Biblia Todo Logo
Internet tuqin Biblia

- Anuncios ukanaka -




ປະຖົມມະການ 3:8 - ພຣະຄຳພີສັກສິ

8 ໃນ​ແລງ​ວັນ​ນັ້ນ ພວກເຂົາ​ໄດ້ຍິນ​ສຽງ​ຍ່າງ​ຂອງ​ພຣະເຈົ້າຢາເວ​ພຣະເຈົ້າ​ຢູ່​ໃນ​ສວນ ແລະ​ຊາຍ​ຄົນນັ້ນ​ກັບ​ເມຍ​ຂອງຕົນ​ໄດ້​ພາກັນ​ໄປ​ຫລົບລີ້​ຊ່ອນຕົວ​ໃຫ້​ພົ້ນ​ຈາກ​ພຣະເຈົ້າຢາເວ​ພຣະເຈົ້າ​ຢູ່​ໃນ​ທ່າມກາງ​ຕົ້ນໄມ້​ທັງຫລາຍ.

Uka jalj uñjjattʼäta Copia luraña




ປະຖົມມະການ 3:8
20 Jak'a apnaqawi uñst'ayäwi  

ຫລັງຈາກ​ພຣະເຈົ້າຢາເວ​ໄດ້​ສົນທະນາ​ກັບ​ອັບຣາຮາມ​ສິ້ນສຸດ​ລົງ​ແລ້ວ ພຣະອົງ​ກໍ​ຈາກ​ໄປ ແລະ​ອັບຣາຮາມ​ກໍ​ກັບຄືນ​ເມືອ​ສູ່​ທີ່ພັກ​ຂອງຕົນ.


ລາວ​ຕອບ​ວ່າ, “ຂ້ານ້ອຍ​ໄດ້ຍິນ​ສຽງ​ຂອງ​ພຣະອົງ​ຢູ່​ໃນ​ສວນ; ຂ້ານ້ອຍ​ຢ້ານ​ຫລາຍ ຈຶ່ງ​ຫລົບລີ້​ຊ່ອນຕົວ​ຢູ່ ເພາະ​ຂ້ານ້ອຍ​ປະເປືອຍ​ຢູ່.”


ເຈົ້າ​ຄິດວ່າ​ເມກ​ອັນໜາ​ບັງ​ພຣະອົງ​ບໍ່​ໃຫ້​ເຫັນ​ເຈົ້າ​ບໍ ເມື່ອ​ພຣະອົງ​ຍ່າງ​ເທິງ​ວົງໂຄ້ງ​ຂອງ​ຂອບຟ້າ.


ຄົນອື່ນ​ນັ້ນ ພະຍາຍາມ​ເຊື່ອງຊ້ອນ​ບາບ​ຕົນເອງ ແຕ່​ຂ້ອຍ​ບໍ່ເຄີຍ​ປິດບັງ​ບາບ​ຂອງຂ້ອຍ​ຈັກເທື່ອ.


ແລ້ວ​ພຣະເຈົ້າຢາເວ​ກໍໄດ້​ຕອບ​ໂຢບ​ອອກ​ມາ​ຈາກ​ລົມພະຍຸ.


ທຸກ​ເຫດການ​ທີ່​ເກີດຂຶ້ນ​ພຣະເຈົ້າຢາເວ​ຮູ້ເຫັນ ພຣະອົງ​ເປັນ​ຜູ້​ເຝົ້າເບິ່ງ​ທັງ​ຄົນດີ​ແລະ​ຄົນຊົ່ວ​ດ້ວຍ.


ພຣະເຈົ້າຢາເວ​ໄດ້​ກ່າວ​ວ່າ, “ບໍ່ມີ​ຜູ້ໃດ​ຫລົບລີ້​ຈາກ​ສາຍຕາ​ຂອງເຮົາ​ໄປ​ໄດ້. ພວກເຈົ້າ​ບໍ່​ຮູ້​ຫລື​ວ່າ ເຮົາ​ຢູ່​ທຸກໆ​ບ່ອນ​ທັງ​ໃນ​ສະຫວັນ ແລະ​ທີ່​ແຜ່ນດິນ​ໂລກ?” ພຣະເຈົ້າຢາເວ​ກ່າວ​ດັ່ງນັ້ນແຫຼະ.


ຮ້ານ​ເທວະຮູບ​ຢູ່​ເທິງ​ພູ​ອາເວນ ບ່ອນ​ທີ່​ພວກ​ອິດສະຣາເອນ​ຂາບໄຫວ້​ຮູບເຄົາຣົບ​ຈະ​ຖືກ​ທຳລາຍ​ຖິ້ມ. ກໍ​ໜາມ​ແລະ​ຕົ້ນຫຍ້າ​ຈະ​ປົ່ງ​ຂຶ້ນ​ປົກ​ຫຸ້ມ​ແທ່ນບູຊາ​ຂອງ​ພວກເຂົາ. ປະຊາຊົນ​ຈະ​ຮ້ອງ​ໃສ່​ພູເຂົາ​ທັງຫລາຍ​ວ່າ, “ຈົ່ງ​ບັງ​ພວກເຮົາ​ໄວ້​ແດ່” ແລະ​ເວົ້າ​ຕໍ່​ພູນ້ອຍ​ວ່າ, “ຈົ່ງ​ກວມ​ພວກເຮົາ​ໄວ້​ສາ.”


ເຮົາ​ຈະ​ຢູ່​ກັບ​ເຈົ້າ, ເຮົາ​ຈະ​ເປັນ​ພຣະເຈົ້າ​ຂອງ​ພວກເຈົ້າ ແລະ​ພວກເຈົ້າ​ກໍ​ຈະ​ເປັນ​ປະຊາຊົນ​ຂອງເຮົາ.


ແຕ່​ໂຢນາ​ກັບ​ໄປ​ທາງ​ຕາກຊິດ ເພື່ອ​ຫລົບ​ໜີ​ຈາກ​ພຣະເຈົ້າຢາເວ. ເພິ່ນ​ໄດ້​ໄປ​ທີ່​ເມືອງ​ຢົບປາ ທີ່​ນັ້ນ​ເພິ່ນ​ໄດ້​ພົບ​ເຮືອ​ລຳ​ໜຶ່ງ ກຳລັງ​ຈະ​ໄປ​ຕາກຊິດ. ເພິ່ນ​ຈຶ່ງ​ຈ່າຍ​ຄ່າ​ໂດຍສານ ແລະ​ລົງ​ເຮືອ​ກັບ​ພວກ​ລູກເຮືອ, ແລ້ວ​ກໍ​ອອກ​ເດີນທາງ​ໄປ​ສູ່​ຕາກຊິດ ເພື່ອ​ຫລົບ​ໜີ​ຈາກ​ພຣະເຈົ້າຢາເວ.


ການ​ປະພຶດ​ຂອງ​ພວກເຂົາ ໄດ້​ຊີ້​ໃຫ້​ເຫັນ​ວ່າ ສິ່ງ​ທີ່​ກົດບັນຍັດ​ສັ່ງ​ນັ້ນ ກໍ​ຈາລຶກ​ໄວ້​ໃນ​ຫົວ​ໃຈ​ຂອງ​ພວກເຂົາ​ແລ້ວ, ຈິດ​ສຳນຶກ​ຜິດແລະຊອບ​ຂອງ​ພວກເຂົາ ກໍ​ເປັນ​ພະຍານ​ເໝືອນກັນ ແມ່ນ​ຄວາມ​ຄິດ​ຂອງ​ພວກເຂົາ​ນັ້ນ​ແຫຼະ ທີ່​ກ່າວໂທດ​ພວກເຂົາ​ເອງ ຫລື​ອາດ​ຈະ​ແກ້​ຕົວ​ໃຫ້​ພວກເຂົາ.


ຈົ່ງ​ຮັກສາ​ຄ້າຍພັກ​ຂອງ​ພວກເຈົ້າ​ໃຫ້​ປາສະຈາກ​ມົນທິນ​ຕາມ​ກົດບັນຍັດ ເພາະ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ສະຖິດ​ຢູ່​ໃນ​ຄ້າຍ​ນັ້ນ​ເພື່ອ​ຄຸ້ມຄອງ​ພວກເຈົ້າ ແລະ​ໃຫ້​ພວກເຈົ້າ​ມີ​ໄຊຊະນະ​ຕໍ່​ຂ້າເສິກ​ສັດຕູ. ຢ່າ​ເຮັດ​ສິ່ງໃດ​ສິ່ງໜຶ່ງ​ທີ່​ໜ້າ​ເປິເປື້ອນ ຊຶ່ງ​ເປັນ​ເຫດ​ໃຫ້​ພຣະອົງ​ປິ່ນ​ໜ້າ​ໜີ​ຈາກ​ພວກເຈົ້າ.”


ມີ​ປະຊາຊົນ​ຊາດ​ໃດໆ​ຍັງ​ມີ​ຊີວິດ​ຢູ່​ເໝືອນ​ດັ່ງ​ພວກເຈົ້າ​ແດ່ ຫລັງຈາກ​ທີ່​ໄດ້ຍິນ​ພຣະເຈົ້າ​ກ່າວ​ແກ່​ພວກເຂົາ​ອອກ​ມາ​ຈາກ​ແປວໄຟ.


ແຕ່​ເປັນຫຍັງ​ພວກເຮົາ​ຕ້ອງ​ສ່ຽງ​ກັບ​ຄວາມຕາຍ​ຢ່າງ​ນີ້​ອີກ? ໄຟ​ອັນ​ໜ້າຢ້ານ​ຈະ​ທຳລາຍ​ພວກເຮົາ. ພວກເຮົາ​ຕ້ອງ​ຕາຍ​ຄາວ​ນີ້​ແທ້ໆ ຖ້າ​ພວກເຮົາ​ໄດ້ຍິນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ​ກ່າວ​ອີກ.


ແລະ​ໃນ​ທຸກສິ່ງ​ທີ່​ໄດ້​ຖືກ​ສ້າງ​ຂຶ້ນ​ນັ້ນ ບໍ່ມີ​ສິ່ງໃດ​ຖືກ​ບັງລັບ​ໄວ້​ຈາກ​ພຣະພັກ​ພຣະອົງ​ໄດ້ ແຕ່​ທຸກສິ່ງ​ໄດ້​ປາກົດ​ແຈ້ງ​ຕໍ່​ສາຍຕາ​ຂອງ​ພຣະອົງ ຜູ້​ທີ່​ເຮົາ​ຈະ​ຕ້ອງ​ໃຫ້​ການ​ນັ້ນ.


ແລ້ວ​ກະສັດ​ທັງຫລາຍ​ໃນ​ໂລກ, ພວກ​ຜູ້ປົກຄອງ​ປະເທດ​ແລະ​ພວກ​ເຈົ້ານາຍ, ພວກ​ຄົນ​ຮັ່ງມີ​ແລະ​ພວກ​ຜູ້​ມີ​ອຳນາດ ແລະ​ຄົນ​ທັງຫລາຍ​ບໍ່​ວ່າ​ເປັນ​ທາດຮັບໃຊ້ ຫລື​ເປັນ​ອິດສະຫລະ ຕ່າງ​ກໍ​ໄປ​ລີ້​ຢູ່​ຕາມ​ຖໍ້າ ແລະ​ຢູ່​ໃຕ້​ໂງ່ນຫີນ​ຕາມ​ພູ​ຕ່າງໆ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka