Biblia Todo Logo
Internet tuqin Biblia

- Anuncios ukanaka -




ປະຖົມມະການ 3:3 - ພຣະຄຳພີສັກສິ

3 ພຣະເຈົ້າ​ບອກ​ພວກເຮົາ​ບໍ່​ໃຫ້​ກິນ ຫລື​ແມ່ນແຕ່​ແຕະຕ້ອງ​ມັນ​ເປັນ​ເດັດຂາດ. ຖ້າ​ພວກເຮົາ​ຂືນ​ກິນ​ເມື່ອໃດ ພວກເຮົາ​ກໍຈະ​ຕາຍ​ເມື່ອນັ້ນ.”

Uka jalj uñjjattʼäta Copia luraña




ປະຖົມມະການ 3:3
12 Jak'a apnaqawi uñst'ayäwi  

ພຣະເຈົ້າ​ຕອບ​ເພິ່ນ​ທາງ​ຄວາມຝັນ​ວ່າ, “ຖືກຕ້ອງ ເຮົາ​ຮູ້​ດີ​ວ່າ​ເຈົ້າ​ໄດ້​ເຮັດ​ໄປ​ດ້ວຍ​ຄວາມ​ບໍຣິສຸດ​ໃຈ. ສະນັ້ນ ເຮົາ​ຈຶ່ງ​ປ້ອງກັນ​ເຈົ້າ​ໄວ້​ບໍ່​ໃຫ້​ເຮັດ​ຜິດ​ຕໍ່​ເຮົາ ແລະ​ບໍ່​ໃຫ້​ເຈົ້າ​ໄດ້​ແຕະຕ້ອງ​ນາງ.


ຜູ້ຍິງ​ຈຶ່ງ​ຕອບ​ງູ​ວ່າ, “ໝາກໄມ້​ທຸກ​ຕົ້ນ​ຢູ່​ໃນ​ສວນ​ນີ້ ພວກເຮົາ​ກິນ​ໄດ້​ໝົດ ເວັ້ນໄວ້​ແຕ່​ໝາກໄມ້​ໃນ​ຕົ້ນ​ທີ່​ຢູ່​ກາງ​ສວນ.


ແຕ່​ງູ​ໄດ້​ກ່າວ​ຕໍ່​ຜູ້ຍິງ​ວ່າ, “ບໍ່​ເປັນ​ຄວາມຈິງ​ດອກ ເຈົ້າ​ຈະ​ບໍ່​ຕາຍ.


“ຢ່າ​ສູ່​ທຳຮ້າຍ​ຜູ້ຮັບໃຊ້​ທີ່​ເຮົາ​ເລືອກ​ເອົາ ຢ່າ​ສູ່​ແຕະຕ້ອງ​ຜູ້ທຳນວາຍ​ຂອງ​ເຮົາ​ນັ້ນ.”


ແຕ່​ບັດນີ້​ຖ້າ​ວ່າ ພຣະອົງ​ເອົາ​ທຸກໆ​ສິ່ງ​ທີ່​ລາວ​ມີ​ໄປ​ໝົດ ລາວ​ກໍ​ຈະ​ສາບແຊ່ງ​ພຣະອົງ​ຕໍ່ໜ້າ​ໂລດ.”


ພວກເຈົ້າ​ເປັນ​ເພື່ອນ​ຂ້ອຍ ສົງສານ​ຂ້ອຍ​ແດ່ແມ ມື​ພຣະເຈົ້າ​ທຸບຕີ​ຂ້ອຍ ໃຫ້​ລົ້ມລົງ​ສາ​ແລ້ວ.


ແຕ່​ບັດນີ້ ຖ້າ​ວ່າ​ພຣະອົງ​ໃຫ້​ຕົວ​ລາວ​ເຈັບປວດ ລາວ​ກໍ​ຈະ​ສາບແຊ່ງ​ພຣະອົງ​ຕໍ່ໜ້າ​ໂລດ.”


ເລື່ອງ​ທີ່​ພວກເຈົ້າ​ໄດ້​ຂຽນ​ຈົດໝາຍ​ມາ​ນັ້ນ ຂໍ​ຕອບ​ວ່າ, ການ​ທີ່​ຜູ້ຊາຍ​ບໍ່​ແຕະຕ້ອງ​ກັບ​ແມ່ຍິງ​ນັ້ນ ກໍ​ເປັນ​ການ​ດີ.


ດ້ວຍເຫດນັ້ນ ອົງພຣະ​ຜູ້​ເປັນເຈົ້າ​ຈຶ່ງ​ກ່າວ​ວ່າ, “ຈົ່ງ​ແຍກ​ຕົວ​ອອກ​ຈາກ​ທ່າມກາງ​ພວກເຂົາ ແລະ​ຈົ່ງ​ຕັ້ງ​ຢູ່​ຕ່າງຫາກ ຢ່າ​ແຕະຕ້ອງ​ສິ່ງ​ທີ່​ເປັນ​ມົນທິນ ແລະ​ເຮົາ​ຈຶ່ງ​ຈະ​ຮັບ​ເອົາ​ພວກເຈົ້າ​ໄວ້.


“ຢ່າ​ຈັບ” “ຢ່າ​ຊີມ” “ຢ່າ​ແຕະຕ້ອງ”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka