອ​ຈັດຕຽມ​ທຸກສິ່ງ​ໄວ້​ສຳລັບ​ພຣະອົງ.


ການ​ເດີນທາງ​ຈາກ​ພູເຂົາ​ຊີນາຍ​ເຖິງ​ເມືອງ​ກາເດັດ​ບາກເນອາ ຜ່ານ​ເຂດ​ພູດອຍ​ໃນ​ດິນແດນ​ເອໂດມ​ໄປ​ນັ້ນ ຕ້ອງ​ໃຊ້​ເວລາ​ເຖິງ​ສິບເອັດ​ວັນ.)


ພຣະອົງ​ໄດ້​ເຮັດ​ແບບ​ດຽວກັນ​ສຳລັບ​ຊາວ​ເອໂດມ ລູກຫລານ​ຂອງ​ເອຊາວ ຜູ້​ທີ່​ອາໄສ​ຢູ່​ຕາມ​ເຂດ​ພູດອຍ​ໃນ​ດິນແດນ​ເອໂດມ. ພຣະອົງ​ໄດ້​ທຳລາຍ​ລ້າງຜານ​ຊາວ​ໂຮຣີ ເພື່ອ​ໃຫ້​ຊາວ​ເອໂດມ​ຢຶດຄອງ​ດິນແດນ​ຂອງ​ພວກເຂົາ ແລະ​ຕັ້ງ​ຫຼັກແຫຼ່ງ​ຢູ່​ທີ່​ນັ້ນ​ແທນ ຈົນເຖິງ​ດຽວນີ້.


ແຕ່​ພວກເຈົ້າ​ບໍ່​ຕ້ອງ​ເຮັດ​ເສິກ​ຕໍ່ສູ້​ກັບ​ພວກເຂົາ ເພາະ​ເຮົາ​ຈະ​ບໍ່​ມອບ​ດິນແດນ​ຂອງ​ພວກເຂົາ​ຕອນໃດ​ຕອນໜຶ່ງ​ໃຫ້​ພວກເຈົ້າ. ເຮົາ​ໄດ້​ມອບ​ເມືອງ​ເອໂດມ​ໃຫ້​ເຊື້ອສາຍ​ຂອງ​ເອຊາວ.


ເຂດແດນ​ຂອງ​ພວກເຂົາ​ຍາວ​ອອກ​ໄປ​ຈົນເຖິງ​ມະຫານາອິມ ຮ່ວມ​ກັບ​ພູພຽງ​ບາຊານ​ທັງໝົດ​ມີ​ດັ່ງນີ້: ອານາຈັກ​ທັງໝົດ​ຂອງ​ເຈົ້າໂອກ​ກະສັດ​ແຫ່ງ​ບາຊານ ລວມທັງ​ຫົກສິບ​ໝູ່ບ້ານ​ຂອງ​ຢາອີ​ໃນ​ບາຊານ


ໂດຍ​ໃຫ້​ລາວ​ມີ​ລູກຊາຍ​ຜູ້ໜຶ່ງ​ຊື່​ວ່າ​ອີຊາກ ແລະ​ໄດ້​ໃຫ້​ອີຊາກ​ມີ​ລູກຊາຍ​ຊື່​ວ່າ ຢາໂຄບ​ແລະ​ເອຊາວ. ເຮົາ​ໄດ້​ມອບ​ເຂດ​ເນີນພູ​ເອໂດມ​ໃຫ້​ເປັນ​ກຳມະສິດ​ຂອງ​ເອຊາວ ສ່ວນ​ຢາໂຄບ​ຜູ້​ເປັນ​ບັນພະບຸລຸດ​ຂອງ​ພວກເຈົ້າ​ຕະຫລອດ​ທັງ​ລູກຫລານ​ຂອງ​ລາວ​ນັ້ນ ໄດ້​ພາກັນ​ລົງ​ໄປ​ທາງ​ເອຢິບ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka