11 ພຣະອົງຖາມວ່າ, “ໃຜບອກວ່າເຈົ້າປະເປືອຍຢູ່? ບໍ່ແມ່ນເຈົ້າກິນໝາກໄມ້ ທີ່ເຮົາໄດ້ຫ້າມເຈົ້າບໍ່ໃຫ້ກິນນັ້ນບໍ?”
ລາວຕອບວ່າ, “ຂ້ານ້ອຍໄດ້ຍິນສຽງຂອງພຣະອົງຢູ່ໃນສວນ; ຂ້ານ້ອຍຢ້ານຫລາຍ ຈຶ່ງຫລົບລີ້ຊ່ອນຕົວຢູ່ ເພາະຂ້ານ້ອຍປະເປືອຍຢູ່.”
ຜູ້ຊາຍຕອບວ່າ, “ຜູ້ຍິງທີ່ພຣະອົງມອບໃຫ້ຂ້ານ້ອຍນັ້ນ ຍື່ນໝາກໄມ້ໃຫ້ຂ້ານ້ອຍກິນ ແລະຂ້ານ້ອຍກໍໄດ້ກິນ.”
ແລ້ວພຣະເຈົ້າຢາເວກໍຖາມວ່າ, “ເປັນຫຍັງເຈົ້າຈຶ່ງເຮັດເລື່ອງອັນໂຫດຮ້າຍເຊັ່ນນີ້? ເລືອດນ້ອງຊາຍຂອງເຈົ້າຟ້ອງຮ້ອງຂຶ້ນມາຫາເຮົາ ດັ່ງສຽງຂໍຮ້ອງແກ້ແຄ້ນ.
ເຈົ້າໄດ້ເຮັດທຸກສິ່ງນີ້ ແຕ່ເຮົາບໍ່ໄດ້ເວົ້າຫຍັງ ສະນັ້ນ ເຈົ້າຈຶ່ງຄິດວ່າເຮົາກໍຄືກັນກັບເຈົ້າ ແຕ່ບັດນີ້ເຮົາຂໍກ່າວຕຳໜິຕິຕຽນ ແລະເຮັດໃຫ້ເລື່ອງຈະແຈ້ງຕໍ່ໜ້າເຈົ້າ.
ເພາະວ່າ ໃນສາຍຕາຂອງພຣະເຈົ້າແລ້ວ ບໍ່ມີມະນຸດຄົນໃດຈະຊົງຖືວ່າເປັນຄົນຊອບທຳດ້ວຍການເຮັດຕາມກົດບັນຍັດ, ເພາະວ່າ ກົດບັນຍັດໄດ້ເຮັດໃຫ້ສັງເກດຮູ້ຈັກຄວາມບາບ.