Biblia Todo Logo
Internet tuqin Biblia

- Anuncios ukanaka -




ປະຖົມມະການ 3:16 - ພຣະຄຳພີສັກສິ

16 ແລ້ວ​ພຣະອົງ​ກໍໄດ້​ກ່າວ​ກັບ​ຍິງ​ນັ້ນ​ວ່າ, “ເຮົາ​ຈະ​ເພີ່ມ​ຄວາມ​ລຳບາກ​ເມື່ອ​ເຈົ້າ​ຖືພາ, ເຈົ້າ​ຈະ​ຕ້ອງ​ເບັ່ງ​ລູກ​ອອກ​ມາ​ຢ່າງ​ເຈັບປວດ​ເຫລືອລົ້ນ. ເຖິງ​ປານ​ນັ້ນ​ເຈົ້າ​ກໍ​ບໍ່​ພົ້ນ​ທີ່​ຢາກ​ໄດ້​ຜົວ, ແລ້ວ​ຜົວ​ຂອງ​ເຈົ້າ​ນັ້ນ​ຈະ​ເປັນ​ນາຍ​ເໜືອ​ເຈົ້າ.”

Uka jalj uñjjattʼäta Copia luraña




ປະຖົມມະການ 3:16
30 Jak'a apnaqawi uñst'ayäwi  

ຖ້າ​ເຈົ້າ​ເຮັດ​ໃນ​ສິ່ງ​ທີ່​ຖືກຕ້ອງ ເຈົ້າ​ກໍ​ຄວນ​ຍິ້ມແຍ້ມແຈ່ມໃສ; ແຕ່​ດ້ວຍວ່າ​ເຈົ້າ​ເຮັດ​ຊົ່ວ ຄື​ບາບ​ທີ່​ກຳລັງ​ລໍ​ຢູ່​ທີ່​ປະຕູ​ເຮືອນ​ຄອຍຖ້າ​ຄຸບ​ກິນ​ເຈົ້າ. ມັນ​ຢາກ​ປົກຄອງ​ເຈົ້າ ແຕ່​ເຈົ້າ​ຕ້ອງ​ເອົາ​ຊະນະ​ມັນ​ໃຫ້​ໄດ້.”


ມີ​ຊາຍ​ຄົນ​ໜຶ່ງ​ຊື່​ວ່າ​ຢາເບດ ແລະ​ລາວ​ໄດ້​ຮັບ​ການ​ນັບຖື​ຫລາຍກວ່າ​ໝູ່​ໃນ​ຄອບຄົວ. ແມ່​ຂອງ​ລາວ​ໄດ້​ໃສ່​ຊື່​ໃຫ້​ວ່າ​ຢາເບດ ເພາະ​ເມື່ອ​ຄອດ​ລາວ​ອອກ​ມາ​ນັ້ນ ນາງ​ໄດ້​ຮັບ​ຄວາມ​ເຈັບປວດ​ຫລາຍ.


ເມື່ອ​ທົ່ວ​ທັງ​ອານາຈັກ​ອັນ​ກວ້າງໃຫຍ່​ໄພສານ​ນີ້ ໄດ້ຍິນ​ເຖິງ​ຄຳ​ປະກາດ​ຂອງທ່ານ​ແລ້ວ; ຜູ້ຍິງ​ທຸກຄົນ​ກໍ​ຈະ​ປະຕິບັດ​ຕໍ່​ຜົວ​ຂອງຕົນ​ດ້ວຍ​ຄວາມນັບຖື ບໍ່​ວ່າ​ຈະ​ເປັນ​ຄົນ​ຮັ່ງມີ​ຫລື​ຍາກຈົນ​ກໍຕາມ.”


ໃນ​ທີ່ນັ້ນ ພວກເຂົາ​ຕ່າງ​ກໍ​ຢ້ານ​ໃຫຍ່​ທັງ​ເຈັບປວດ​ໜັກ ດັ່ງ​ຍິງ​ຄົນ​ໜຶ່ງ​ທີ່​ກຳລັງ​ຈະ​ເກີດ​ລູກ


ພວກເຂົາ​ທຸກຄົນ​ຈະ​ຢ້ານກົວ​ຍິ່ງ ແລະ​ເຈັບປວດ​ໜັກ ຄື​ເຈັບ​ດັ່ງ​ຜູ້ຍິງ​ຈະ​ຄອດ​ລູກ. ພວກເຂົາ​ຈະ​ເບິ່ງ​ກັນແລະກັນ​ດ້ວຍ​ຄວາມ​ຢ້ານກົວ ແລະ​ສີໜ້າ​ຂອງ​ພວກເຂົາ​ກໍ​ຮູ້ສຶກ​ເຜົາຮ້ອນ​ດ້ວຍ​ຄວາມ​ອັບອາຍ.


ສິ່ງ​ທີ່​ຂ້າພະເຈົ້າ​ໄດ້​ເຫັນ ແລະ​ໄດ້ຍິນ​ໃນ​ນິມິດ​ນັ້ນ ເຮັດ​ໃຫ້​ຂ້າພະເຈົ້າ​ຢ້ານກົວ​ເຕັມທີ ແລະ​ເຈັບປວດ​ເໝືອນ​ຜູ້ຍິງ​ຄອດ​ລູກ.


ຫລັງຈາກ​ມີ​ຊີວິດ​ຢ່າງ​ທົນທຸກ​ທໍລະມານ ທ່ານ​ກໍ​ຈະ​ມີ​ຄວາມສຸກ​ຊົມຊື່ນ​ຍິນດີ​ອີກ; ທ່ານ​ຈະ​ຮູ້ວ່າ​ທ່ານ​ບໍ່ໄດ້​ທົນ​ທຸກຢ່າງ​ໄຮ້​ຜົນ ເປັນ​ຜູ້ຮັບໃຊ້​ອຸທິດຕົນ​ທີ່​ເຮົາ​ພໍໃຈ​ນຳ​ແທ້ໆ. ທ່ານ​ຈະ​ແບກ​ໂທດກຳ​ຂອງ​ຄົນ​ທັງຫລາຍ ເພື່ອ​ເຫັນ​ແກ່​ທ່ານ ເຮົາ​ຈະ​ຍົກໂທດ​ໃຫ້​ພວກເຂົາ.


ເຈົ້າ​ຈະ​ເວົ້າ​ຢ່າງໃດ ເມື່ອ​ຄົນ​ທີ່​ເຈົ້າ​ຄິດວ່າ​ເປັນ​ມິດ ຮົບ​ຊະນະ​ເຈົ້າ ແລະ​ປົກຄອງ​ເຈົ້າ? ເຈົ້າ​ຈະ​ເຈັບປວດ​ດັ່ງ​ຜູ້ຍິງ​ກຳລັງ​ຄອດ​ລູກ.


ພວກເຈົ້າ​ພັກຜ່ອນ​ຢູ່​ທ່າມກາງ​ກົກ​ແປກ​ທັງຫລາຍ ຊຶ່ງ​ໄດ້​ຖືກ​ນຳ​ມາ​ຈາກ​ເລບານອນ​ພຸ້ນ; ແຕ່​ເມື່ອ​ຖືກ​ເຈັບປວດ ພວກເຈົ້າ​ຈະ​ໜ້າສົງສານ​ສໍ່າໃດ ເຈັບປວດ​ໜັກໜ່ວງ​ດັ່ງ​ຜູ້ຍິງ​ກຳລັງ​ຈະ​ຄອດ​ລູກ.


ຂ້ານ້ອຍ​ໄດ້ຍິນ​ສຽງ​ຮ້ອງ​ດັ່ງ​ຜູ້ຍິງ​ກຳລັງ​ຄອດ​ລູກ ຄວນຄາງ​ເຈັບປວດ​ທີ່ສຸດ​ຄືກັບ​ການ​ເກີດລູກ​ກົກ. ສຽງ​ຮ້ອງ​ເກືອບ​ໃຈ​ຈະ​ຂາດ​ຂອງ​ນະຄອນ​ເຢຣູຊາເລັມ ຊຶ່ງ​ກຳລັງ​ຄວນຄາງ ແລະ​ວອນຂໍ​ໃຫ້​ຊ່ວຍ; ນາງ​ຢຽດ​ມື​ອອກ ແລະ​ເວົ້າ​ອອກ​ມາ​ວ່າ, “ເຄາະກຳ​ຂ້ອຍ​ນໍ ພວກເຂົາ​ກຳລັງ​ຈະ​ມາ​ຂ້າ​ຂ້ອຍ.”


ປະຊາຊົນ​ດາມັສກັດ​ອ່ອນ​ກຳລັງ ແລະ​ປົບໜີໄປ​ດ້ວຍ​ຄວາມ​ຢ້ານກົວ​ຫລາຍ. ພວກເຂົາ​ເຈັບປວດ ແລະ​ທົນທຸກ​ທໍລະມານ​ດັ່ງ​ຜູ້ຍິງ​ຄອດ​ລູກ.


ປະຊາຊົນ​ອິດສະຣາເອນ​ເວົ້າ​ວ່າ, “ພໍ​ພວກເຮົາ​ໄດ້ຍິນ​ຂ່າວ​ຂອງ​ເສິກ ມື​ຂອງ​ພວກເຮົາ​ກໍ​ອ່ອນເພຍ​ລົງ; ພວກເຮົາ​ເປັນທຸກໃຈ​ຫລາຍ ແລະ​ເຈັບປວດ​ໜັກ ເໝືອນ​ດັ່ງ​ແມ່ຍິງ​ທີ່​ກຳລັງ​ຈະ​ອອກລູກ.


ຜົວ​ຂອງ​ນາງ​ມີ​ສິດ​ທີ່​ຈະ​ຮັບຮອງ ຫລື​ຍົກເລີກ​ຄຳ​ບະບົນ ຫລື​ສັນຍາ​ຕ່າງໆ​ທີ່​ນາງ​ໄດ້​ເຮັດ​ໄວ້.


ເມື່ອ​ແມ່ຍິງ​ໃກ້​ຈະ​ເກີດ​ລູກ ນາງ​ກໍ​ໂສກເສົ້າ​ເພາະ​ເວລາ​ແຫ່ງ​ຄວາມ​ເຈັບປວດ​ໄດ້​ມາ​ເຖິງ, ແຕ່​ເມື່ອ​ລູກ​ເກີດ​ມາ​ແລ້ວ ນາງ​ກໍ​ບໍ່​ຄິດເຖິງ​ຄວາມ​ເຈັບປວດ​ນັ້ນ​ອີກ ເພາະ​ນາງ​ຊົມຊື່ນ​ຍິນດີ​ທີ່​ຄົນ​ຜູ້ໜຶ່ງ​ເກີດ​ມາ​ສູ່​ໂລກ.


ແຕ່​ເຮົາ​ຢາກ​ໃຫ້​ພວກເຈົ້າ​ເຂົ້າໃຈ​ວ່າ, ພຣະຄຣິດ​ຊົງ​ເປັນ​ປະມຸກ​ຂອງ​ຜູ້ຊາຍ​ທຸກຄົນ ຜົວ​ເປັນ​ປະມຸກ​ເມຍ​ຂອງຕົນ ແລະ​ປະມຸກ​ຂອງ​ພຣະຄຣິດ ຄື​ພຣະເຈົ້າ.


ຕາມ​ລະບຽບ​ທີ່​ໄດ້​ປະຕິບັດ​ກັນ ໃນ​ບັນດາ​ຄຣິສຕະຈັກ​ແຫ່ງ​ໄພ່ພົນ​ຂອງ​ພຣະເຈົ້າ​ນັ້ນ, ຈົ່ງ​ໃຫ້​ພວກ​ແມ່ຍິງ​ມິດງຽບ​ຢູ່​ໃນ​ທີ່​ປະຊຸມ​ຄຣິສຕະຈັກ ເພາະ​ພວກເຂົາ​ບໍ່ໄດ້​ຮັບ​ອະນຸຍາດ​ໃຫ້​ເວົ້າ, ແຕ່​ພວກເຂົາ​ຕ້ອງ​ຍອມ​ຢູ່​ໃຕ້​ບັງຄັບ​ບັນຊາ ດັ່ງ​ກົດບັນຍັດ​ໄດ້​ສັ່ງ​ໄວ້​ນັ້ນ,


ເມຍ​ບໍ່ມີ​ອຳນາດ​ເໜືອ​ຮ່າງກາຍ​ຂອງ​ຕົນເອງ ແຕ່​ອຳນາດ​ນັ້ນ​ຢູ່​ນຳ​ຜົວ ໃນທຳນອງ​ດຽວກັນ ຜົວ​ບໍ່ມີ​ອຳນາດ​ເໜືອ​ຮ່າງກາຍ​ຂອງຕົນ ແຕ່​ອຳນາດ​ນັ້ນ​ຢູ່​ນຳ​ເມຍ.


ຝ່າຍ​ເມຍ​ທັງຫລາຍ ຈົ່ງ​ຍອມ​ອ່ອນນ້ອມ​ເຊື່ອຟັງ​ຕໍ່​ຜົວ​ຂອງຕົນ ເພາະ​ເປັນ​ສິ່ງ​ສົມຄວນ​ປະພຶດ​ໃນ​ອົງພຣະ​ຜູ້​ເປັນເຈົ້າ.


ເມື່ອໃດ​ພວກເຂົາ​ເວົ້າ​ວ່າ, “ສະຫງົບສຸກ ແລະ​ປອດໄພ​ດີ​ແລ້ວ” ເມື່ອນັ້ນ​ແຫຼະ ຄວາມ​ພິນາດ​ຈິບຫາຍ​ຈະ​ມາ​ເຖິງ​ພວກເຂົາ​ໃນ​ທັນທີ ເໝືອນ​ດັ່ງ​ຄວາມ​ເຈັບປວດ​ມາ​ເຖິງ​ຍິງ​ທີ່​ມີ​ທ້ອງ ແລະ​ພວກເຂົາ​ຈະ​ໜີ​ບໍ່​ພົ້ນ​ເປັນ​ແນ່.


ດ້ວຍວ່າ, ພຣະເຈົ້າ​ໄດ້​ສ້າງ​ອາດາມ​ກ່ອນ ແລະ​ຕໍ່ມາ​ພຣະອົງ​ກໍໄດ້​ສ້າງ​ເອວາ.


ແຕ່​ເຖິງ​ປານ​ນັ້ນ​ກໍຕາມ ແມ່ຍິງ​ກໍ​ຍັງ​ຈະ​ຖືກ​ໂຜດ​ໃຫ້​ພົ້ນ​ໄດ້​ໂດຍ​ການ​ມີ​ລູກ ຖ້າ​ນາງ​ຕັ້ງໝັ້ນຄົງ​ຢູ່​ໃນ​ຄວາມເຊື່ອ ໃນ​ຄວາມຮັກ ແລະ​ໃນ​ຄວາມ​ບໍຣິສຸດ ດ້ວຍ​ຄວາມ​ອ່ອນນ້ອມ​ຖ່ອມຕົວ.


ໃຫ້​ເປັນ​ຄົນ​ມີ​ສະຕິ​ອັນ​ດີ​ຮອບຄອບ, ເປັນ​ຄົນ​ບໍຣິສຸດ, ເປັນ​ຄົນ​ເອົາໃຈໃສ່​ໃນ​ວຽກບ້ານ​ການເຮືອນ, ເປັນ​ຄົນ​ມີ​ໃຈ​ເມດຕາ ແລະ ເປັນ​ຄົນ​ນອບນ້ອມ​ເຊື່ອຟັງ​ຜົວ​ຂອງຕົນ ເພື່ອ​ພຣະທຳ​ຂອງ​ພຣະເຈົ້າ​ຈະ​ບໍ່​ຖືກ​ໝິ່ນປະໝາດ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka