Biblia Todo Logo
Internet tuqin Biblia

- Anuncios ukanaka -




ປະຖົມມະການ 3:5 - ພຣະຄຳພີສັກສິ

5 ພຣະເຈົ້າ​ກ່າວ​ເຊັ່ນ​ນັ້ນ​ເພາະ​ພຣະອົງ​ຮູ້​ວ່າ ຖ້າ​ເຈົ້າ​ກິນ​ໝາກໄມ້​ນັ້ນ​ເມື່ອໃດ ເຈົ້າ​ກໍ​ຈະ​ເປັນ​ເໝືອນ​ພຣະເຈົ້າ ເມື່ອນັ້ນ, ແລ້ວ​ເຈົ້າ​ກໍ​ຈະ​ຮູ້ຈັກ​ຄວາມດີ ແລະ​ຮູ້ຈັກ​ຄວາມຊົ່ວ.”

Uka jalj uñjjattʼäta Copia luraña




ປະຖົມມະການ 3:5
31 Jak'a apnaqawi uñst'ayäwi  

ເວັ້ນໄວ້​ແຕ່​ຕົ້ນ​ທີ່​ໃຫ້​ຮູ້ຈັກ​ຄວາມດີ ແລະ​ຮູ້ຈັກ​ຄວາມຊົ່ວ. ເຈົ້າ​ຢ່າ​ກິນ​ໝາກໄມ້​ໃນ​ຕົ້ນ​ນັ້ນ; ຖ້າ​ເຈົ້າ​ຂືນ​ກິນ​ເມື່ອໃດ ເຈົ້າ​ກໍຈະ​ຕາຍ​ເມື່ອນັ້ນ.”


ໃນ​ສວນ​ແຫ່ງ​ນີ້​ພຣະເຈົ້າຢາເວ​ພຣະເຈົ້າ​ບັນດານ​ໃຫ້​ມີ​ຕົ້ນໄມ້​ທຸກ​ຊະນິດ ໃບ​ຂຽວ​ງາມ​ດີ ແລະ​ໝາກໄມ້​ກໍ​ເປັນ​ໜ້າຢາກກິນ. ໃນ​ກາງ​ສວນ​ນັ້ນ​ພຣະອົງ​ບັນດານ​ໃຫ້​ມີ​ຕົ້ນໄມ້​ທີ່​ໃຫ້​ຊີວິດ, ໃຫ້​ຮູ້ຈັກ​ດີ ແລະ​ຮູ້ຈັກ​ຊົ່ວ.


ລາວ​ຕອບ​ວ່າ, “ຂ້ານ້ອຍ​ໄດ້ຍິນ​ສຽງ​ຂອງ​ພຣະອົງ​ຢູ່​ໃນ​ສວນ; ຂ້ານ້ອຍ​ຢ້ານ​ຫລາຍ ຈຶ່ງ​ຫລົບລີ້​ຊ່ອນຕົວ​ຢູ່ ເພາະ​ຂ້ານ້ອຍ​ປະເປືອຍ​ຢູ່.”


ແລ້ວ​ພຣະເຈົ້າຢາເວ​ພຣະເຈົ້າ​ກໍ​ກ່າວ​ວ່າ, “ບັດ​ນີ້ ມະນຸດ​ໄດ້​ກາຍເປັນ​ເໝືອນ​ຜູ້ໜຶ່ງ​ຢູ່​ໃນ​ພວກເຮົາ ແລະ​ທັງ​ຮູ້ຈັກ​ຄວາມດີ ແລະ​ຮູ້ຈັກ​ຄວາມຊົ່ວ. ເຮົາ​ຈະ​ບໍ່​ອະນຸຍາດ​ໃຫ້​ພວກເຂົາ​ຢື້​ມື​ໄປ​ປິດ​ເອົາ​ໝາກໄມ້​ຈາກ​ຕົ້ນ​ທີ່​ໃຫ້​ຊີວິດ​ມາ​ກິນ ແລະ​ມີ​ຊີວິດ​ນິຣັນດອນ.”


ຫລັງຈາກ​ກິນ​ໝາກໄມ້​ແລ້ວ ພວກເຂົາ​ກໍ​ມີ​ຄວາມ​ເຂົ້າໃຈ​ໃນທັນໃດ ແລະ​ທັງ​ຮູ້​ວ່າ​ພວກ​ຕົນ​ປະເປືອຍ​ຢູ່. ດັ່ງນັ້ນ ພວກເຂົາ​ຈຶ່ງ​ພາກັນ​ເອົາ​ໃບໄມ້​ມາ​ຫຍິບ​ເຂົ້າ​ກັນ ເພື່ອ​ປົກປິດ​ຮ່າງກາຍ​ຕົນເອງ​ໄວ້.


ດັ່ງນັ້ນ ກະສັດ​ອາຮາບ​ຈຶ່ງ​ເອີ້ນ​ບັນດາ​ຜູ້ທຳນວາຍ​ທັງໝົດ​ມາ ປະມານ​ສີ່ຮ້ອຍ​ຄົນ ແລະ​ຖາມ​ພວກເຂົາ​ວ່າ, “ຂ້າພະເຈົ້າ​ຄວນ​ຈະ​ໄປ​ໂຈມຕີ​ເອົາ​ເມືອງ​ຣາໂມດ​ຫລື​ບໍ່?” ພວກເຂົາ​ຕອບ​ວ່າ, “ໂຈມຕີ​ໂລດ ພຣະເຈົ້າຢາເວ​ຈະ​ໃຫ້​ທ່ານ​ໄຊຊະນະ.”


ບັດນີ້ ຢ່າ​ປ່ອຍ​ໃຫ້​ເຮເຊກີຢາ​ຫລອກລວງ ຫລື​ນຳພາ​ພວກເຈົ້າ​ໄປ​ໃນ​ທາງ​ຜິດ​ຢ່າງນັ້ນ​ເລີຍ. ຢ່າ​ສູ່​ເຊື່ອ​ລາວ ບໍ່ມີ​ພະ​ຂອງ​ຊົນຊາດ​ໃດ​ດອກ ທີ່​ສາມາດ​ຊ່ວຍ​ປະຊາຊົນ​ຂອງຕົນ ຈາກ​ມື​ຂອງ​ຂ້ອຍ​ແລະ​ຈາກ​ມື​ຂອງ​ບັນພະບຸລຸດ​ຂອງ​ຂ້ອຍ​ໄດ້. ສະນັ້ນ ຈຶ່ງ​ແນ່ນອນ​ທີ່ສຸດ​ວ່າ ພຣະເຈົ້າ​ຂອງ​ພວກເຈົ້າ​ກໍ​ຊ່ວຍ​ພວກເຈົ້າ​ໃຫ້​ພົ້ນ​ຈາກ​ກຳມື​ຂອງ​ຂ້ອຍ​ບໍ່ໄດ້​ຄືກັນ.”


“ພຽງແຕ່​ພວກເຮົາ​ກ່າວ​ອອກ​ປາກ​ກໍໄດ້​ສິ່ງ​ທີ່​ຕ້ອງການ ຈະ​ເວົ້າ​ສິ່ງ​ທີ່​ໃຈ​ຕ້ອງການ ແລະ​ຜູ້ໃດ​ຈະ​ຢັບຢັ້ງ​ໄດ້.”


ຢ່າ​ໃຊ້​ຊື່​ຂອງເຮົາ​ໄປ​ໃນ​ທາງ​ຊົ່ວຮ້າຍ ເພາະ​ເຮົາ​ແມ່ນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ເຈົ້າ, ພຣະເຈົ້າຢາເວ​ຈະ​ເອົາ​ໂທດ​ກັບ​ທຸກໆ​ຄົນ​ທີ່​ເຮັດ​ເຊັ່ນນັ້ນ.


ກະສັດ​ຟາໂຣ​ຖາມ​ວ່າ, “ພຣະເຈົ້າຢາເວ​ແມ່ນ​ໃຜ? ເປັນຫຍັງ​ເຮົາ​ຈະ​ຕ້ອງ​ຟັງ ແລະ​ປ່ອຍ​ປະຊາຊົນ​ພວກ​ນີ້​ໄປ? ເຮົາ​ບໍ່​ຮູ້ຈັກ​ພຣະເຈົ້າຢາເວ ແລະ​ເຮົາ​ຈະ​ບໍ່​ປ່ອຍ​ປະຊາຊົນ​ອິດສະຣາເອນ​ໄປ.”


ຂ້ອຍ​ຈະ​ຕ້ອງ​ຂຶ້ນໄປ​ເໜືອ​ຈອມເມກ ແລະ​ເປັນ​ດັ່ງ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່.”


ດ້ວຍ​ການຕົວະ​ຂອງ​ພວກເຈົ້າ​ນັ້ນ ພວກເຈົ້າ​ເຮັດ​ໃຫ້​ຄົນ​ຊອບທຳ​ໝົດ​ກຳລັງໃຈ ຄື​ຄົນ​ທີ່​ເຮົາ​ບໍ່​ຕ້ອງການ​ທຳຮ້າຍ. ພວກເຈົ້າ​ປ້ອງກັນ​ຄົນຊົ່ວ​ໄວ້​ບໍ່​ໃຫ້​ພວກເຂົາ​ປະຖິ້ມ​ຄວາມຊົ່ວ ແລະ​ຊ່ວຍ​ເອົາ​ຊີວິດ​ຂອງ​ພວກເຂົາ​ໄວ້.


“ມະນຸດ​ເອີຍ ຈົ່ງ​ຄໍ່າຄວນ​ເຖິງ​ຊາຕາກຳ​ທີ່​ກຳລັງ​ລໍຄອຍ​ກະສັດ​ແຫ່ງ​ຕີເຣ​ຢູ່. ຈົ່ງ​ບອກ​ສິ່ງ​ທີ່​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກຳລັງ​ກ່າວ​ຕໍ່​ລາວ​ວ່າ, ‘ຄັ້ງ​ໜຶ່ງ ເຈົ້າ​ເຄີຍ​ເປັນ​ແບບຢ່າງ​ເຖິງ​ຄວາມ​ຄົບຖ້ວນ​ບໍຣິບູນ. ເຈົ້າ​ເປັນ​ຄົນ​ສະຫລາດ​ຫລັກແຫລມ ແລະ​ຮູບຮ່າງ​ກໍ​ສະຫງ່າງາມ​ແທ້ໆ


“ມະນຸດ​ເອີຍ ຈົ່ງ​ບອກ​ຜູ້ປົກຄອງ​ນະຄອນ​ຕີເຣ ສິ່ງ​ທີ່​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ຕໍ່​ລາວ​ວ່າ, ‘ເພາະ​ເຈົ້າ​ອວດຕົວ​ຂຶ້ນ ເຈົ້າ​ຈຶ່ງ​ອ້າງ​ຕົນເອງ​ວ່າ​ເປັນ​ພະ. ເຈົ້າ​ກ່າວ​ວ່າ​ເຈົ້າ​ເປັນ​ດັ່ງ​ພະ​ຕົນ​ໜຶ່ງ​ທີ່​ນັ່ງ​ເທິງ​ບັນລັງ ຊຶ່ງ​ມີ​ທະເລ​ທັງຫລາຍ​ອ້ອມ​ລ້ອມ​ເຈົ້າ​ໄວ້. ເຈົ້າ​ທຳ​ຕົນ​ເປັນ​ພະ​ບໍ່ໄດ້​ດອກ ເພາະ​ເຈົ້າ​ເປັນ​ມະນຸດ​ແຕ່​ບໍ່ແມ່ນ​ພະ.


ເມື່ອ​ພວກເຂົາ​ມາ​ສັງຫານ​ເຈົ້າ​ນັ້ນ ເຈົ້າ​ຍັງ​ຈະ​ອ້າງ​ເຈົ້າ​ເອງ​ວ່າ, ເຈົ້າ​ເປັນ​ພຣະ​ຕົນ​ໜຶ່ງ​ຢູ່​ບໍ? ເມື່ອ​ປະເຊີນ​ໜ້າ​ກັບ​ຜູ້​ມາ​ສັງຫານ​ເຈົ້າ​ນັ້ນ ເຈົ້າ​ຈະ​ເປັນ​ມະນຸດ​ແລະ​ບໍ່ແມ່ນ​ພຣະ​ຫຍັງ​ເລີຍ.


ຈົ່ງ​ບອກ​ວ່າ ຕໍ່ໄປນີ້​ແມ່ນ​ສິ່ງ​ທີ່​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ແກ່​ກະສັດ​ແຫ່ງ​ເອຢິບ​ວ່າ, ‘ເຮົາ​ເປັນ​ສັດຕູ​ຂອງ​ເຈົ້າ, ເຈົ້າ​ເປັນ​ແຂ້​ຕົວ​ຮ້າຍກາດ​ທີ່​ກຳລັງ​ນອນ​ຢູ່​ໃນ​ນໍ້າ. ເຈົ້າ​ກ່າວ​ວ່າ​ນໍ້ານິນ​ເປັນ​ຂອງເຈົ້າ​ແລະ​ເຈົ້າ​ສ້າງ​ມັນ​ຂຶ້ນ​ມາ.


ເພິ່ນ​ໄດ້​ກ່າວ​ວ່າ, “ເບິ່ງດູ ນະຄອນ​ບາບີໂລນ​ນີ້​ເປັນ​ເມືອງ​ໃຫຍ່​ຫລາຍ ເຮົາ​ໄດ້​ສ້າງ​ໃຫ້​ເປັນ​ເມືອງ​ຫລວງ​ຂອງເຮົາ ເພື່ອ​ສະແດງ​ເຖິງ​ອຳນາດ ແລະ​ຄວາມ​ຍິ່ງໃຫຍ່ ກຽດຕິຍົດ ແລະ​ສະຫງ່າຣາສີ​ຂອງເຮົາ.”


ພວກ​ຂ້ານ້ອຍ​ທັງໝົດ​ຜູ້​ບໍລິຫານ​ອານາຈັກ​ຂອງທ່ານ ຄື​ຜູ້​ກວດກາ​ຣາຊການ​ແຜ່ນດິນ, ເຈົ້າແຂວງ, ຮອງ​ເຈົ້າແຂວງ ແລະ​ພວກ​ຂ້າຣາຊການ​ຄົນອື່ນໆ​ໄດ້​ຕົກລົງ​ກັນ​ເຫັນດີ​ວ່າ ພະຣາຊາ​ສົມຄວນ​ຈະ​ອອກ​ຄຳສັ່ງ​ຢ່າງ​ໜຶ່ງ ແລະ​ໃຫ້​ທຸກຄົນ​ເຮັດ​ຕາມ​ຢ່າງ​ເຂັ້ມງວດ. ໃຫ້​ອອກ​ຄຳສັ່ງ​ວ່າ​ໃນ​ສາມສິບ​ວັນ​ນີ້ ຢ່າ​ໃຫ້​ຜູ້ໃດ​ພາວັນນາ​ອະທິຖານ​ຂໍ​ສິ່ງໃດ​ຈາກ​ພຣະ ຫລື​ຄົນ​ໃດໆ​ທັງ​ສິ້ນ ເວັ້ນໄວ້​ແຕ່​ຂໍ​ຈາກ​ພະຣາຊາ​ເທົ່ານັ້ນ. ຜູ້ໃດ​ຜູ້ໜຶ່ງ​ທີ່​ຝ່າຝືນ​ຄຳສັ່ງ​ນີ້​ຈະ​ຖືກ​ໂຍນ​ເຂົ້າ​ໄປ​ໃນ​ຖໍ້າ​ສິງ.


ແຕ່​ຖ້າ​ຕາ​ຂອງ​ເຈົ້າ​ບໍ່​ດີ ຮ່າງກາຍ​ທຸກ​ສ່ວນ​ກໍ​ຈະ​ຢູ່​ໃນ​ຄວາມມືດ. ດັ່ງນັ້ນ ຖ້າ​ຄວາມ​ສະຫວ່າງ​ໃນ​ຕົວ​ຂອງ​ເຈົ້າ​ມືດ​ໄປ ຄວາມມືດ​ນັ້ນ​ກໍ​ຈະ​ໜາ​ເທົ່າ​ໃດ​ໜໍ.”


ເຮົາ​ໃຊ້​ເຈົ້າ​ໄປ​ກໍ​ເພື່ອ​ວ່າ ເຈົ້າ​ຈະ​ໄຂ​ຕາ​ຄົນ​ເຫຼົ່ານັ້ນ ແລະ​ເພື່ອ​ວ່າ ເຈົ້າ​ຈະ​ນຳ​ພວກເຂົາ​ອອກ​ຈາກ​ຄວາມມືດ ມາ​ຫາ​ຄວາມ​ສະຫວ່າງ ແລະ​ຈາກ​ອຳນາດ​ຂອງ​ມານຊາຕານ ມາ​ຫາ​ພຣະເຈົ້າ ໂດຍ​ວາງໃຈເຊື່ອ​ໃນ​ເຮົາ​ບາບກຳ​ຂອງ​ພວກເຂົາ​ຈະ​ໄດ້​ຮັບ​ການອະໄພ ແລະ​ຮັບ​ສ່ວນ​ໃນ​ທ່າມກາງ​ປະຊາຊົນ​ທີ່​ພຣະເຈົ້າ​ໄດ້​ເລືອກ​ໄວ້.”’


ແຕ່​ເຮົາ​ຢ້ານ​ວ່າ, ຄວາມ​ຄິດ​ຂອງ​ພວກເຈົ້າ​ຈະ​ຖືກ​ລໍ້ລວງ​ໃຫ້​ຫລົງ​ຜິດ​ໄປ ຈະ​ປະຖິ້ມ​ຄວາມ​ຜູກພັນ​ອັນ​ສັດຊື່​ແລະ​ບໍຣິສຸດ​ທີ່​ມີ​ຕໍ່​ພຣະຄຣິດ ໃນ​ທຳນອງ​ດຽວ​ກັບ​ນາງ​ເອວາ​ທີ່​ຖືກ​ຫລອກລວງ​ດ້ວຍ​ກົນ​ອຸບາຍ​ອັນ​ເລິກແລບ​ຂອງ​ງູ.


ສຳລັບ​ຄົນ​ທີ່​ບໍ່​ເຊື່ອ​ນັ້ນ ພະ​ຂອງ​ໂລກນີ້​ໄດ້​ເຮັດ​ໃຫ້​ຈິດໃຈ​ຂອງ​ພວກເຂົາ​ມືດມົວ​ໄປ ເພື່ອ​ບໍ່​ໃຫ້​ພວກເຂົາ​ເຫັນ​ແສງ​ສະຫວ່າງ​ຂອງ​ຂ່າວປະເສີດ ເລື່ອງ​ພຣະ​ສະຫງ່າຣາສີ​ຂອງ​ພຣະຄຣິດ ຜູ້​ຊົງ​ມີ​ລັກສະນະ​ຂອງ​ພຣະເຈົ້າ.


ມັນ​ຈະ​ຂັດຂວາງ​ທຸກສິ່ງ​ທີ່​ມະນຸດ​ຂາບໄຫວ້ ແລະ​ທຸກສິ່ງ​ທີ່​ມະນຸດ​ຖື​ເປັນ​ພຣະເຈົ້າ ແລະ​ຈະ​ຍົກ​ຕົວ​ຂຶ້ນ​ເໜືອ​ສິ່ງ​ເຫຼົ່ານັ້ນ​ທັງໝົດ. ມັນ​ຈະ​ເຂົ້າ​ໄປ​ນັ່ງ​ຢູ່​ໃນ​ວິຫານ​ຂອງ​ພຣະເຈົ້າ ແລະ​ອ້າງ​ຕົນເອງ​ວ່າ​ເປັນ​ພຣະເຈົ້າ.


ມັນ​ຫລອກລວງ​ຄົນ​ທັງຫລາຍ ທີ່​ຢູ່​ໃນ​ໂລກ​ດ້ວຍ​ໝາຍສຳຄັນ ທີ່​ຊົງ​ໃຫ້​ມັນ​ເຮັດ​ຕໍ່ໜ້າ​ສັດຮ້າຍ​ໂຕ​ເດີມ​ນັ້ນ ແລະ​ມັນ​ສັ່ງ​ໃຫ້​ເຂົາ​ສ້າງ​ຮູບ​ສັດຮ້າຍ ທີ່​ຖືກ​ຟັນ​ດ້ວຍ​ດາບ​ແຕ່​ຍັງ​ບໍ່​ຕາຍ​ນັ້ນ.


ພວກເຂົາ​ບູຊາ​ພະຍານາກ ເພາະ​ມັນ​ໄດ້​ໃຫ້​ອຳນາດ​ແກ່​ສັດຮ້າຍ​ນັ້ນ ແລະ​ພວກເຂົາ​ໄດ້​ບູຊາ​ສັດຮ້າຍ​ນັ້ນ ໂດຍ​ກ່າວ​ວ່າ, “ໃຜ​ຈະ​ປຽບ​ປານ​ກັບ​ສັດ​ນີ້​ໄດ້ ແລະ​ຜູ້ໃດ​ຈະ​ສາມາດ​ສູ້ຮົບ​ກັບ​ສັດ​ນີ້​ໄດ້.”


ພຣະອົງ​ກະທຳ​ເຊັ່ນ​ນີ້ ເພື່ອ​ແອບສອນ​ລູກຫລານ​ຂອງ​ຊາວ​ອິດສະຣາເອນ​ທຸກຄົນ ໃຫ້​ຮູ້ຈັກ​ກ່ຽວກັບ​ການ​ເຮັດ​ເສິກ ໂດຍ​ສະເພາະ​ຢ່າງຍິ່ງແລ້ວ ແມ່ນ​ຜູ້​ທີ່​ບໍ່ເຄີຍ​ສູ້ຮົບ​ມາກ່ອນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka