2 ຜູ້ຍິງຈຶ່ງຕອບງູວ່າ, “ໝາກໄມ້ທຸກຕົ້ນຢູ່ໃນສວນນີ້ ພວກເຮົາກິນໄດ້ໝົດ ເວັ້ນໄວ້ແຕ່ໝາກໄມ້ໃນຕົ້ນທີ່ຢູ່ກາງສວນ.
ແລ້ວພຣະເຈົ້າຢາເວພຣະເຈົ້າສັ່ງລາວວ່າ, “ໝາກໄມ້ທຸກຕົ້ນໃນສວນນີ້ເຈົ້າກິນໄດ້
ເວັ້ນໄວ້ແຕ່ຕົ້ນທີ່ໃຫ້ຮູ້ຈັກຄວາມດີ ແລະຮູ້ຈັກຄວາມຊົ່ວ. ເຈົ້າຢ່າກິນໝາກໄມ້ໃນຕົ້ນນັ້ນ; ຖ້າເຈົ້າຂືນກິນເມື່ອໃດ ເຈົ້າກໍຈະຕາຍເມື່ອນັ້ນ.”
ພຣະເຈົ້າບອກພວກເຮົາບໍ່ໃຫ້ກິນ ຫລືແມ່ນແຕ່ແຕະຕ້ອງມັນເປັນເດັດຂາດ. ຖ້າພວກເຮົາຂືນກິນເມື່ອໃດ ພວກເຮົາກໍຈະຕາຍເມື່ອນັ້ນ.”
ພວກເຂົາເຕັມໄປດ້ວຍພິດ ເໝືອນດັ່ງງູພິດທັງຫລາຍ ອັດຫູບັງຕາຕົນເອງດັ່ງງູເຫົ່າຫູໜວກ