Biblia Todo Logo
Internet tuqin Biblia

- Anuncios ukanaka -




ປະຖົມມະການ 3:7 - ພຣະຄຳພີສັກສິ

7 ຫລັງຈາກ​ກິນ​ໝາກໄມ້​ແລ້ວ ພວກເຂົາ​ກໍ​ມີ​ຄວາມ​ເຂົ້າໃຈ​ໃນທັນໃດ ແລະ​ທັງ​ຮູ້​ວ່າ​ພວກ​ຕົນ​ປະເປືອຍ​ຢູ່. ດັ່ງນັ້ນ ພວກເຂົາ​ຈຶ່ງ​ພາກັນ​ເອົາ​ໃບໄມ້​ມາ​ຫຍິບ​ເຂົ້າ​ກັນ ເພື່ອ​ປົກປິດ​ຮ່າງກາຍ​ຕົນເອງ​ໄວ້.

Uka jalj uñjjattʼäta Copia luraña




ປະຖົມມະການ 3:7
13 Jak'a apnaqawi uñst'ayäwi  

ຊາຍ​ແລະ​ຍິງ​ໄດ້​ເປືອຍກາຍ​ຢູ່ ແຕ່​ພວກເຂົາ​ບໍ່​ຮູ້ສຶກ​ລະອາຍ​ກັນ​ເລີຍ.


ພຣະເຈົ້າ​ກ່າວ​ເຊັ່ນ​ນັ້ນ​ເພາະ​ພຣະອົງ​ຮູ້​ວ່າ ຖ້າ​ເຈົ້າ​ກິນ​ໝາກໄມ້​ນັ້ນ​ເມື່ອໃດ ເຈົ້າ​ກໍ​ຈະ​ເປັນ​ເໝືອນ​ພຣະເຈົ້າ ເມື່ອນັ້ນ, ແລ້ວ​ເຈົ້າ​ກໍ​ຈະ​ຮູ້ຈັກ​ຄວາມດີ ແລະ​ຮູ້ຈັກ​ຄວາມຊົ່ວ.”


ພໍ​ພວກເຂົາ​ເຂົ້າ​ໄປ​ໃນ​ນະຄອນ​ຊາມາເຣຍ ເອລີຊາ​ຈຶ່ງ​ພາວັນນາ​ອະທິຖານ​ວ່າ, “ຂ້າແດ່​ພຣະເຈົ້າຢາເວ ຂໍ​ພຣະອົງ​ເປີດ​ຕາ​ພວກເຂົາ​ໃຫ້​ເຫັນ​ເທີ້ນ.” ພຣະເຈົ້າຢາເວ​ໄດ້​ຕອບ​ຄຳພາວັນນາ​ອະທິຖານ​ຂອງ​ເພິ່ນ; ພຣະອົງ​ໃຫ້​ພວກເຂົາ​ເຫັນຮຸ່ງ ແລະ​ພວກເຂົາ​ຈຶ່ງ​ເຫັນ​ວ່າ​ພວກຕົນ​ພວມ​ຢູ່​ໃນ​ນະຄອນ​ຊາມາເຣຍ.


ພວກເຈົ້າ​ຈະ​ເປັນ​ດັ່ງ​ຄົນ​ທີ່​ກ່າວ​ໄວ້​ໃນ​ສຸພາສິດ​ວ່າ: ຜູ້​ທີ່​ຊອກ​ຫາ​ນອນ​ໃນ​ຕຽງ​ທີ່​ສັ້ນ​ໂພດ ແຖມ​ຫົ່ມ​ຜ້າ​ທີ່​ສັ້ນ​ບໍ່​ຫຸ້ມ​ຮອດ​ຕົນຕົວ.


ເພື່ອ​ປະຊາຊົນ​ຈະ​ໄດ້​ເຫັນ​ເຈົ້າ​ເປືອຍກາຍ ພວກເຂົາ​ຈະ​ໄດ້​ເຫັນ​ເຈົ້າ​ຕົກຕໍ່າ​ແລະ​ຂາຍໜ້າ. ເຮົາ​ຈະ​ລົງ​ມື​ແກ້ແຄ້ນ​ໃຫ້​ແກ່​ເຮົາເອງ ແລະ​ຈະ​ບໍ່ມີ​ຜູ້ໃດ​ຂັດຂືນ​ທັງ​ຢັບຢັ້ງ​ເຮົາ​ໄດ້.”


ກຽດສັກສີ​ທີ່​ເຄີຍ​ມີ​ນັ້ນ​ກໍ​ສູນສິ້ນ​ໝົດໄປ ນາງ​ເປືອຍຕົວ​ແລະ​ຖືກ​ຄົນ​ດູໝິ່ນ​ປະໝາດ. ນາງ​ຄໍ່າຄວນ​ແລະ​ລີ້ໜ້າ​ດ້ວຍ​ຄວາມ​ອັບອາຍ ນະຄອນ​ເຢຣູຊາເລັມ​ເປັນ​ມົນທິນ​ດ້ວຍ​ຕົນ​ເຮັດ​ບາບ.


ເມື່ອ​ຢູ່​ໃນ​ແດນ​ມໍຣະນາ ກໍ​ເປັນ​ທຸກ​ເວດທະນາ​ຫລາຍ ເສດຖີ​ນັ້ນ​ຈຶ່ງ​ເງີຍ​ໜ້າ​ຂຶ້ນ​ເຫັນ​ອັບຣາຮາມ​ຢູ່​ໄກ ແລະ​ເຫັນ​ລາຊາໂຣ​ຢູ່​ໃນ​ເອິກ​ຂອງທ່ານ.


ແລະ​ອະໄວຍະວະ​ສ່ວນ​ທີ່​ເຮົາ​ຖື​ວ່າ​ມີ​ກຽດ​ນ້ອຍ ເຮົາ​ກໍ​ຍັງ​ເຮັດ​ໃຫ້​ມີ​ກຽດ​ຫລາຍ​ຂຶ້ນ ແລະ​ອະໄວຍະວະ​ສ່ວນ​ທີ່​ບໍ່​ໜ້າເບິ່ງ​ນັ້ນ ເຮົາ​ກໍ​ເຮັດ​ໃຫ້​ເປັນ​ໜ້າເບິ່ງ​ຫລາຍ​ຂຶ້ນ.


ຄວາມ​ທົນທຸກ​ນີ້​ຈະ​ເຮັດ​ໃຫ້​ພວກເຈົ້າ​ເສຍຈິດ.


ພຣະອົງ​ກະທຳ​ເຊັ່ນ​ນີ້ ເພື່ອ​ແອບສອນ​ລູກຫລານ​ຂອງ​ຊາວ​ອິດສະຣາເອນ​ທຸກຄົນ ໃຫ້​ຮູ້ຈັກ​ກ່ຽວກັບ​ການ​ເຮັດ​ເສິກ ໂດຍ​ສະເພາະ​ຢ່າງຍິ່ງແລ້ວ ແມ່ນ​ຜູ້​ທີ່​ບໍ່ເຄີຍ​ສູ້ຮົບ​ມາກ່ອນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka