Biblia Todo Logo
Internet tuqin Biblia

- Anuncios ukanaka -




ປະຖົມມະການ 32:2 - ພຣະຄຳພີສັກສິ

2 ພໍ​ເຫັນ​ເທວະດາ​ຕົນ​ນັ້ນ ເພິ່ນ​ຈຶ່ງ​ເວົ້າ​ວ່າ, “ນີ້​ແມ່ນ​ຄ້າຍ​ຂອງ​ພຣະເຈົ້າ.” ສະນັ້ນ ເພິ່ນ​ຈຶ່ງ​ໃສ່​ຊື່​ໃຫ້​ບ່ອນ​ນັ້ນ​ວ່າ ມະຫານາອິມ.

Uka jalj uñjjattʼäta Copia luraña




ປະຖົມມະການ 32:2
17 Jak'a apnaqawi uñst'ayäwi  

ກະສັດ​ດາວິດ​ໄດ້​ໄປ​ຮອດ​ເມືອງ​ມະຫານາອິມ ໃນ​ຂະນະທີ່​ອັບຊາໂລມ​ແລະ​ທະຫານ​ຂອງຕົນ​ໄດ້​ຂ້າມ​ແມ່ນໍ້າ​ຈໍແດນ.


ອັບເນ​ລູກ​ຂອງ​ເນຣະ​ແລະ​ບັນດາ​ຂ້າຣາຊການ​ຂອງ​ເຈົ້າ​ອີຊະໂບເຊັດ​ລູກຊາຍ​ຂອງ​ໂຊນ ໄດ້​ອອກ​ຈາກ​ເມືອງ​ມະຫານາອິມ​ໄປ​ທີ່​ເມືອງ​ກີເບໂອນ.


ອັບເນ​ລູກຊາຍ​ຂອງ​ເນຣະ ຜູ້​ບັນຊາການ​ທະຫານ​ຂອງ​ກະສັດ​ໂຊນ ໄດ້​ປົບໜີໄປ​ກັບ​ອີຊະໂບເຊັດ​ລູກຊາຍ​ຂອງ​ກະສັດ​ໂຊນ. ພວກເຂົາ​ໄດ້​ຂ້າມ​ແມ່ນໍ້າ​ຈໍແດນ​ໄປ​ທີ່​ເມືອງ​ມະຫານາອິມ.


ຍັງ​ມີ​ອີກ​ຜູ້ໜຶ່ງ​ຊື່​ວ່າ​ຊີເມອີ ລູກຊາຍ​ຂອງ​ເກຣາ​ຊາວ​ເບັນຢາມິນ​ຈາກ​ເມືອງ​ບາຮູຣິມ. ເມື່ອ​ພໍ່​ໄດ້​ເດີນທາງ​ໄປ​ທີ່​ເມືອງ​ມະຫານາອິມ ລາວ​ໄດ້​ປ້ອຍດ່າ​ພໍ່​ຢ່າງ​ເຈັບແສບ. ແຕ່​ເມື່ອ​ລາວ​ໄດ້​ພົບ​ພໍ່​ທີ່​ແມ່ນໍ້າ​ຈໍແດນ ພໍ່​ໄດ້​ສາບານ​ຢ່າງ​ໜັກແໜ້ນ​ໂດຍ​ພຣະເຈົ້າຢາເວ​ວ່າ ພໍ່​ຈະ​ບໍ່​ຂ້າ​ລາວ.


ອາຮີນາດາບ ລູກຊາຍ​ຂອງ​ອິດໂດ ຮັບຜິດຊອບ​ເຂດ​ທ້ອງຖິ່ນ​ມະຫານາອິມ.


ແລ້ວ​ເອລີຊາ​ກໍ​ພາວັນນາ​ອະທິຖານ​ວ່າ, “ຂ້າແດ່​ພຣະເຈົ້າຢາເວ ຂໍ​ພຣະອົງ​ເປີດ​ຕາ​ຄົນ​ຮັບໃຊ້​ຂອງ​ຂ້ານ້ອຍ​ຄົນ​ນີ້ ໃຫ້​ເຫັນ​ກຳລັງ​ຝ່າຍ​ເຮົາ​ແດ່ທ້ອນ.” ພຣະເຈົ້າຢາເວ​ຕອບ​ຄຳພາວັນນາ​ອະທິຖານ​ຂອງ​ເອລີຊາ. ເມື່ອ​ຄົນ​ຮັບໃຊ້​ຂອງ​ເພິ່ນ​ຫລຽວ​ຂຶ້ນ​ໄປ​ທີ່​ເທິງ​ພູ ລາວ​ກໍ​ເຫັນ​ຝູງມ້າ ແລະ​ລົດຮົບ​ເປັນ​ໄຟ​ຢູ່​ອ້ອມລ້ອມ​ເອລີຊາ.


ແຕ່ລະມື້ ໄດ້​ມີ​ທະຫານ​ໃໝ່​ມາ​ເຂົ້າ​ຮ່ວມ​ເປັນ​ກຳລັງ​ກັບ​ກອງ​ທະຫານ​ຂອງ​ດາວິດ​ສະເໝີ ຈົນ​ວ່າ​ກາຍເປັນ​ກອງທັບ​ທີ່​ໃຫຍ່ໂຕ ເໝືອນ​ເປັນ​ກອງທັບ​ກອງ​ໜຶ່ງ​ຂອງ​ພຣະເຈົ້າ.


ຈົ່ງ​ຍ້ອງຍໍ​ສັນລະເສີນ​ພຣະເຈົ້າຢາເວ​ເຖີດ ກອງທັບ​ທັງຫລາຍ​ຂອງ​ພຣະອົງ​ຜູ້​ມີ​ຣິດ​ເອີຍ ຄື​ຜູ້ຮັບໃຊ້​ທີ່​ປະຕິບັດ​ຕາມ​ພຣະປະສົງ​ຂອງ​ພຣະອົງ​ນັ້ນ.


ບັນດາ​ເທວະດາ​ພ້ອມ​ທັງ​ກອງທັບ​ທັງໝົດ​ຂອງ​ພຣະອົງ​ທີ່​ເມືອງ​ສະຫວັນ ຈົ່ງ​ພາກັນ​ຍ້ອງຍໍ​ສັນລະເສີນ​ພຣະອົງ​ເທີ້ນ.


ແມ່ນ​ໃຜ​ທີ່​ເປັນ​ກະສັດ​ອົງ​ຊົງ​ສະຫງ່າຣາສີ? ກະສັດ​ອົງ​ຊົງ​ສະຫງ່າຣາສີ​ຄື​ພຣະເຈົ້າຢາເວ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່.


ເທວະດາ​ຂອງ​ພຣະເຈົ້າຢາເວ​ເຝົ້າ​ຮັກສາ​ຜູ້​ທີ່​ຢຳເກງ​ພຣະອົງ ແລະ​ຊ່ວຍ​ພວກເຂົາ​ໃຫ້​ພົ້ນ​ຈາກ​ອັນຕະລາຍ​ໄດ້.


ຟ້ອນລຳ​ເຖີດ ຟ້ອນລຳ​ສາ ສາວ​ຊາວ​ຊູລຳ​ເອີຍ ຈົ່ງ​ໃຫ້​ພວກຂ້ອຍ​ແຍງ​ເບິ່ງ​ເຈົ້າ​ຟ້ອນລຳ​ແດ່. ເປັນຫຍັງ​ພວກເຈົ້າ​ຈຶ່ງ​ຢາກ​ເບິ່ງ​ຂ້ອຍ​ນໍ? ຂ້ອຍ​ຟ້ອນ​ຢູ່​ທ່າມກາງ​ຄົນ​ທີ່​ກຳລັງ​ເບິ່ງ​ຢູ່.


ແລ້ວ​ເພິ່ນ​ກໍ​ກ່າວ​ວ່າ, “ເຈົ້າ​ບໍ່​ຮູ້​ບໍ​ວ່າ​ເປັນຫຍັງ​ເຮົາ​ຈຶ່ງ​ມາ​ຫາ​ເຈົ້າ? ເຮົາ​ມາ​ວັນ​ນີ້​ເພື່ອ​ເປີດເຜີຍ​ໃຫ້​ເຈົ້າ​ຮູ້​ໃນ​ສິ່ງ​ທີ່​ມີ​ຂຽນ​ໄວ້​ໃນ​ໜັງສື​ແຫ່ງ​ຄວາມຈິງ. ບັດນີ້ ເຮົາ​ຈະ​ຕ້ອງ​ຄືນ​ໄປ​ຕໍ່ສູ້​ກັບ​ເທວະດາ​ຕົນ​ທີ່​ພິທັກ​ຮັກສາ​ປະເທດ​ເປີເຊຍ. ຫລັງຈາກ​ນັ້ນ​ແລ້ວ ເທວະດາ​ຕົນ​ທີ່​ພິທັກ​ຮັກສາ​ປະເທດ​ກຣີກ ກໍ​ຈະ​ມາ​ປາກົດ. ບໍ່ມີ​ຜູ້ໃດ​ຊ່ວຍເຫລືອ​ເຮົາ​ນອກຈາກ​ມີຄາເອນ ເທວະດາ​ຕົນ​ທີ່​ພິທັກ​ຮັກສາ ປະເທດ​ອິດສະຣາເອນ.


ໃນ​ທັນໃດນັ້ນ ກໍ​ມີ​ກອງທັບ​ເທວະດາ​ແຫ່ງ​ສະຫວັນ​ໝູ່ໃຫຍ່ ມາ​ປາກົດ​ກັບ​ເທວະດາ​ຕົນ​ນັ້ນ ຮ່ວມ​ກັນ​ຮ້ອງ​ສັນລະເສີນ​ພຣະເຈົ້າ​ວ່າ,


ຈາກ​ເຂດແດນ​ຂອງ​ກາດ ພວກເຂົາ​ໄດ້​ຮັບ 4 ຕົວເມືອງ ມີ​ດັ່ງນີ້: ຣາໂມດ​ໃນ​ກີເລອາດ ພ້ອມ​ທັງ​ທົ່ງຫຍ້າ (ເມືອງ​ໜຶ່ງ​ໃນ​ຈຳນວນ​ເມືອງ​ລີ້ໄພ), ມະຫານາອິມ,


ຊາຍ​ຜູ້ນັ້ນ​ໄດ້​ຕອບ​ວ່າ, “ເຮົາ​ບໍ່​ເປັນ​ຝ່າຍ​ໃດ​ໝົດ ເຮົາ​ມາ​ນີ້​ໃນ​ຖານະ​ເປັນ​ຜູ້​ບັນຊາການ​ກອງທັບ​ຂອງ​ພຣະເຈົ້າຢາເວ.” ໂຢຊວຍ​ຈຶ່ງ​ກົ້ມຂາບ​ລົງ​ພື້ນດິນ ແລະ​ຖາມ​ວ່າ, “ທ່ານເອີຍ ຂ້ານ້ອຍ​ເປັນ​ຜູ້ຮັບໃຊ້​ຂອງທ່ານ ທ່ານ​ຢາກ​ຈະ​ໃຫ້​ຂ້ານ້ອຍ​ເຮັດ​ຫຍັງ?”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka