ປະຖົມມະການ 3:6 - ພຣະຄຳພີສັກສິ6 ຜູ້ຍິງເຫັນວ່າ ຕົ້ນໄມ້ນັ້ນຊ່າງງາມແທ້ ແລະໝາກໄມ້ກໍເປັນຕາຢາກກິນອີຫລີ ທັງຄິດວ່າ ຖ້າຕົນສະຫລາດຂຶ້ນອີກກໍຄົງດີຫລາຍ. ດັ່ງນັ້ນ ນາງຈຶ່ງປິດເອົາໝາກໄມ້ມາກິນ ແລ້ວກໍຍື່ນໃຫ້ຜົວຂອງຕົນກິນນຳດ້ວຍ ລາວກໍໄດ້ກິນ. Uka jalj uñjjattʼäta |
ແກ່ພວກເຈົ້າຊາວອິດສະຣາເອນວ່າ ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວວ່າ: ‘ເຮົາຈະເຮັດໃຫ້ພຣະວິຫານຂອງເຮົາເປັນມົນທິນ ຍ້ອນພວກເຈົ້າພາກພູມໃຈເຖິງຄວາມໝັ້ນຄົງຂອງພຣະວິຫານ. ພວກເຈົ້າມັກຈະແນມເບິ່ງພຣະວິຫານນັ້ນ ແລະມັກຈະເຂົ້າໄປໃນທີ່ນັ້ນ; ພວກລູກຊາຍຍິງຂອງພວກເຈົ້າທີ່ເຫຼືອຢູ່ໃນນະຄອນເຢຣູຊາເລັມ ຈະຖືກຂ້າໃນສົງຄາມ.
ໃນຈຳນວນສິ່ງຂອງທີ່ພວກເຮົາຢຶດມາໄດ້ນັ້ນ ຂ້ານ້ອຍໄດ້ເຫັນເສື້ອຄຸມງາມໂຕໜຶ່ງຂອງຊາວບາບີໂລນ ແລະເງິນໜັກປະມານສອງກິໂລກຼາມ ແລະຄຳແທ່ງໜຶ່ງໜັກກວ່າເຄິ່ງກິໂລກຼາມ. ຂ້ານ້ອຍຢາກໄດ້ສິ່ງເຫຼົ່ານັ້ນຫລາຍ ເລີຍໄດ້ເຊື່ອງເອົາໄວ້ ທ່ານຈະພົບສິ່ງເຫຼົ່ານັ້ນ ຝັງໄວ້ຢູ່ໃຕ້ພື້ນດິນໃນຜ້າເຕັນຂອງຂ້ານ້ອຍ ສ່ວນເງິນແມ່ນຢູ່ກ້ອງລຸ່ມນັ້ນ.”