9 ແຕ່ພຣະເຈົ້າຢາເວພຣະເຈົ້າໄດ້ເອີ້ນຫາຊາຍຜູ້ນັ້ນວ່າ, “ເຈົ້າຢູ່ໃສ?”
ແລ້ວພຣະເຈົ້າຢາເວກໍໄດ້ລົງມາ ເພື່ອເບິ່ງຕົວເມືອງກັບຫໍຄອຍທີ່ມະນຸດໄດ້ສ້າງຂຶ້ນ
ຈຶ່ງຖາມວ່າ, “ຮາກາ ສາວໃຊ້ຂອງຊາຣາຍ ເຈົ້າມາແຕ່ໃສ? ແລະເຈົ້າຈະໄປໃສ?” ນາງຕອບວ່າ, “ຂ້ານ້ອຍກຳລັງຈະໜີໄປຈາກຊາຣາຍ.”
ແລ້ວແຂກທັງສາມກໍຖາມເພິ່ນວ່າ, “ຊາຣາ ເມຍຂອງເຈົ້າຢູ່ໃສ?” ເພິ່ນຕອບວ່າ, “ນາງຢູ່ໃນຜ້າເຕັນ.”
ພຣະເຈົ້າຢາເວຖາມກາອິນວ່າ, “ອາເບັນ ນ້ອງຊາຍຂອງເຈົ້າຢູ່ໃສ?” ລາວຈຶ່ງຕອບວ່າ, “ບໍ່ຮູ້ ຂ້ານ້ອຍເປັນຄົນດູແລຮັກສານ້ອງຊາຍຂອງຂ້ານ້ອຍບໍ?”
ເມື່ອເກຮາຊິກັບເຂົ້າມາໃນເຮືອນແລະຢືນຢູ່ຕໍ່ໜ້ານາຍຂອງຕົນ ເອລີຊາຈຶ່ງຖາມລາວວ່າ, “ເຈົ້າມາແຕ່ໃສ?” ລາວຕອບວ່າ, “ໂອ ບໍ່ໄດ້ໄປໃສມາດອກ ທ່ານເອີຍ.”